• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ຕຶກອາຄານ Bitexco

ຕຶກອາຄານ Bitexco ຫຼື ຕຶກການເງິນ Bitexco (Bitexco Financial Tower) ໄດ້ຈັດຢູ່ໃນບັນຊີລາຍຊື່ 5/20 ຕຶກອາຄານ ສູງສຽບຟ້າທີ່ມີຄວາມປະທັບໃຈທີສຸດໃນໂລກ ໂດຍແມ່ນຊ່ອງ ໂທລະພາບ ວັດທະນະທຳ-ທ່ອງທ່ຽວ CNNGo ຂອງ ບໍລິສັດຂ່າວ CNN ເປັນຜູ້ຄັດເລືອກ. ຕຶກອາຄານ Bitexco ໄດ້ຮັບການອອກ ແບບຈາກຄວາມຄິດສ້າງສັນກີບດອກບົວກຳລັງເບັ່ງບານ, ເປັນເອກະລັກໃຫ້ແກ່ພະລັງຊີວິດ ແລະ ຄວາມປາດຖະຫນາອັນແຮງ ກ້າຂອງຄົນຫວຽດນາມ, ໄດ້ຖືວ່າເປັນສັນຍາລັກຂອງຄວາມຂະ ຫຍັນຫ້າວຫັນຂອງນະຄອນໂຮ່ຈີມິນສະໄໝເຊື່ອມໂຍງເສດຖະກິດ. 
Bitexco ເປັນຕຶກອາຄານຮູບທາດຍັກ ໂດຍແມ່ນກຸ່ມບໍລິສັດ Bitexco ເປັນຜູ້ລົງທຶນກໍ່ສ້າງດ້ວຍມູນຄ່າທັງໝົດປະມານ 400 ລ້ານ USD, ມີເນື້ອທີ່ປະມານ 6.100 ຕາລາງແມັດ, ຕັ້ງຢູ່ໃຈກາງ ເມືອງ 1, ນະຄອນໂຮ່ຈີມິນ, ລວງສູງຈາກໜ້າດິນເຖິງຈອມດາດຟ້າ 262 ແມັດ, ເປັນຕຶກອາຄານທີ່ສູງສຸດຂອງຫວຽດນາມ ແລະ ເປັນທີ 110 ຂອງໂລກ, ຄິດໄລ່ຮອດມື້ເປີດສະຫຼອງການສຳເລັດ (31/10/2010). ປະຈຸບັນ, Bitexco ເປັນຕຶກອາຄານສູງອັນດັບທີສາມຢູ່ຫວຽດນາມ, ຖັດຈາກຕຶກອາຄານ Hanoi Landmark Tower ແລະ ຕຶກອາຄານ Lotte Center ຢູ່ຮ່າ ໂນ້ຍ.

ນັກສະຖາປານິກຂອງກິດຈະການດັ່ງກ່າວແມ່ນທ່ານ Carlos Zapata (ຄົນອາເມລິກາ) ໄດ້ເຄີຍມີຄຳເຫັນວ່າ, ຕຶກອາຄານ  Bitexco ທີ່ອອກແບບມາບໍ່ແມ່ນຈຸດປະສົງເພື່ອແຂ່ງຂັນ ໃນດ້ານຄວາມສູງ,  ເນື່ອງຈາກວ່າການແຂ່ງຂັນເລື່ອງຄວາມສູງ ມັນບໍ່ມີຄວາມໝາຍຫຍັງຍ້ອນວ່າຄວາມສູງໃດ ກໍ່ສາມາດ ເຮັດສູງລື່ນເກີນນີ້ໄດ້ຢ່າງງ່າຍດາຍ. ດ້ວຍເຫດນັ້ນ ທ່ານຈິ່ງໄດ້ເອົາແນວຄວາມຄິດອອກແບບຈາກກີບດອກບົວ. ດອກໄມ້ປະຈຳຊາດຂອງຄົນຫວຽດນາມ,  ສັນຍາລັກຂອງຄວາມບໍລິສຸດສົດໃສ ແລະ ຄວາມເຊື່ອຫມັ້ນເພື່ອສະແດງເຖິງພາບພົດ “ວັດທະນະທຳຫວຽດ ນາມກຳລັງເບັ່ງບານ”.

