• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບຜູ້ຕາງໜ້າ 3 ກຸ່ມບໍລິສັດໃຫຍ່ທີ່ພວມລົງທຶນນັບສີບຕື້ USD ຢູ່ ຫວຽດນາມ

ຍາມໃດ ຫວຽດນາມ ກໍ່ພ້ອມແລ້ວທີ່ຈະເປັນເຈົ້າການສົມທົບກັບຝ່າຍວິສາຫະກິດເພື່ອແກ້ໄຂບັນດາຂໍ້ຕິດຂັດ ດ້ວຍເນື້ອໃນຈິດໃຈຜົນປະໂຫຍດກົມກຽວ, ຄວາມສ່ຽງພ້ອມກັນແບ່ງປັນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Kulachet Dharachandra, ຜູ້ອຳນວຍການໃຫຍ່ບໍລິສັດກັ່ນຕອງນ້ຳມັນ ລອງເຊີນ ຈຳກັດ (ພາບ: VGP)

ຕອນບ່າຍວັນທີ 20 ມີນາ, ຢູ່ແຂວງ ບ່າເຣຍ - ວູງເຕົ່າ, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບຜູ້ຕາງໜ້າ 3 ນັກລົງທຶນໂດຍກົງຈາກຕ່າງປະເທດໃຫຍ່ຢູ່ ຫວຽດນາມ, ລວມມີ: ບໍລິສັດ Hyosung Vina, ບໍລິສັດກັ່ນຕອງນ້ຳມັນ ລອງເຊີນ, ບໍລິສັດ ໂຮ່ຈ່າມ.

        ທີ່ການພົບປະ, ທ່ານ Kulachet Dharachandra, ຜູ້ອຳນວຍການໃຫຍ່ບໍລິສັດກັ່ນຕອງນ້ຳມັນ ລອງເຊີນ ຈຳກັດ ໄດ້ລາຍງານຕໍ່ທ່ານນາຍົກລັດຖະມົນຕີກ່ຽວກັບສະພາບການໂຄງການ ແລະ ແຜນການເປີດກວ້າງການລົງທຶນ. ໂຄງການກັ່ນຕອງນ້ຳມັນຢູ່ຕາແສງ ລອງເຊີນ, ແຂວງ ບ່າເຣຍ - ວູງເຕົ່າ, ມີຍອດເງິນລົງທຶນປະມານກວ່າ 5 ຕື້ USD. ປະຈຸບັນ, ໂຄງການໄດ້ກໍ່ສ້າງສຳເລັດ ແລະ ໄດ້ນຳເຂົ້າໃຊ້ການແລ້ວ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ພ້ອມແລ້ວທີ່ຈະເປັນເຈົ້າການສົມທົບກັບຝ່າຍວິສາຫະກິດເພື່ອແກ້ໄຂບັນດາຂໍ້ຕິດຂັດ ດ້ວຍເນື້ອໃນຈິດໃຈຜົນປະໂຫຍດກົມກຽວ, ຄວາມສ່ຽງພ້ອມກັນແບ່ງປັນ.

 ໃນຂະນະນັ້ນ, ທີ່ການຕ້ອນຮັບທ່ານ Bae In Han, ຜູ້ອຳນວນການໃຫຍ່ Hyosung ດົ່ງນາຍ ແລະ ແມ່ນຜູ້ຕາງໜ້າສູງສຸດຂອງ Hyosung ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ ຄົ້ນຄວ້າ, ສັ່ງຊື້ຜະລິດບັນດາວັດຖຸດິບຊີວະສາດຢູ່ ຫວຽດນາມ ເພື່ອຮັບໃຊ້ໂຄງການ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ແຂວງ ບ່າເຣຍ - ວູງເຕົ່າ, ທ່ານນາຍົກລັດຖະມົນຕີກໍ່ໄດ້ຕ້ອນຮັບຜູ້ຕາງໜ້າບໍລິສັດໂຄງການ ໂຮ່ຈ່າມ ຈຳກັດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ຝ່າຍບໍລິສັດ ແຈ້ງກັບອຳນາດການປົກຄອງ ອາເມລິກາ ກ່ຽວກັບບັນດາໝາກຜົນທີ່ຕັ້ງໜ້າໃນການແກ້ໄຂບັນດາຂໍ້ຕິດຂັດໂດຍໄວ, ຊຸກຍູ້ໂຄງການ ໂຮ່ຈ່າມ, ກໍຄືບັນດາໂຄງການລົງທຶນຂອງ ອາເມລິກາ ຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ໂອຕາ​ລີ ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ໂອຕາ​ລີ ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືຍົກສູງການແລກປ່ຽນການຄ້າ ແລະ ການລົງທຶນສອງຝ່າຍ.

Top