• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ສິ້ນ​ສຸດ​ການ​ຢ້ຽມ​ຢາມ Bangladesh ແລະ Bulgaria ຢ່າງ​ເປັນ​ທາງ​ການ

ໃນການຢ້ຽມຢາມຢູ່ສອງປະເທດ, ມີປະມານ 70 ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ, ການນຳບັນດາອົງການຂອງສະພາແຫ່ງຊາດ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ດຳເນີນໄປ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢູ່ສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ຫວຽດນາມ (ພາບ: TTXVN )

ຕອນທ່ຽງວັນທີ 27 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ Bangladesh ແລະ Bulgaria ຢ່າງເປັນທາງການ ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ສປ. Bangladesh Shirin Chaudhury ແລະ ທ່ານປະທານສະພາແຫ່ງຊາດ ສ. Bulgaria Rosen Zhelyazkov.

ໃນການຢ້ຽມຢາມຢູ່ສອງປະເທດ, ມີປະມານ  70 ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ, ການນຳບັນດາອົງການຂອງສະພາແຫ່ງຊາດ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ດຳເນີນໄປ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລົງນາມໃນບົດບັນທຶກຊ່ວຍຈຳສອງສະບັບ ກັບທ່ານ ປະທານສະພາແຫ່ງຊາດ Bangladesh ແລະ ທ່ານປະທານສະພາແຫ່ງຊາດ Bulgaria ກ່ຽວກັບການເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະພາແຫ່ງຊາດ Bangladesh ແລະ Bulgaria.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top