• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຖື​ຜົ​ນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ ແລະ ການ​ດຳ​ລົງ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ, ສົມ​ບຸນ​ພຸມ​ສຸກ​ຂອງ ປະ​ຊ​າ​ຊົນ​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ

ກ່າວຄຳເຫັນໄຂກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII, ຢູ່ຮ່າໂນ້ຍ, ຕອນເຊົ້າວັນທີ 18 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກເຖິງ 2 ກຸ່ມບັນຫາຍຸດທະສາດ ຢູ່ກອງປະຊຸມ. ນັ້ນແມ່ນບັນດາວຽກງານເພື່ອເພີ່ມຄວາມໄວໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ຢ່າງມີໄຊ ແລະ ວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໃຫ້ສຳເລັດ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດແລ້ວ, ກອງປະຊຸມຕ້ອງຕີລາຄາສະຫຼຸບບັນດາເນື້ອໃນສຳຄັນກ່ຽວກັບທັດສະນະ, ແນວຄິດຊີ້ນຳການນຳພາ, ບັນດາແຜນນະໂຍບາຍນະໂຍບາຍປ່ຽນແປງໃໝ່ທີ່ມີລັກສະນະບຸກທະລຸ, ມີຄວາມເປັນໄປໄດ້ສູງ.
ໄຂກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມໄດ້ສະເໜີບັນດາຜູ້ແທນສຸມໃສ່ປະກອບຄຳເຫັນກ່ຽວກັບບັນດາບັນຫາລະອຽດ ແລະ ບັນດາບັນຫາທີ່ມີລັກສະນະສັງລວມ, ເປັນຕົ້ນແມ່ນບັນດາບັນຫາໄດ້ວາງອອກໃນຕົວເຈິງ ທີ່ຍັງບໍ່ໄດ້ເຕື້ອງເຖິງໃນຮ່າງເອກະສານສະບັບຕ່າງໆ ແຕ່ຕ້ອງຕີລາຄາສະຫຼຸບ; ບັນດາເນື້ອໃນສຳຄັນກ່ຽວກັບທັດສະນະ, ແນວຄິດການຊີ້ນຳນຳພາ, ບັນດາແຜນນະໂຍບາຍນະໂຍບາຍປ່ຽນແປງໃໝ່ທີ່ມີລັກສະນະບຸກທະລຸ, ມີຄວາມເປັນໄປໄດ້ສູງ.

ເພີ່ມຄວາມໄວໃນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ

ທ່ານເລຂາທິການຫຍ່, ປະທານປະເທດ ໂຕເລິມຢັ້ງຢືນວ່າການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊແມ່ນເປົ້າໝາຍສູງທີ່ສຸດຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ໃນປີ 2025, ແມ່ນພື້ນຖານເພື່ອປະຕິບັດບັນດາເປົ້າໝາຍຍຸດທະສາດ 100 ປີພາຍໃຕ້ການນຳພາຂອງພັກ ແລະ ມຸ່ງໄປເຖິງ 100 ປີແຫ່ງການສາຖະປະນາ ປະເທດຊາດ ຢ່າງມີໄຊ. ເປົ້າໝາຍນີ້ຕ້ອງໄດ້ປະຕິບັດ ດ້ວຍຄວາມຕັດສິນໃຈຢ່າງສູງສຸດ, ຄວາມມານະພະຍາຍາມໃຫຍ່ທີ່ສຸດ, ການກະທຳຢ່າງຂ້ຽວຂາດ ກັບມາດຕະການປະຕິບັດຢ່າງມີປະສິດທິຜົນທີ່ສຸດ, ຮັບປະກັນຕ້ອງບັນລຸ ແລະ ລື່ນກາຍບັນດາເປົ້າໝາຍທີ່ໄດ້ວາງອອກ.

