• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ອົງ​ຄະ​ນະ​ພັກ​ແຂວງ ບິນດິ້ງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງວ່າ ເພື່ອປະກອບສ່ວນພ້ອມກັບທົ່ວປະເທດ ປະຕິບັດເປົ້າໝາຍລວມກ່ຽວກັບການພັດທະນາເສດຖະກິດ ສັງຄົມ, ແຂວງ ບິນດິ້ງ ຈົ່ງປະຕິບັດບັນດາໜ້າທີ່ຢ່າງຂ້ຽວຂາດ.
(ພາບ: TTXVN)

ໃນລາຍການເຮັດວຽກຢູ່ແຂວງ ບິນດິ້ງ,  ຕອນຄ່ຳວັນທີ 22 ມີນາ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບຄະນະປະຈຳອົງຄະນະພັກແຂວງ ບິນດິ້ງ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂບາງຂໍ້ສະເໜີແນະ ເພື່ອໃຫ້ ບິນດິ້ງ ພັດທະນາຢ່າງໄວວາ ແລະ ຍືນຍົງ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງວ່າ ເພື່ອປະກອບສ່ວນພ້ອມກັບທົ່ວປະເທດ ປະຕິບັດເປົ້າໝາຍລວມກ່ຽວກັບການພັດທະນາເສດຖະກິດ ສັງຄົມ, ແຂວງ ບິນດິ້ງ ຈົ່ງປະຕິບັດບັນດາໜ້າທີ່ຢ່າງຂ້ຽວຂາດ, ລວມມີ: ຈັດກອງປະຊຸມໃຫ່ຍພັກທຸກຂັ້ນໃຫ້ເປັນຢ່າງດີ, ກ້າວໄປເຖິງກອງປະຊຸມໃຫ່ຍຄັ້ງທີ 14 ຂອງພັກ, ຕິດພັນກັບການສັບຊ້ອນກົງຈັກອົງການຈັດຕັ້ງ ແລະ ຫົວໜ່ວຍບໍລິຫານ. ທ່ານກໍ່ເຫັນກັບກັບບັນດາຂໍ້ສະເໜີຂອງແຂວງ ໃນການກໍ່ສ້າງສະໜາມບິນ ຝູກາດ; ບັນດາສາຍທາງຄົມມະນາຄົມເຊື່ອມຕໍ່; ພັດທະນາໄຟຟ້າແຮງລົມ, ອະນາລັກຮັກສາຄຸນຄ່າປະຫວັດສາດ, ວັດທະນະທຳ….

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top