ໃນການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນຂອງບາງໂຄງການຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍໃນບໍລິເວນແຂວງດຽນບຽນ ດ້ວຍການໜູນຊ່ວຍຂອງບັນດາອົງການລັດຖະບານຝລັ່ງໃນບັນດາຂົງເຂດຄືວັດທະນະທຳ, ການທ່ອງທ່ຽວ ແລະ ກະສິກຳ.
ທ່ານປະທານຄະນະກຳມະການປະຊາຊົນແຂວງ ດຽນບຽນ, ເລແທັງໂດ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງສະຖານທູດຝລັ່ງ ປະຈຳ ຫວຽດນາມ (ພາບ: TTXVN )
ວັນທີ 16 ມີນາ, ຢູ່ນະຄອນ ດຽນບຽນຝູ, ແຂວງ ດຽນບຽນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ດຽນບຽນ, ເລແທັງໂດ ໄດ້ໃຫ້ການຕ້ອນຮັບຄະນະປະຕິບັດງານຂອງສະຖານທູດຝລັ່ງ ປະຈຳ ຫວຽດນາມ, ໂດຍທ່ານ Olivier Brochet ເອກອັກຄະລັດຖະທູດ ຝລັ່ງ ປະຈຳ ຫວຽດນາມ ເປັນຫົວໜ້າຄະນະ.
ໃນການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບໝາກຜົນຂອງບາງໂຄງການຮ່ວມມືທີ່ພວມໄດ້ຮັບການຜັນຂະຫຍາຍໃນບໍລິເວນແຂວງດຽນບຽນ ດ້ວຍການໜູນຊ່ວຍຂອງບັນດາອົງການລັດຖະບານຝລັ່ງໃນບັນດາຂົງເຂດຄືວັດທະນະທຳ, ການທ່ອງທ່ຽວ ແລະ ກະສິກຳ. ນີ້ແມ່ນບັນດາໂຄງການໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງຊີວິດດ້ານເສດຖະກິດ - ວັດທະນະທຳ - ສັງຄົມຢູ່ທ້ອງຖິ່ນ. ບົນພື້ນຖານນັ້ນ, ທາງແຂວງດຽນບຽນປາດຖະໜາຢາກໃຫ້ສະຖານທູດ ຝລັ່ງສືບຕໍ່ແນະນຳກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງ ດຽນບຽນເພື່ອຊຸກຍູ້ການຮ່ວມມືລະຫວ່າງແຂວງດຽນບຽນກັບບັນດາສ່ວນບຸກຄົນ, ອົງການ ແລະ ນັກລົງທຶນຝລັ່ງໃຫ້ຫຼາຍກ່ວາອີກ.
ສ່ວນທ່ານເອກອັກຄະລັດຖະທູດ Olivier Brochet ກໍ່ຢັ້ງຢືນການຮ່ວມມືລະຫວ່າງລັດຖະບານ ແລະ ບັນດາທ້ອງຖິ່ນຂອງຝລັ່ງກັບບັນດາທ້ອງຖິ່ນຫວຽດນາມ ແມ່ນບຸລິມະສິດເຊິ່ງສະຖານທູດຝລັ່ງ ປະຈຳ ຫວຽດນາມຈະສືບຕໍ່ຊຸກຍູ້.
(ແຫຼ່ງຄັດຈາກ VOV)