“ຕາມຮອຍເສັ້ນໄໝ” ຫວຽດນາມ

ເພື່ອນມິດ ກັບ ຫວຽດນາມ

“ຕາມຮອຍເສັ້ນໄໝ” ຫວຽດນາມ

ຜ່ານປະສົບການຕົວຈິງ ໃນການປູກມອນ, ລ້ຽງມ້ອນ, ສ່າວໄໝ, ຕໍ່າ ຜ້າໄໝ ແລະ ຮັບຟັງເລື່ອງລາວ ຕ່າງໆ ກ່ຽວກັບກະແສ ວັດທະນະທຳ ຂອງ ຜ້າໄໝ ຫວຽດ ຜ່ານການເວລາ ນັບຫຼາຍ ພັນປີ ແມ່ນບັນດາ ການເຄື່ອນໄຫວ ທີ່ປະທັບໃຈ ແລະ ໜ້າຈົດຈຳ ສຳລັບບັນດາ ເອກ ອັກຄະລັດຖະທູດຍິງ ຕ່າງປະເທດ, ຫົວໜ້າຄະນະຜູ້ ຕາງໜ້າສາກົນ ປະຈຳ ຫວຽດນາມ ກໍ່ຄື ພັນລະຍາ ຂອງ ເອກອັກຄະລັດຖະທູດ ບັນ ດາປະເທດ, ພະນັກງານຍິງ ກະຊວງການຕ່າງປະເທດ ໃນເຫດການ “ຕາມຮອຍເສັ້ນໄໝ”.

ຜ່ານປະສົບການຕົວຈິງ ໃນການປູກມອນ, ລ້ຽງມ້ອນ, ສ່າວໄໝ, ຕໍ່າ ຜ້າໄໝ ແລະ ຮັບຟັງເລື່ອງລາວ ຕ່າງໆ ກ່ຽວກັບກະແສ ວັດທະນະທຳ ຂອງ ຜ້າໄໝ ຫວຽດ ຜ່ານການເວລາ ນັບຫຼາຍ ພັນປີ ແມ່ນບັນດາ ການເຄື່ອນໄຫວ ທີ່ປະທັບໃຈ ແລະ ໜ້າຈົດຈຳ ສຳລັບບັນດາ ເອກ ອັກຄະລັດຖະທູດຍິງ ຕ່າງປະເທດ, ຫົວໜ້າຄະນະຜູ້ ຕາງໜ້າສາກົນ ປະຈຳ ຫວຽດນາມ ກໍ່ຄື ພັນລະຍາ ຂອງ ເອກອັກຄະລັດຖະທູດ ບັນ ດາປະເທດ, ພະນັກງານຍິງ ກະຊວງການຕ່າງປະເທດ ໃນເຫດການ “ຕາມຮອຍເສັ້ນໄໝ”.

ບັນດາ​ເອກ​ອັກຄະ​ລັດຖະທູດ​ຍິງ​ ຕ່າງປະ​ເທດ, ຫົວໜ້າ​ຄະນະ​ຜູ້​ແທນ​ສາກົນ​ປະຈຳ​ ຫວຽດນາມ, ພ້ອມ​ພັນ​ລະ​ຍາ​ເອກ​ອັກຄະ​ລັດຖະທູດ​ຕ່າງປະ​ເທດ, ພະນັກງານ​​ຍິງ ​ກະຊວງ​ການ​ຕ່າງປະ​ເທດ ​ທີ່ໄດ້​ເຂົ້າ​ຮ່ວມ​ເຫດການ “ຕາມຮອຍເສັ້ນໄໝ”.

  ການລ້ຽງມ້ອນ, ຕໍ່າຜ້າໄໝ ໄດ້ປະກົດ, ຄົງຕົວ ແລະ ພັດທະນາ ໃນໝູ່ ປະຊາຊາວ ຫວຽດນາມ ມາເປັນເວລາຫຼາຍພັນປີແລ້ວ. ປັດຈຸບັນ, ຫວຽດນາມ ຖືກຈັດຢູ່ອັນດັບ 4 ໃນຈຳນວນປະເທດ ມີອາຊີບປູກ ມອນ ລ້ຽງມ້ອນ ພັດທະນາ ຢ່າງແຂງແຮງ. ການປູກມອນ ລ້ຽງມ້ອນ ກຳລັງແມ່ນການສ້າງອາຊີບ ທີ່ໝັ້ນຄົງ ຂອງ ຊາວກະສິກອນ ຫວຽດ ນາມ 100.000 ກວ່າຄົນ, ໃນນັ້ນສ່ວນຫຼາຍແມ່ນແມ່ຍິງ”, ທ່ານ ເລ ຮົ່ງເວິນ, ຜູ້ອໍານວຍການ VIETSERI (ສູນຄົ້ນຄວ້າ ໄໝມ້ອນ ສູນ ກາງ) ໄດ້ແນະນຳກ່ຽວກັບອາຊີບປູກມອນ ລ້ຽງມ້ອນ ຂອງ ຫວຽດ ນາມ ຕໍ່ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມເຫດການດັ່ງກ່າວ.