ນີ້ແມ່ນຄວາມຮັບຜິດຊອບຂອງພັກ ຕໍ່ປະຊາຊົນ, ຕໍ່ປະຫວັດສາດທີ່ສະຫງ່າອົງອາດ ຂອງຊາດ, ຕໍ່ໜ້າເພື່ອນມິດສາກົນ, ແມ່ນສິ່ງພິສູດຢັ້ງຢືນກຳລັງຄວາມສາດໃນການນຳພາ, ກຳອຳນາດ ແລະ ກຳລັງແຮງໃນການຕໍ່ສູ້ຂອງພັກ, ດັ່ງນັ້ນ ຕ້ອງສຸມທຸກແຫຼ່ງກຳລັງ, ມາດຕະການເພື່ອປະຕິບັດສຳເລັດ.

 ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ແລ້ວ, ຄາດວ່າແຜນການພັດທະນາເສດຖະກິດ - ສັງຄົມ ປີ 2025 ໄດ້ວາງອອກເປົ້າໝາຍ, ດັດຊະນີ, ໜ້າທີ່, ວິທີການແກ້ໄຂຕົ້ນຕໍ່; ໄຈ້ແຍກຄວາມສາມາດໃນການປະຕິບັດສຳເລັດບັນດາຄາດໝາຍດ້ານເສດຖະກິດ - ສັງຄົມ ໃນໄລຍະ 5 ປີ 2021 – 2025 ບົນພື້ນຖານສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024. ກົມການເມືອງສູນກາງພັກໄດ້ປຶກສາຫາລືຢ່າງລະອຽດ, ຕີລາຄາຢ່າງຮອບດ້ານ, ຊັ່ງຊາທຸກດ້ານ ແລະ ຕົກລົງລາຍງານເພື່ອໃຫ້ສູນກາງພັກປຶກສາຫາລື, ປະກອບຄຳເຫັນ.

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກໄດ້ສາງຂີດໝາຍຈຸດເວລາປະເທດຊາດກ້າວເຂົ້າສູ່ຍຸກສະໄໝໃໝ່

ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງບັນດາຄວາມຮຽກຮ້ອງກ່ຽວກັບການກະກຽມ 3 ເນື້ອໃນ: ເອກະສານຍື່ນສະເໜີກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV, ວຽກງານກໍ່ສ້າງພັກ ແລະ ປະຕິບັດກົດລະບຽບຂອງພັກ. ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມເນັ້ນໜັກວ່າ:

ກ່ຽວກັບບຸກທະທຸຍຸດທະສາດ ໃນອາຍຸການຕໍ່ໄປ, ອາດຈະແມ່ນ ສຸມໃສ່ຢູ່ລະດັບສູງທີ່ສຸດໃຫ້ແກ່ບາດກ້າວບຸກທະລຸກ່ຽວກັບລະບອບລະບຽບການ ແລະ ພັດທະນາ, ປ່ຽນແປງໃໝ່ຢ່າງແຮງໃນວຽກງານພະນັກງານ, ບູລະນະຢ່າງຄົບຊຸດ ແລະ ມີບາດກ້າວບຸກທະລຸຢ່າງແຮງໃນການກໍ່ສ້າງ, ພັດທະນາພື້ນຖານໂຄງລ່າງເສດຖະກິດສັງຄົມ. ກ່ຽວກັບທິດທາງ, ວິທີການແກ້ໄຂຍຸດທະສາດ: ອາດຈະແມ່ນສຸມໃສ່ບູລະນະການພົວພັນຜະລິດ 4 ຈຸດສຸມ: ທີ່ໜຶ່ງ ເຮັດໃຫ້ກົງຈັກອົງການຈັດຕັ້ງພັກ, ລັດ, ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງການເມືອງສັງຄົມ ກະທັດລັດ. ທີສອງ ຍູ້ແຮງແມ່ນແບ່ງຂັ້ນ, ແບ່ງອຳນາດ ດ້ວຍທິດນຳທີ່ວ່າ: “ທ້ອງຖິ່ນຕັດສິນ, ທ້ອງຖິ່ນ ປະຕິບັດ, ທ້ອງຖິ່ນ ຮັບຜິດຊອບ”, ສູນກາງ, ລັດຖະບານ, ສະພາແຫ່ງຊາດ ເພີ່ມທະວີການສ້າງລະບອບລະບຽບການໃຫ້ສົມບູນແບບ, ຮັກສາບົດບາດສ້າງຕັ້ງ ແລະ ເພີ່ມທະວີການກວດກາ, ຕິດຕາມກວດກາ; ພ້ອມທັງ, ປະຕິຮູບການປະຕິບັດລະບຽບການບໍລິຫານຢ່າງສີນເຊິ້ງ, ທີສາມແມ່ນປຸກລຸກກຳລັງໜູນ, ຈິດໃຈອຸທິດສ່ວນເພື່ອປະເທດຊາດ, ສ້າງທຸກແຫຼ່ງກຳລັງຂອງສັງຄົມ, ແຫຼ່ງກຳລັງໃນປະຊາຊົນ; ທີສ່ ແມ່ນ ຍູ້ແຮງການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພ້ອມທັງພັດທະນາຢ່າງມີຈຸດສຸມ, ບໍ່ກະແຈກກະຈາຍ. ເປັນເຈົ້າການຕັ້ງໜ້າຍາດແຍ່ງບັນດາແຫຼ່ງກຳລັງພາຍນອກ, ສົມທົບກັບກຳລັງແຫ່ງຊາດ ແລະກຳລັງຂອງຍຸກສະໄໝ.

