ເມື່ອສ້າງບັນດາບັນຊີຊອບແວໃຫ້ສຳເລັດ, ລັດຖະກອນ, ພາລະກອນຂອງອົງການຂຶ້ນກັບສະພາແຫ່ງຊາດ ແຕ່ລະຄົນ ຈະຫຼຸດເວລາເຮັດວຽກຂຶ້ນເຖິງ 30% ເພື່ອປະຕິບັດບັນດາໜ້າທີ່ສຳຄັນອື່ນ.
ຍູ້ແຮງການນຳໃຊ້ການຫັນເປັນດີຈີຕອນ, ປັນຍາປະດິດໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ. ນີ້ແມ່ນຄຳເຫັນຊີ້ນຳຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ທີ່ກອງປະຊຸມລາຍງານ, ຂໍຄຳເຫັນກ່ຽວກັບລະບົບຊອບແວສະໜອງຂໍ້ມູນໃນອຸປະກອນອັດສະລິຍະ (ແອັບສະພາແຫ່ງຊາດ 2.0) ແລະ ໂປຼແກຼມຜູ້ຊ່ວຍສະເໝືອນ (Virtual Assiistan) ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 24 ເມສາ, ຢູ່ຫໍສະພາແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດປາດຖະໜາວ່າ, ເມື່ອສ້າງບັນດາບັນຊີຊອບແວໃຫ້ສຳເລັດ, ລັດຖະກອນ, ພາລະກອນຂອງອົງການຂຶ້ນກັບສະພາແຫ່ງຊາດ ແຕ່ລະຄົນ ຈະຫຼຸດເວລາເຮັດວຽກຂຶ້ນເຖິງ 30% ເພື່ອປະຕິບັດບັນດາໜ້າທີ່ສຳຄັນອື່ນ.
ກໍ່ທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດສະເໜີໃຫ້ກຸ່ມບໍລິສັດ Viettel ສ້າງແອັບສະພາແຫ່ງຊາດ 2.0 ໃຫ້ສຳເລັດໂດຍໄວ, ຍູ້ແຮງການຕິດຕັ້ງ, ຝຶກແອບ, ໜູນຊ່ວຍບັນດາສະມາຊິກສະພາແຫ່ງຊາດ, ຜ່ານນັ້ນ ກໍ່ສາມາດນຳເຂົ້າໃຊ້ການທົດລອງທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ໃນທັນທີເຊິ່ງຈະຈັດຂຶ້ນໃນຕົ້ນເດືອນ ພຶດສະພາ ຈະມາເຖິງ.
(ແຫຼ່ງຄັດຈາກ VOV)