ບໍ່​ພຽງ​ແຕ່​ໄດ້​ຮັບ​ຟັງເລື່ອງລາວຕ່າງໆ ກ່ຽວກັບປະຫວັດ ແລະ ການ​ພັດທະນາ​ ຂອງ​ ອາຊີບປູກ​ມອນ ​ລ້ຽງ​ມ້ອນ, ຕໍ່າແພ​ໄໝ ເທົ່ານັ້ນ, ບັນ ດາແຂກຮັບເຊີນ​ ຍັງ​​ມີ​ໂອກາດ​ໄດ້​ສຳ​ຜັດ​ກັບ​ຮູບ​ແບບ​ການ​ປູກ​ມອນ ​ລ້ຽງ​ມ້ອນ, ສ່າວໄໝ, ຕໍ່າແພໄໝ ຢູ່ໃນເຫດການ ອີກດ້ວຍ.

ບັນດານັກການທູດຍິງ, ພັນລະຍາເອກອັກຄະລັດຖະທູດ ຮູ້ສຶກປະ ທັບໃຈ ເມື່ອໄດ້ເຫັນກັບຕາ ຮູບພາບ ໂຕມ້ອນ ກໍາລັງກິນ, ໂຕມ້ອນ ປ່ອຍເສັ້ນໄໝ ສ້າງເປັນຫຼອດ ຢູ່ທົ່ງນາ. 

ນັ່ງ​ຢູ່​ຂ້າງກີ່ຕໍ່າຫູກ ບໍ່​ແມ່ນ​ຮູບ​ພາບຊິນເຄີຍ​ ຂອງ ​ແມ່​ຍິງ​ ຫວຽດ​ນາມ, ແຕ່​ແທນ​ທີ່ນັ້ນ ​ຈະ​ແມ່ນບັນດານັກການທູດ​​ຍິງ​ ແລະ ພັນລະຍາເອກ​ອັກ​ຄະ​ລັດ​ຖະ​ທູດ ຈາກ​ປະ​ເທດຕ່າງໆ ກຳລັງ ໄດ້ຮັບການ ແນະນຳ ກ່ຽວ​ກັບ ວິທີການນຳໃຊ້ກີ່ຕໍ່າຫູກ ແລະ ສ່າວໄໝ ດ້ວຍມື ຂອງແມ່ຍິງ ຫວຽດນາມໃນເມື່ອກ່ອນ ຈາກບັນດານາຍຊ່າງ ຂອງ VIETSERI.


ບັນດາ​ນັກ​ການ​ທູດ​ຍິງ ແລະ ພັນລະຍາ​​ເອກ​ອັກຄະ​ລັດຖະທູດ ມີ ຄວາມຮູ້ສຶກ​ແປກ​ໃຈ ​ແລະ ໜ້າ​ສົນ​ໃຈຫຼາຍ ​ເມື່ອ​ເຂົາ​ເຈົ້າ​ໄດ້​ອອກ​ໄປ​ກາງ​ທົ່ງ​ຫຍ້າ​ຂຽວ, ​ເກັບ​ໝາກມອນສຸກ ​ແລະ ພິ​ເສດ​ແມ່ນ​ໄດ້ເຫັນ ກັບ ຕາ ຮູບພາບມ້ອນກິນ, ມ້ອນປ່ອຍໄໝ, ມ້ອນສານຝັກຫຼອດ ຢູ່ ຕາມ ທົ່ງນາ. 

ຄຽງ​ຄູ່​ກັບການໄດ້ສຳຜັດຕົວຈິງ ໃນອາຊີບ ປູກມອນ ລ້ຽງມ້ອນ ແລະ ທໍ່ໄໝ, ບັນດາ​ນັກການທູດ​ຍິງ ​ແລະ ພັນ​ລະ​ຍາ​ເອກ​ອັກຄະ​ລັດຖະທູດ ຍັງໄດ້ຮຽນຮູ້​ ​ກ່ຽວ​ກັບ​ກະແສວັດທະນະທຳ ແພໄໝ ຫວຽດນາມ ແຕ່ ສະໄໝແຫ່ງ​ການ​ປົກປັກຮັກສາ ແລະ ສ້າງສາປະ​ເທດ​ຊາດ ​ຂອງ​ຊາວ ​ຫວຽດນາມ ​ໄປ​ພ້ອມ​ກັບ​​ເລື່ອງ​ລາວ ວັດທະນະທຳຕ່າງໆ ທີ່ຕິດພັນ ກັບອາຊີບຕໍ່າຫູກ ຜ່ານການ ແນະນຳ ຂອງທ່ານນາງ ວັນທິຮັ່ງ, ຜູ້​ກໍ່​ຕັ້ງ DeSilk.