ກ່ຽວກັບການກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XIV, ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມແລ້ວ, ວຽກງານບຸກຄະລາກອນກອງປະຊຸມຄັ້ງທີ XIV ແມ່ນວຽກງານສຳຄັນທີ່ສຸດ, ມີຄວາມໝາຍຕັດສິນສຳລັບການປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກຢ່າງມີໄຊ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່. ທ່ານເລຂາທິການໃຫຍ່, ປະທານປະເທດ ເຊື່ອໝັ້ນວ່າ ຄະນະບໍລິຫານງານສູນກາງພັກ ຈະຍົກສູງຄວາມຮັບຜິດຊອບຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ປະຫວັດສາດອັນສະຫງ່າລາສີ ຂອງພັກ ແລະ ມູນເຊື້ອຂອງຄົນລຸ້ນພໍ່ລຸ້ນອ້າຍ ເພື່ອເຮັດວຽກງານນີ້ໃຫ້ເປັນຢ່າງດີທີ່ສຸດດ້ວຍຈິດໃຈ, ມີຄວາມທ່ຽງທຳ, ໄສແຈ້ງ, ວິທະຍາສາດ, ພາວະວິໄສ, ລະມັດລະວັງ, ລະອຽດ, ຖືຜົນປະໂຫຍດລວມ, ຜົນປະໂຫຍດຂອງປະເທດຊາດ ແລະ ການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບຸນພຸມສຸກ ຂອງປະຊາຊົນ ເໜືອກ່ວາສິ່ງໃດໝົດ.

ສຳລັບວຽກງານກໍ່ສ້າງພັກ ແລະ ປະຕິບັດກົດລະບຽບພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີບັນດາຜູ້ແທນປຶກສາຫາລື, ປະກອບຄຳເຫັນຕີລາຄາໝາກຜົນທີ່ບັນລຸໄດ້, ບັນດາຂໍ້ຈຳກັດ, ຂໍ້ຕິດຂັດ, ບັນດາຂໍ້ສະເໜີທິດທາງໜ້າທີ່ວິທີການກໍ່ສ້າງພັກ ອາຍຸການ ຊຸດທີ XIV.

ກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ຈະດຳເນີນຮອດວັນທີ 20 ກັນຍາ. ພຸມປັນຍາລວມໝູ່ຈະໄດ້ຮັບການເສີມຂະຫຍາຍໃນການປຶກສາຫາລື 10 ເນື້ອໃນຂຶ້ນກັບ 2 ກຸ່ມບັນຫາຍຸດທະສາດ ແລະ ບາງວຽກງານລະອຽດ, ເພື່ອປະກອບສວ່ນເຂົ້າໃນຜົນສຳເລັດຂອງກອງປະຊຸມ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ຊຸກ​ຍູ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດ​ນາມ - ອີ​ຢິບ ຫຼາຍກວ່າ​ອີກ

ວັນທີ 17 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ອົບພະຍົບ ແລະ ຊາວຕ່າງດ້າວ ອີຢິບ Badr Abdelatty.

Top