ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນສະພາບການໂລກ ແລະ ພາກພື້ນພວມດຳເນີນໄປຢ່າງຟົດຟື້ນ, ສັບສົນ, ຮຽກຮ້ອງຕ້ອງມີຈິນຕະນາການໃໝ່
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
ຕອນເຊົ້າວັນທີ 21 ມີນາ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າຄະນະຊີ້ນຳຄວາມໝັ້ນຄົງທາງໄຊເບີແຫ່ງຊາດ (ຄະນະຊີ້ນຳ), ເປັນປະທານກອງປະຊຸມຄັ້ງທີ 1 ປີ 2026 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ແບບທາງໄກກັບ 34 ແຂວງ, ນະຄອນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ໃນສະພາບການໂລກ ແລະ ພາກພື້ນພວມດຳເນີນໄປຢ່າງຟົດຟື້ນ, ສັບສົນ, ຮຽກຮ້ອງຕ້ອງມີຈິນຕະນາການໃໝ່, ໂດຍສະເພາະແມ່ນກ່ຽວຂ້ອງເຖິງບັນຫາຄວາມໝັ້ນຄົງ, ພິເສດແມ່ນຄວາມໝັ້ນຄົງທາງໄຊເບີ, ທີ່ເຮັດໃຫ້ເກີດຄວາມຂາດສະຖຽນລະພາບດ້ານການເມືອງ, ຂາດຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ…
ທ່ານນາຍົກລັດຖະມົນຕີຊີ້ແຈ້ງເປົ້າໝາຍແມ່ນ: ສະກັດກັ້ນ, ຍູ້ຖອຍຫຼັງ, ບໍ່ໃຫ້ມີອາຊະຍາກຳຄວາມໝັ້ນຄົງທາງໄຊເບີ; ປົກປ້ອງຄວາມໝັ້ນຄົງ, ຄວາມປອດໄພ, ຄວາມຢູ່ເຢັນເປັນສຸກຂອງປະຊາຊົນໄວ້ຢ່າງໝັ້ນຄົງ; ປົກປັກຮັກສາອະທິປະໄຕ, ຜົນປະໂຫຍດຂອງຊາດ ແລະ ຄວາມສະຫງົບສຸກຂອງປະຊາຊົນ; ຕັ້ງວຽກງານຄວາມໝັ້ນຄົງທາງໄຊເບີໃນຄວາມໝັ້ນຄົງແຫ່ງຊາດ ແລະ ການພັດທະນາລວມຂອງປະເທດຊາດ.
(ແຫຼ່ງຄັດຈາກ VOV)