ດ້ວຍການອອກແບບໃຫ້ຕຶກໂຍອອກຢ່າງໂດດເດັ່ນເທິງກາງອາ ກາດ, ເດີ່ນຈອດເຄື່ອງບິນແຮລີກອບເຕີ ຂອງຕຶກອາຄານ Bitexco ຢູ່ຊັ້ນທີ່ 52 ໄດ້ຖືກຮັບຮອງວ່າເປັນເດີ່ນຈອດ ແຮລີກອບເຕີເທິງຊັ້ນສູງສຸດແຫ່ງທຳອິດທີ່ຫວຽດນາມ. ເດີ່ນຈອດ ດັ່ງກ່າວມີລວງສູງ 191 ແມັດເມື່ອທຽບກັບນະຄອນ, ມີຄວາມຍາວ ທັງໝົດ 40 ແມັດ ໃນນັ້ນ, ມີ 18 ແມັດເຊື່ອມຕໍ່ ແລະ 22 ແມັດ ເປີດກວ້າງອອກເພີ່ມ ທຽບໃສ່ໂຄງອອກແບບເບື້ອງຕົ້ນ ຂອງຕຶກອາຄານ.  ການກໍ່ສ້າງ ເດີ່ນຈອດດັ່ງກ່າວບໍ່ມີຈຸດປະສົງ ສ້າງຄວາມປະທັບໃຈທີ່ສຳຜັດ ດ້ວຍສາຍຕາ ຫາກເພື່ອສ້າງຄວາມສະດວກ ແລະ ເປັນປະໂຫຍດ ໃນການຕ້ອນຮັບແຂກຄົນທີ່ເຂົ້າມາຕຶກອາຄານ ແລະ ເຂົ້າເຖິງບັນຍາກາດອັນອົບອຸ່ນ ພາຍໃນໄດ້ຢ່າງວ່ອງໄວທີສຸດ.


ການອອກແບບຂອງຕຶກອາຄານ Bitexco ແມ່ນ ເລີ່ມຈາກ ແຮງບັນດານໃຈຈາກຮູບດອກບົວທີ່ກຳລັງຈູມໃກ້ຈະບານ. 


ຕຶກອາຄານ Bitexco ເປັນສັນຍາລັກຂອງພະລັງຊີວິດ ແລະ ຄວາມໄຝ່ຝັນອັນແຮງກ້າຂອງຊາວຫວຽດນາມ. 


ເດີ່ນຈອດເຄື່ອງບິນຢູ່ຊັ້ນທີ 52. 


ການເຄື່ອນໄຫວປະສາສຳພັນຢູ່ຕຶກອາຄານ Bitexco. 


ເນື້ອທີ່ສ່ວນໃຫຍ່ຂອງຕຶກອາຄານ Bitexco ໄດ້ຖືກບັນດາ ວິສາ ຫະກິດການເງິນແຖວໜ້າຢູ່ພາຍໃນປະເທດ ແລະ ໃນໂລກ ເຊົ່າເປັນຫ້ອງການ.


ນັກທ່ອງທ່ຽວຢ້ຽມຊົມສະຖານທີ່ທາງໃນຕຶກອາຄານ Bitexco. ພາບ: ດັ້ງກິມເຟືອງ/VNP


ຂົງເຂດທີ່ຕັ້ງຮ້ານອາຫານທີ່ຫຼຸຫຼາໃນຕຶກອາຄານ  Bitexco. 


ນັກທ່ອງທ່ຽວຕ່າງປະເທດດື່ມກາເຟເທິງຊັ້ນທີ 49 ຂອງຕຶກ ອາຄານ. 


