ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ຢືນຢັນທັດສະນະລຸລ່ວງຂອງ ຫວຽດນາມ ແມ່ນຖືມະນຸດເປັນໃຈກາງ, ເປັນເຈົ້າກຳ, ແມ່ນເປົ້າໝາຍ, ແຫຼ່ງກຳລັງ, ກຳລັງໜູນຂອງການພັດທະນາ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ຕອນເຊົ້າວັນທີ 16 ຕຸລາ, ຢູ່ ຮ່າໂນ້ຍ, ໄດ້ຈັດກອງປະຊຸມລັດຖະມົນຕີກິລາຄັ້ງທີ 8 ອາຊຽນ, ດ້ວຍຫົວຂໍ້: “ກຳນົດທິດກິລາປະກອບສ່ວນພັດທະນາແບບຍືນຍົງ”.
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ຢືນຢັນທັດສະນະລຸລ່ວງຂອງ ຫວຽດນາມ ແມ່ນຖືມະນຸດເປັນໃຈກາງ, ເປັນເຈົ້າກຳ, ແມ່ນເປົ້າໝາຍ, ແຫຼ່ງກຳລັງ, ກຳລັງໜູນຂອງການພັດທະນາ. ຍຸດທະສາດພັດທະນາກິລາ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045 ກຳນົດ: ສ້າງພື້ນຖານກິລາໃຫ້ພັດທະນາແບບຍືນຍົງ, ເປັນມືອາຊີບ. ໃນຕະຫຼອດກວ່າ 30 ປີຜ່ານມາ, ຫວຽດນາມ ໄດ້ພ້ອມກັບບັນດາປະເທດ ອາຊຽນ ສ້າງບັນດາກົນໄກຮ່ວມມື, ໃນນັ້ນກິລາຍາມໃດກໍ່ແມ່ນຂົງເຂດທີ່ໃກ້ຊິດ, ແທດຈິງ, ມີກຳລັງແຜ່ຂະຫຍາຍ.
“ດ້ວຍຈິດໃຈສາມັກຄີ, ຮ່ວມມື, ພັດທະນາແບບຍືນຍົງ, ຫວຽດນາມ ປາດຖະໜາວ່າ ກອງປະຊຸມຄັ້ງນີ້ບໍ່ພຽງແຕ່ຢຸດຢູ່ການແລກປ່ຽນບົດຮຽນເທົ່ານັ້ນ, ຫາກຍັງແລກປ່ຽນບັນດາມາດຕະການລະອຽດ ເພື່ອຜັນຂະຫຍາຍບັນດາເປົ້າໝາຍບຸລິມະສິດກ່ຽວກັບການພັດທະນາກິລາ ແລະ ສົ່ງເສີມສຸຂະພາບໃຫ້ແກ່ປະຊາຊົນທີ່ໄດ້ຍົກອອກມາໃນວິໄສທັດປະຊາຄົມ ອາຊຽນ 2045”.
ກອງປະຊຸມຈະຮັບຮອງເອົາ 3 ຖະແຫຼງການຮ່ວມ: AMMS-8, AMMS+ຍີ່ປຸ່ນຄັ້ງທີ 5 ແລະ AMMS+ຈີນ ຄັ້ງທີ 2.
(ແຫຼ່ງຄັດຈາກ VOV)