ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ກໍ່ກຳລັງດັນຕໍ່ທະນາຄານສູນກາງ (Fed), ຮຽກຮ້ອງໃຫ້ອົງການນີ້ ຫຼຸດຜ່ອນອັດຕາດອກເບ້ຍເພື່ອຫຼີກລ້ຽງຄວາມສ່ຽງພື້ນຖານເສດຖະກິດ ອາເມລິກາ ຕົກເຂົ້າສູ່ສະພາບຊຸດໂຊມ.
ສຳນັກງານທະນາຄານສູນກາງ ອາເມລິກາ (ພາບ: Kyodo/TTXVN)
ວັນທີ 21 ເມສາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ກໍ່ກຳລັງດັນຕໍ່ທະນາຄານສູນກາງ (Fed), ຮຽກຮ້ອງໃຫ້ອົງການນີ້ ຫຼຸດຜ່ອນອັດຕາດອກເບ້ຍເພື່ອຫຼີກລ້ຽງຄວາມສ່ຽງພື້ນຖານເສດຖະກິດ ອາເມລິກາ ຕົກເຂົ້າສູ່ສະພາບຊຸດໂຊມ. ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມ Truth Social, ທ່ານ Trump ຖືວ່າ ຄ່າໃຊ້ຈ່າຍມີທ່າອ່ຽງຫຼຸດລົງຢ່າງແຮງ ແລະ ໄພເງິນເຟີ້ເກືອບຄືວ່າບໍ່ມີແລ້ວ, ເຊິ່ງມັນເກີດຂຶ້ນຕາມສິ່ງທີ່ທ່ານໄດ້ຄາດຄະເນ. ເຖິງຢ່າງໃດກໍຕາມ, ທ່ານກໍກ່າວເຕືອນວ່າ ພື້ນຖານເສດຖະກິດ ອາເມລິກາ ອາດຈະຕົກເຂົ້າສະພາບທີ່ຊັກຊ້າ ຖ້າຫາກວ່າ Fed ບໍ່ຫຼຸດອັດຕາດອກເບ້ຍລົງໃນທັນທີ.
ກໍໃນວັນດຽວກັນ, ປະທານທະນາຄານສູນກາງ ອາເມລິກາ ສາຂາ Chicago, ທ່ານ Austan Goolsbee ຖືວ່າ ບັນດາວິສາຫະກິດ ອາເມລິກາ ພວມແຮ່ສິນຄ້າໄວ້ເພື່ອຮັບມືກັບນະໂຍບາຍພາສີອາກອນຂອງທ່ານປະທານາທິບໍດີ Donald Trump, ເຊິ່ງເປັນການກະທຳທີ່ອາດຈະສ້າງການເຕີບໂຕເສດຖະກິດ “ປອມ” ໃນໄລຍະສັ້ນ, ກ່ອນທີ່ຈະຫຼຸດລົງໃນຕົ້ນລະດູຮ້ອນ.
(ແຫຼ່ງຄັດຈາກ VOV)