ຈາກຊັ້ນສູງນັກທ່ອງທ່ຽວສາມາດຊົມທຸກທິວທັດຂອງນະຄອນ ໂຮ່ຈີມິນ. ພາບ: ດັ້ງກິມເຟືອງ/VNP


ຕຶກອາຄານ Bitexco ເປັນສູນກາງການເງິນ-ເສດຖະກິດ ໃຫຍ່ທີສຸດຂອງນະຄອນໂຮ່ຈີມິນ.  ພາບ: ດັ້ງກິມເຟືອງ/VNP
 
ຕຶກອາຄານທາດ Bitexco ໄດ້ອ້ອມຝາດ້ວຍແກ້ວຈຳນວນ  6.000 ແຜ່ນເປັນແກ້ວອັດແຮງ ມີຂະໜາດ ແລະ ລະດັບຄວາມຄົດແຕກຕ່າງກັນ. ພິເສດ, ນຳໃຊ້ລະບົບຝາຕຶກດ້ວຍແກ້ວແມ່ນເພື່ອຮັບປະກັນປະສິດທິຜົນສູງໃນດ້ານການນຳໃຊ້ ຕາມມາດຖານ “ອອກແບບເປັນມິດກັບສິ່ງແວດລ້ອມ ແລະ ປະຢັດພະລັງງານ”. ລະບົບຝາຕຶກແກ້ວສາມາດປ່ຽນສີສັນຕາມລະດູການ ແລະ ຕາມໄລຍະເວລາພາຍໃນມື້ເມື່ອກະທົບກັບແສງແດດ. 

ຕຶກອາຄານ Bitexco ລວມມີ 68 ຊັ້ນ, ມີພື້ນທີ່ນຳໃຊ້ 119.000 ຕາລາງແມັດ, ໃນນັ້ນ, ມີ 37.000 ຕາລາງແມັດ ສະຫງວນເປັນ ເຂດຫ້ອງການ ແລະ ມີຈຳນວນ 8.000 ກວ່າຕາລາງແມັດ ສະຫງວນໃຫ້ແກ່ເຂດການຄ້າ. ຊັ້ນທີ 50 ແລະ 51 ແມ່ນເຂດ ຮ້ານອາຫານຂັ້ນສູງ. 
ເພື່ອສະດວກສະບາຍໃນການໄປມາພາຍໃນຕຶກອາຄານ, Bitexco ໄດ້ນຳໃຊ້ລະບົບລິບສອງຊັ້ນ ດ້ວຍລະບົບກຳນົດຈຸດທີ່ ໄປ ມີຊື່ວ່າ Compass, ບັນລຸຄວາມໄວ  7 ແມັດ/ວິນາທີ ຊ່ວຍ ຫຼຸດຜ່ອນເວລາລໍຖ້າ. ດ້ວຍເຫດນັ້ນ, ແຂກຄົນ ສາມາດໄປເຖິງຊັ້ນ ສູງສຸດຂອງຕຶກອາຄານພາຍໃນ 45 ວິນາທີ.  ລະບົບລິບດັ່ງກ່າວເປັນປະເພດທີ່ທັນສະໄໝທີສຸດຢູ່ຫວຽດນາມ ແລະ ມີຄວາມໄວ ຢືນອັນດັບທີສາມຢູ່ໃນໂລກ.

ຢູ່ຕຶກອາຄານ Betexco ຍັງມີຫໍຄອຍສັງເກດການ 360 ອົງສາ ຕັ້ງຢູ່ ຊັ້ນທີ 49, ໄດ້ອອກແບບ ເພື່ອອະນຸຍາດໃຫ້ ນັກທ່ອງທ່ຽວສາມາດຢ້ຽມຊົມທິວທັດທຳມະຊາດຂອງນະຄອນ ແລະ ແມ່ນ້ຳ ໄຊງ່ອນຈາກທຸກມູມ, ທຸກເວລາ.

