• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະປະຈຳພັກແຂວງ ວິງຟຸກ

ແຂວງ ວິງ ວິງຟຸກ ມີບົດບາດສຳຄັນໃນຍຸດທະສາດພັດທະນາເສດຖະກິດເຂດ ແລະ ລະດັບຊາດ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ)

ໃນການໄປຢ້ຽມຢາມ, ເຮັດວຽກຢູ່ແຂວງ ວິງຟຸກ, ຕອນບ່າຍວັນທີ 16 ມີນາ, ທ່ານນາຍົກລັດຖະມົນຄີ ຫວຽດນາມ ຟ້າມມິງຈິງ  ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ວິງຝູກ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ ແລະ ແກ້ໄຂບັນດາຂໍ້ສະເໜີແນະ ເພື່ອໃຫ້ແຂວງ ວິງຟຸກ ພັດທະນາຢ່າງໄວ ແລະ ຍືນຍົງ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ແຂວງ ວິງ ວິງຟຸກ ມີບົດບາດສຳຄັນໃນຍຸດທະສາດພັດທະນາເສດຖະກິດເຂດ ແລະ ລະດັບຊາດ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ແຂວງ ວິງຟຸກ ແກ້ໄຂບັນດາຂໍ້ຈຳກັດ, ພ້ອມກັນນັ້ນ ກໍ່ຫັນປ່ຽນໂຄງປະກອບເສດຖະກິດໃຫ້ສອດຄ່ອງກວ່າ; ຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່, ຄື: ການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດແບ່ງປັນ, ຊິບ ເຄິ່ງຊັກນຳໄຟຟ້າ, AI…

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ແຂວງ ວິງຟຸກ ຕ້ອງຍູ້ແຮງການພັດທະນາເຮືອນຢູ່ສັງຄົມຢ່າງແຮງກວ່າ; ເສີມຂະຫຍາຍບັນດາກຳລັງໃຫ້ແກ່ການພັດທະນາຢ່າງສູງສຸດ, ໂດຍສະເພາະແມ່ນພື້ນຖານໂຄງລ່າງຄົມມະນາຄົມ, ພື້ນຖານໂຄງລ່າງເຕັກໂນໂລຊີ, ພື້ນຖານໂຄງລ່າງວັດທະນະທຳ, ການສຶກສາ, ສາທາລະນະສຸກ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top