• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ດຳເນີນການເຈລະຈາກັບທ່ານນາງ Karin Keller – Sutter ປະທານາທິບໍດີ ສະວິດ

ການນຳ 2 ຝ່າຍຕີລາຄາວ່າ ໃນໄລຍະຜ່ານມາການພົວພັນ ຫວຽດນາມ - ສະວິດ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ໂດຍສະເພາະແມ່ນດ້ານການເມືອງ, ການທູດ, ການຄ້າ - ການລົງທຶນ
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາງ Karin Keller – Sutter, ປະທານາທິບໍດີ ສະວິດ)

ຕອນບ່າຍວັນທີ 21 ມັງກອນ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ WEF Davos ຄັ້ງທີ 55 ແລະ ການເຄື່ອນໄຫວ 2 ຝ່າຍຢູ່ ສະວິດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ດຳເນີນການເຈລະຈາກັບທ່ານນາງ Karin Keller – Sutter, ປະທານາທິບໍດີ ສະວິດ.

        ທີ່ການເຈລະຈາ, ການນຳ 2 ຝ່າຍຕີລາຄາວ່າ ໃນໄລຍະຜ່ານມາການພົວພັນ ຫວຽດນາມ - ສະວິດ ໄດ້ມີບາດກ້າວພັດທະນາຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ໂດຍສະເພາະແມ່ນດ້ານການເມືອງ, ການທູດ, ການຄ້າ - ການລົງທຶນ, ການຮ່ວມມືພັດທະນາ… ການນຳ 2 ທ່ານຕີລາຄາສູງແງ່ຫວັງການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສະວິດ, ເຫັນດີສູ້ຊົນເພີ່ມທະວີວົງເງິນການຄ້າ 2 ຝ່າຍໃນໄລຍະຈະມາເຖິງ.

        ສິ້ນສຸດການເຈລະຈາ, ການນຳ 2 ທ່ານໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຍົກລະດັບການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ສະວິດ.

ຕາມນັ້ນແລ້ວ, 2 ຝ່າຍໄດ້ເຫັນດີຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ຊ່ອງແສງບັນດາບຸລິມະສິດໃນປະຈຸບັນ. 2 ຝ່າຍເຫັນດີເພີ່ມທະວີຄວາມມານະພະຍາຍາມ ແລະ ປະຕິບັດບັນດາບາດກ້າວລະອຽດ ເພື່ອສິ້ນສຸດໃນເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ສະຫະສະມາຄົມການຄ້າເສລີ ເອີລົບ (EFTA). 2 ຝ່າຍກໍ່ເຫັນດີເພີ່ມທະວີການສົນທະນາ ແລະ ຮ່ວມມືໃນຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ນະວັດຕະກຳ, ການເງິນສີຂຽວ, ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ການພົວພັນແລກປ່ຽນປະຊາຊົນ…

        2 ຝ່າຍຢືນຢັນຄືນໃໝ່ຄວາມສຳຄັນຂອງການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນ, ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ. 2 ຝ່າຍຢືນຢັນຄືນໃໝ່ຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແລະ ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີໂດຍອີງໃສ່ກົດໝາຍສາກົນ…

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top