• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື​ລະ​ຫວ່າງ​ນະ​ຄອນຫຼວງ ໂຕ​ກຽວ (ຍີ່​ປຸ່ນ) ກັບ​ບັນ​ດາ​ທ້ອງ​ຖິ່ນ ຢູ່ຫວຽດ​ນາມ

ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງ ແລະ ຂອບໃຈທ່ານນາງ Koike Yuriko ພ້ອມກັບການນຳລຸ້ນຕ່າງໆຂອງນະຄອນຫຼວງ ໂຕກຽວ ທີ່ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືໃນຫຼາຍດ້ານລະຫວ່າງນະຄອນໂຕກຽວ ກັບບັນດາທ້ອງຖິ່ນ ຫວຽດນາມ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ພັນລະຍາ ໄປຢ້ຽມຢາມ ຮ້ານຂາຍເຂົ້າຈີ “ແບັງໝີ່ຊີນຈ່າວ”

ເນື່ອງໃນໂອກາດໄປຢ້ຽມຢາມ ຍີ່ປຸ່ນຢ່າງເປັນທາງການ, ຕອນເຊົ້າວັນທີ 28 ພະຈິກຢູ່ ໂຕກຽວ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ພັນລະຍາ ພ້ອມກັບທ່ານນາງ Koike Yuriko ຜູ້ວ່າການນະຄອນ ໂຕກຽວ, ໄດ້ໄປຢ້ຽມຢາມ ຮ້ານຂາຍເຂົ້າຈີ “ແບັງໝີ່ຊີນຈ່າວ” ໂດຍອະດີດນັກສຶກສາ ຫວຽດນາມທີ່ຮຽນຢູ່ຍີ່ປຸ່ນ ສອງຄົນ ສ້າງຕັ້ງຂຶ້ນ.

ແລກປ່ຽນກັບບັນດາແຂກຖືກເຊີນຢູ່ທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງ ແລະ ຂອບໃຈທ່ານນາງ Koike Yuriko ພ້ອມກັບການນຳລຸ້ນຕ່າງໆຂອງນະຄອນຫຼວງ ໂຕກຽວ ທີ່ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືໃນຫຼາຍດ້ານລະຫວ່າງນະຄອນໂຕກຽວ ກັບບັນດາທ້ອງຖິ່ນ ຫວຽດນາມ, ເປັນຕົ້ນແມ່ນນະຄອນຫຼວງ ຮ່າໂນ້ຍ, ພິເສດແມ່ນໄດ້ສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ, ຊາວຫວຽດນາມ ດຳເນີນທຸລະກິດ, Startup ຢູ່ໂຕກຽວ.

ສ່ວນທ່ານນາງ Koike Yuriko ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານປະທານປະເທດ ຫວໍວັນເຖືອງ ທີ່ມີການໂອ້ລົມສົນທະນາ ກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ທີ່ປະສົບຜົນສຳເລັດ ແລະ ການນຳສອງທ່ານໄດ້ອອກຖະແຫຼງການຮ່ວມຍົກລະດັບການພົວພັນສອງປະເທດຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ອາຊີ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top