ປະຈຸບັນ, ເນື້ອທີ່ສ່ວນໃຫຍ່ຂອງຕຶກອາຄານ Bitexcoໄດ້ມີບັນດາ ວິສາຫະກິດການເງິນແຖວໜ້າຢູ່ພາຍໃນປະເທດເຊົ່າເປັນຫ້ອງການ. ໃນຍາມລາຕີ, ຈອມສູງສຸດຂອງຕຶກອາຄານໄດ້ປະດັບປະດາ, ໄຕ້ແສງດ້ວຍລະບົບໂຄມໄຟທີ່ທັນສະໄໝ, ສ້າງຄວາມປະທັບໃຈ, ມະໂນພາບເໝືອນດັ່ງ “ໂຄມໄຟທະເລ” ຢູ່ກາງນະຄອນ.

ໃນໂອກາດຕ້ອນຮັບປີໃໝ່ສາກົນ 2015, ຕຶກອາຄານ Bitexco ເປັນສະຖານທີ່ໄດ້ຮັບການຄັດເລືອກເພື່ອເປັນບ່ອນສະແດງ ຍິງ ບັ້ງໄຟດອກ ປະສົມກັບການເຍືອງແສງ lazer ສິລະປະ ຮັບໃຊ້ ຊາວນະຄອນ ແລະ ນັກທ່ອງທ່ຽວ. ໃນເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ຢູ່ເທິງທ້ອງຟ້າທີ່ສະຫວ່າງສະໄຫວ ສີສັນຂອງບັ້ງໄຟດອກ, ຕຶກອາຄານ Bitexco ຍິ່ງໂດດເດັ່ນຂຶ້ນປຽບເໝືອນດັ່ງ ສັນຍາລັກຂອງການ ບືນຕົວກ້າວຂຶ້ນເພື່ອພັດທະນາຢ່າງແຂງແຮງຂອງນະຄອນໂຮ່ຈີມິນ. 
ບົດ: ຫງວຽນຫວູແທ່ງດາດ - ພາບ: ດັ້ງກິມເຟືອງ

ມົກເຮືອງ: ສິ່ງຍອດຍິ່ງ ຂອງສະໝຸນໄພ ຫວຽດ ເພື່ອຄວາມງາມແບບຍືນຍົງ

ມົກເຮືອງ: ສິ່ງຍອດຍິ່ງ ຂອງສະໝຸນໄພ ຫວຽດ ເພື່ອຄວາມງາມແບບຍືນຍົງ

ທ່າມກາງທາງເລືອກ ຢ່າງຫຼວງຫຼາຍ ໃນຕະຫຼາດເຄື່ອງສໍາອາງ, ມົກເຮືອງ ປາກົດຂຶ້ນຄືກັບສາຍລົມອັນສົດຊື່ນ ດ້ວຍຜະລິດຕະພັນບໍາລຸງຄວາມງາມທີ່ເປັນສານສະກັດຈາກສະໝຸນໄພ ຫວຽດ ແທ້ໆ. ບໍ່ພຽງແຕ່ເປັນຍີ່ຫໍ້ ເຄື່ອງສໍາອາງສີຂຽວ ພາຍໃນທ້ອງຖິ່ນເທົ່ານັ້ນ, ແຕ່ ມົກເຮືອງ ຍັງເປັນເລື່ອງລາວ ກ່ຽວກັບການໃຫ້ຄວາມເຄົາລົບນັບຖືຕໍ່ຄຸນຄ່າອັນເປັນມູນເຊື້ອ, ຄວາມພາກພູມໃຈຕໍ່ແຫຼ່ງຊັບພະຍາກອນ ທ່ີອຸດົມສົມບູນຂອງແຜ່ນດິນ ຫວຽດ ແລະ ຄວາມປາດຖະໜາ ທີ່ຈະບໍາລຸງສ້າງຄວາມງາມທີ່ແຂງແຮງ ແລະ ຍືນຍົງໃຫ້ແກ່ຄົນ ຫວຽດ.

Top