• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທະ​ຫ​ານ​ລາດ​ປ້ອງ​ກັນ​ຕົນ​ເອງ​ຍາມ​ໃດ​ກໍ່​ແມ່ນ​ກຳ​ລັງ​ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ສຳ​ຄັນ

ທ່ານປະທານປະເທດ ໄດ້ຕັກເຕືອນຕ້ອງຖືເປັນສຳຄັນການສ້າງກຳລັງທະຫານລາດປ້ອງກັນຕົນເອງໃຫ້ມີຈຳນວນທີ່ເໝາະສົມ, ໂຄງປະກອບທີ່ສົມເຫດສົມຜົນ, ມີຄຸນນະພາບສັງລວມທີ່ນັບມື້ນັບສູງຂຶ້ນ, ກ່ອນອື່ນແມ່ນຄຸນນະພາບດ້ານການເມືອງ.
ທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງ ກ່າວຄຳເຫັນທີ່ພິທີ
ນີ້ແມ່ນການຢັ້ງຢືນຂອງທ່ານປະທານປະເທດ ຫວຽດນາມ ເລື່ອງເກືອງໃນພິທີສະເຫຼີມສະຫຼອງ 90 ປີແຫ່ງວັນມູນເຊື້ອ ທະຫານລາດປ້ອງກັນຕົນເອງ ຫວຽດນາມ  (28/3/1935 - 28/3/2025) ແລະ ຕ້ອນຮັບຫຼຽນກາໂຮ່ຈີມິນ ໂດຍຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 26 ມີນາຢູ່ຮ່າໂນ້ຍ. ທ່ານປະທານປະເທດ ໄດ້ຕັກເຕືອນຕ້ອງຖືເປັນສຳຄັນການສ້າງກຳລັງທະຫານລາດປ້ອງກັນຕົນເອງໃຫ້ມີຈຳນວນທີ່ເໝາະສົມ, ໂຄງປະກອບທີ່ສົມເຫດສົມຜົນ, ມີຄຸນນະພາບສັງລວມທີ່ນັບມື້ນັບສູງຂຶ້ນ, ກ່ອນອື່ນແມ່ນຄຸນນະພາບດ້ານການເມືອງ. ທ່ານປະທານປະເທດ ຮຽກຮ້ອງຕ້ອງເພີ່ມທະວີການບຳລຸງສ້າງ, ຝືກອົບຮົມຍົກສູງຄຸນນະພາບໃຫ້ແກ່ຖັນແຖວພະນັກງານເຮັດວຽກງານປ້ອງກັນຊາດ, ທ້ອງຖິ່ນ, ທະຫານລາດປ້ອງກັນຕົນເອງທຸກຂັ້ນ. ຈັດຕັ້ງການຝືກແອບໃຫ້ແກ່ບັນດາເປົ້າໝາຍ, ພສກວງາຍທະຫານລາດປ້ອງກັນຕົນເອງ ດ້ວຍຄວາມຮຽກຮ້ອງຕ້ອງການທາງດ້ານໜ້າທີ່, ຈັດຕັ້ງການຮັບບັນຈຸກຳລັງ, ປະກອບວັດຖຸອຸປະກອນ, ການເຄື່ອນໄຫວກຽມພ້ອມສູ້ຮົບ, ປົກປ້ອງພົນລະເຮືອນຂອງແຕ່ລະກຳລັງ, ເໝາະສົມກັບເງື່ອນໄຂຕົວຈິງຂອງແຕ່ລະທ້ອງຖິ່ນ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top