• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ: ຮ່າຕິ້ງ ຄວນຫັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃຫ້ກາຍເປັນກຳລັງຫນູນພັດທະນາ

ຕອນເຊົ້າວັນທີ 28 ພຶດສະພາ ຢູ່ ແຂວງ ຮ່າຕິ້ງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ໄດ້ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງໄລຍະ 2021 – 2023, ວິໄສທັດຮອດປີ 2050 ແລະ ສົ່ງເສີມການຄ້າເຂົ້າແຂວງ ຮ່າຕິ້ງ.
  ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ກ່າວຄຳເຫັນທີ່ກອງປະຊຸມ  

ດ້ວຍຫົວຂໍ້ “ຮ່າຕິ້ງ ຫັນຄວາມສາມາດບົ່ມຊ້ອນ ແລະ ຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ”, ກອງປະຊຸມ ໄດ້ສະຫນອງຂໍ້ມູນພື້ນຖານກ່ຽວກັບການວາງແຜນຜັງ, ແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ນະໂຍບາຍບຸລິມະສິດ, ບັນດາໂຄງການໃຫ້ບຸລິມະສິດຂອງແຂວງມາໃຫ້ນັກລົງທຶນ. ກ່າວຄຳເຫັນນະທີ່ນີ້ ທ່ານປະທານສະພາແຫ່ງຊາດ ເນັ້ນຫນັກວ່າ ກອງປະຊຸມແມ່ນເຫດການມີຄວາມໝາຍ, ແມ່ນກຳລັງຫນູນ ມີກຳລັງແຜ່ຂະຫຍາຍກ່ຽວກັບຈິນຕະນາການພັດທະນາ, ກ່ຽວກັບວິໄສທັດ ແລະ ດຶງດູດການລົງທຶນໃນໄລຍະປະຈຸບັນ, ບໍ່ພຽງແຕ່ສະເພາະໃຫ້ແກ່ ຮ່າຕິ້ງ ເທົ່ານັ້ນ ຫາກນັບທັງບັນດາແຂວງ ທາງທິດເຫນືອພາກກາງ, ເຂດແຄມທະເລພາກກາງ.. ເວົ້າລວມ. ທ່ານປະທານສະພາແຫ່ງຊາດ ສະເຫນີ ຮ່າຕິ້ງ ຍູ້ແຮງບຸກທະລຸ ດ້ວຍ 4 ຂະແຫນງຈຸດສຸມ, 3 ຕົວເມືອງໃຈກາງ, 3 ແລວເສດຖະກິດ. ທ່ານໄດ້ ເນັ້ນຫນັກວ່າ ຮ່າຕິ້ງ ຄວນຫັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເປັນກຳລັງຫນູນພັດທະນາ. ແຂວງ ຄວນປະກາດ, ວາງສະແດງຂໍ້ມູນການວາງແຜນຜັງໃຫ້ກວ້າງຂວາງ, ສ້າງຕັ້ງສູນຂໍ້ມູນເພື່ອໂຄສະນາ, ແນະນຳການວາງແຜນຜັງ, ດຶງດູດບັນດານັກລົງທຶນ, ດຳເນີນທຸລະກິດ; ເພີ່ມທະວີການຄຸ້ມຄອງ, ຕິດຕາມການປະຕິບັດການວາງແຜນຜັງ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ໄດ້ມອບຂໍ້ຕົກລົງວາງແຜນຜັງແຂວງໄລຍະ 2021- 2030, ວິໄສທັດຮອດປີ 2050 ໃຫ້ແກ່ການນຳແຂວງຮ່າຕິ້ງ.

 

(ແຫຼ່ງຄັດຈາກ VOV)

ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຂະ​ແໜງທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ຕອນເຊົ້າວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ, ເຂົ້າຮ່ວມເຫດການຫັນເປັນດີຈີຕອນຂົງເຂດທະນາຄານປີ 2024 ດ້ວຍຫົວຂໍ້ “ເປີດກວ້າງການເຊື່ອມຕໍ່ ແລະ ພັດທະນາລະບົບຊີວະພາບ ດີຈີຕອນ”.

Top