ດັ່ງນັ້ນ​, ຜ້າ​ໄໝ ​ຍັງມີຄວາມ​ຕິດ​ພັນ​ ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ແມ່ຍິງ ​ເຊັ່ນ: ຂະບວນການ ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ໄດ້​ເລີ່​ມ ພັດທະນາ​ຢູ່ ຫວຽດນາມ ​ໃນ​ຕົ້ນ​ສະຕະວັດ​ທີ XX. ການຜະລິດ​ຜ້າ​ໄໝ​ໄດ້​ກາຍ​ເປັນ​ສັນຍາ​ລັກ​ ສ້າງ​ກຳລັງ​ແຮງ ​ຂອງ​ ແມ່ຍິງ. ດັ່ງນັ້ນ, ຜ້າ ໄໝ ຍັງມີພາລະກິດພິເສດ ເມື່ອປະເທດ ເຂົ້າສູ່ໄລຍະ ຫັນເປັນອຸດ ສາຫະກໍາ ທັນສະໄໝ ຕາມຄໍາແນະນໍາ ຂອງຜູ້ກໍ່ຕັ້ງ DeSilk. ທ່ານ ນາງ ວັນທິຮັ່ງ ໄດ້ຢືນຢັນວ່າ “ພວກຂ້າພະເຈົ້າ​ຢາກ​ໃຫ້​ຊາວ​ໂລກ​​ຮັບ​ຮູ້​ວ່າ ​ຜ້າ​ໄໝ​ຂອງ​ ຫວຽດນາມ ​ບໍ່​ພຽງ​ແຕ່ມີຄຸນນະພາບທ່ີດີ​ເທົ່າ​ນັ້ນ, ແຕ່ ຍັງ​ມີ​ຄວາມ​ສວຍ​ງາມລະອຽດອ່ອນ ຍ້ອນໄດ້ ຮັບ​ການ​ອອກ​ແບບ​ເປັນ​ພິ​ເສດ ​ແລະ ຜ່ານຂະ​ບວນການ​ຄຸ້ມ​ຄອງ​ທີ່​ເຄັ່ງ​ຄັດ​”.

ທ່ານນາງ ວັນ​ທິ​ຮົ່ງ, ຜູ້​ກໍ່​ຕັ້ງ Desilk ​ໄດ້​ແບ່ງປັນ​ກ່ຽວ​ກັບ​ປະຫວັດ ສາດ ​ແລະ ເລື່ອງລາວ ວັດທະນະທຳ​ ກ່ຽວກັບ ຜ້າ​ໄໝ​ ຫວຽດ.

ຄວາມຄ່ອງແຄ້ວຂອງນາງຊ່າງຫັດຖະກຳ ຫວຽດນາມ ແມ່ນສະແດງ ໃຫ້ເຫັນຢ່າງເດັ່ນຊັດ ໂດຍຜ່ານບັນດາຜະລິດຕະພັນຂອງ Desilk, ຈາກ ອ໋າວຢ່າຍ (ເສື້ອຍາວ) ຈົນເຖິງຜ້າພັນຄໍ ທີ່ມີຄວາມງາມສະເໜ່ ສຳລັບຜູ້ຍິງ ທີ່ປະສົບຜົນສໍາເລັດ ຫຼື ໂບນ້ອຍໆ ທີ່ໜ້າຮັກຕິດຢູ່ເທິງ ຖົງພາຍ. ຕັ້ງແຕ່ສະຕະວັດ ​ທີ XVII, XVIII ​ເປັນ​ຕົ້ນ​ມາ, ຄວາມ​ຄ່ອງ​ແຄ້ວ​ຂອງ​ຊ່າງ​ຫັດຖະກຳ​ ຫວຽດນາມ ​ໄດ້ເປັນທ່ີຍອມຮັບວ່າ ເປັນ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ ຈາກ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ​. ນີ້​ແມ່ນ​ທ່າ​ໄດ້​ປຽບ​ທີ່ພິ​ເສດ ​ຂອງ​ ອາຊີບ​ຫັດ​ຖະ​ກຳຂອງ ​ຫວຽດ​ນາມ ຊຶ່ງບໍ່ຄ່ອຍ ມີບ່ອນ ໃດມີໄດ້​.


