• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເປັນປະທານກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ

ສະພາບການເສດຖະກິດ - ສັງຄົມ ໃນ 5 ເດືອນຂອງທົ່ວປະເທດ ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ. ພາບ: ເຢືອງຢາງ/TTXVN

ຕອນເຊົ້າວັນທີ 03 ມິຖຸນາ, ຢູ່ສຳນັກງານລັດຖະບານ ຫວຽດນາມ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈີງ, ໄດ້ຈັດກອງປະຊຸມທາງໄກສະໄໝສາມັນປະຈຳເດືອນ ພຶດສະພາ ຂອງລັດຖະບານກັບບັນດາທ້ອງຖິ່ນ ເພື່ອຕີລາຄາສະພາບການເສດຖະກິດ - ສັງຄົມຂອງເດືອນ ພຶດສະພາ ແລະ 5 ເດືອນຕົ້ນປີ 2023; ສະພາບການຜັນຂະຫຍາຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ; ສະພາບການຈັດແບ່ງ, ປ່ອຍທຶນລົງທຶນສາທາລະນະ; ສະພາບການຜັນຂະຫຍາຍ 3 ໂຄງການເປົ້າໝາຍແຫ່ງຊາດ; ໝາກຜົນການປະຕິບັດວຽກງານວາງແຜນຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍຜັງເມືອງ… ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ສຸມໃສ່ປຶກສາຫາລື, ໄຈ້ແຍກລະອຽດບັນດາວຽກງານທີ່ເຮັດໄດ້ແລ້ວ, ພິເສດແມ່ນບັນດາສິ່ງຈຳກັດ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ໂດຍສະເພາະແມ່ນໃນການຜະລິດ, ດຳເນີນທຸລະກິດ ເພື່ອຜ່ານນັ້ນກໍ່ປຶກສາຫາລືມາດຕະການແກ້ໄຂ, ປະຕິບັດບັນດາໜ້າທີ່ໃນໄຕມາດທີ 2  ແລະ ຊຸມເດືອນທ້າຍປີໃຫ້ບັນລຸປະສິດທິຜົນສູງສຸດ.

ບົດລາຍງານສະພາບການທີ່ກອງປະຊຸມຊີ້ໃຫ້ເຫັນວ່າ, ສະພາບການເສດຖະກິດ - ສັງຄົມ ໃນ 5 ເດືອນຂອງທົ່ວປະເທດ ສືບຕໍ່ມີການຫັນປ່ຽນຢ່າງຕັ້ງໜ້າ. ໃນນັ້ນ, ເສດຖະກິດມະຫາພາກສືບຕໍ່ຮັກສາເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ບັນດາຄວາມດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ. ດັດຊະນີລາຄາໃຊ້ສອຍ (CPI) ຄິດສະເລ່ຍ 5 ເດືອນເພີ່ມຂຶ້ນ 3,55% ເມື່ອທຽບໃສ່ໄລຍະດຽວກັນ. ຕະຫຼາດເງິນຕາໄດ້ຮັກສາເປັນປົກກະຕິໂດຍພື້ນຖານ. ວົງເງິນສົ່ງອອກ - ນຳເຂົ້າ ເດືອນ ພຶດສະພາ ຄາດວ່າເພີ່ມຂຶ້ນເມື່ອທຽບໃສ່ເດືອນ ເມສາ; ຄາດວ່າ ການສົ່ງອອກເກີນດຸນຂອງ 5 ເດືອນບັນລຸ 9,8 ຕື້ USD. ໄລ່ລວມ 5 ເດືອນ FDI ບັນລຸ 10,86 ຕື້ USD, ເທົ່າກັບ 92,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈີງ ໃຫ້ຮູ້ວ່າ, ໃນ 5 ເດືອນຜ່ານມາ, ລັດຖະບານ, ນາຍົກລັດຖະມົນຕີ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ຊາບຊຶມຢ່າງເຂັ້ມງວດ, ຕິດພັບກັບມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ບັນດາມະຕິຂອງສູນກາງ, ກົມການເມືອງ, ສະພາແຫ່ງຊາດ ເພື່ອຊີ້ນຳ, ບໍລິຫານ. ສະນັ້ນ, ໃນ 5 ເດືອນຕົ້ນປີ 2023, ທົ່ວປະເທດສືບຕໍ່ບັນລຸໄດ້ເປົ້າໝາຍສັງລວມກ່ຽວກັບການຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ; ການດຶງດູດເງິນລົງທຶນຈາກຕ່າງປະເທດມີການຫັນປ່ຽນໃນເບື້ອງຕົ້ນ. ຊີວິດການເປັນຢູ່ຂອງປະຊາຊົນ, ການປ້ອງກັນຊາດປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໄວ້ຢ່າງໝັ້ນຄົງ ແລະ ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຍູ້ແຮງ.

ກ່ຽວກັບໜ້າທີ່, ມາດຕະການແກ້ໄຂໃນເດືອນ 6 ແລະ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຊີ້ນຳສືບຕໍ່ປະຕິບັດເປົ້າໝາຍຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຊຸກຍູ້ການເຕີບໂຕ ແລະ ຮັກສາບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

(ແຫຼ່ງຄັດຈາກ VOV)

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ ຢູ່​ລາວ

ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ມາ​ຕຸ​ພູມ ແຄມ​ຄື່ນ​ທະ​ເລ” ຢູ່​ລາວ

ງານວາງສະແດງໄດ້ວາງສະແດງຜະລິດຕະພັນ 100 ຜົນງານທີ່ເຄີຍໄດ້ຮັບລາງວັນ ແລະ ດີເດັ່ນໃນການແຂ່ງຂັນ ຮູບຖ່າຍສິລະປະລະດັບຊາດ ດ້ວຍຫົວຂໍ້ “ມາຕຸພູມ ແຄມຄື່ນທະເລ”.

Top