ເຂົ້າຮ່ວມລາຍການ ໃນຊຸດອ໋າວຢ່າຍ ພື້ນເມືອງ ຫວຽດນາມ, ທ່ານ ນາງ Elisa Fernandez - ຫົວໜ້າຜູ້ຕາງໜ້າ UN Women ປະຈໍາ ຫວຽດນາມ ໄດ້ກ່າວວ່າ: “ເມື່ອຂ້າພະເຈົ້າມາ ຫວຽດນາມ ກ່ອນໜ້ານີ້ 5 ປີກ່ອນ, ຂ້າພະເຈົ້າໄດ້ຮັບຮູ້ເຖິງຄວາມງາມ ຂອງ ຊຸດ ອ໋າວຢ່າຍ. ຕາມຮີດຄອງປະເພນີ, ອ໋າວຢ່າຍ ແມ່ນເຮັດຈາກຜ້າໄໝ ​ແລະ ຜ້າ​ໄໝ​ໄດ້​ມີ​ບົດບາດ​ສຳຄັນ​ ໃນ​ຊີວິດ​ດ້ານ​ວັດທະນະທຳ ​ແລະ ​ເສດຖະກິດ​ຂອງ​ ຫວຽດນາມ”. ທ່ານນາງ Elisa Fernandez ໄດ້ສະແດງໃຫ້ເຫັນ ຄວາມປາດຖະໜາວ່າ ຂະແໜງການ ຜະລິດ ຜ້າໄໝ ຂອງ ຫວຽດນາມ ຈະ ສືບຕໍ່ເປີດທາງໃຫ້ ຄວາມສະເໝີພາບ ລະຫວ່າງຍິງ - ຊາຍ ແລະ ຄວາມຈະເລີນຮັ່ງມີ. 

ບັນດາປະສົບ​ການ​ທີ່​ໜ້າ​ສົນໃຈໃນເຫດການ “ຕາມຮອຍເສັ້ນໄໝ” ບໍ່​ພຽງ​ແຕ່​ເຜີຍ​ແຜ່​ຄວາມ​ຮັກ​ ທີ່ມີຕໍ່​ຜ້າ​ໄໝ ​ຫວຽດ​ ​ເທົ່າ​ນັ້ນ, ແຕ່ຍັງເຜີຍ ແຜ່ ຜ່ານແຂກຮັບເຊີນຍິງ ສາກົນ, ນີ້ແມ່ນ​ໂອ​ກາດ​ທີ່​ດີ ​ເພື່ອ​ແນ​ໃສ່​ໂຄ​ສະ​ນາ​ເຜີຍແຜ່ ຂະ​ແໜງ​ໄໝມ້ອນ ຫວຽດ​ນາມ ​ໄປ​ສູ່​ໂລກອີກດ້ວຍ.
ແຂກຮັບເຊີນສາກົນ ແລະ ພາຍໃນປະເທດ ເຂົ້າຮ່ວມຖ່າຍຮູບທີ່ລະ ນຶກກ່ອນປິດງານ.

ບົດ: ຖາວວີ - ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ

Joseph Kingsley Entsuah-ຜູ້ລະດົມກຳລັງໃຈ ຮຽນພາສາ ອັງກິດ ໃຫ້ນັກຮຽນ ຫວຽດນາມ

Joseph Kingsley Entsuah-ຜູ້ລະດົມກຳລັງໃຈ ຮຽນພາສາ ອັງກິດ ໃຫ້ນັກຮຽນ ຫວຽດນາມ

Joseph Kingsley Entsuah (ຊາວ ການາ) ຖືກເອີ້ນດ້ວຍ ຄວາມ ຮັກວ່າ “ຄູສອນ ພະລັງງານ” ໂດຍນັກຮຽນ ຢູ່ໂຮງຮຽນ ນາໆ ຊາດ Maya. ເພິ່ນມີຄວາມດຸໝັ່ນ, ອ່ອນໂຍນ ແລະ ມີທັກສະການ ສອນພາສາ ອັງກິດ ທີ່ດີເລີດກັບນັກຮຽນ. ຄວາມ​ເອກອ້າງ​ທະ​ນົງ​ໃຈ ​ຂອງ​ເພິ່ນ​ ແມ່ນ​ລະດົມ​ກຳລັງ​ໃຈ​ ໃຫ້​ນັກ​ຮຽນ ຫວຽດນາມ ຕັ້ງໜ້າ​ຮ່ຳຮຽນ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ເປັນ​ເຈົ້າ​ການ​ພາສາ ​ອັງ ກິດ ​ແລະ ​ເປີດ​ປະຕູ​ແຫ່ງຄວາມຮູ້ກັບບັນດາ​ເພື່ອນ​ມິດສາ​ກົນ.

Top