• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກຍູ້ການຮ່ວມມືດ້ານການສຶກສາ ຫວຽດນາມ ແລະ ສະຫະພັນ ລັດເຊຍ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ດັ້ງມິງຄອຍ, ຢືນຢັນນະໂຍບາຍຂອງ 2 ປະເທດໃນການພັດທະນາການສຶກສາ ແລະ ບຳລຸງສ້າງທີ່ມີຄວາມຄ້າຍຄືກັນ.
(ທີ່ເວທີປາໄສ)

ວັນທີ 18 ເມສາ, ອະທິການບໍດີ 60 ທ່ານຂອງມະຫາວິທະຍາໄລ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ມີໜ້າຢູ່ມະຫາວິທະຍາໄລສັງລວມແຫ່ງຊາດ ມົດສະກູ ທີ່ມີຊື່ວ່າ Lomonosov ເພື່ອເຂົ້າຮ່ວມເວທີປາໄສອະທິການບໍດີບັນດາມະຫາວິທະຍາໄລ ຫວຽດນາມ - ລັດເຊຍ ຄັ້ງທີ 2.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ລັດເຊຍ ດັ້ງມິງຄອຍ, ຢືນຢັນນະໂຍບາຍຂອງ 2 ປະເທດໃນການພັດທະນາການສຶກສາ ແລະ ບຳລຸງສ້າງທີ່ມີຄວາມຄ້າຍຄືກັນ. ການລົງທຶນ ແລະ ພັດທະນາການສຶກສາແມ່ນເປົ້າໝາຍສຳຄັນໃນການພັດທະນາຂອງ 2 ປະເທດ. ເວທີປາໄສດັ່ງກ່າວແມ່ນກົນໄກສຳຄັນເພື່ອໃຫ້ບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລແລກປ່ຽນບົດຮຽນ, ເພີ່ມທະວີການຮ່ວມມື, ປະກອບສ່ວນຫັນເປັນລະອຽດ ແລະ ຜັນຂະຫຍາຍບັນດາຄຳໝັ້ນສັນຍາຮ່ວມມືກ່ຽວກັບການສຶກສາ ແລະ ບຳລຸງສ້າງທີ່ໄດ້ຮັບການລົງນາມແລ້ວ.

ສ່ວນຝ່າຍ ລັດເຊຍ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ການສຶກສາມະຫາວິທະຍາໄລສະຫະພັນ ລັດເຊຍ Konstantin Mogilevsky ຊີ້ແຈ້ງວ່າ, ການພັດທະນາແຫຼ່ງຊັບພະຍາກອນມະນຸດໃນການພົວພັນລະຫວ່າງ 2 ປະເທດແມ່ນໜຶ່ງໃນບັນດາໜ້າທີ່ເຊິ່ງບັນດາມະຫາວິທະຍາໄລຂອງ 2 ປະເທດຕ້ອງຖືເປັນສຳຄັນທີ່ສຸດ. ສະຫະພັນ ລັດເຊຍ ຖື ຫວຽດນາມ ແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອໃນຂົງເຂດການສຶກສາ ແລະ ບຳລຸງສ້າງ.

(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ການ​ປະ​ທະ​ກັນ​ລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ອາ​ເມ​ລິ​ກາ ຮຽກ​ຮ້ອງ ຮາ​ມາດ​ສ ຍອມ​ຮັບ​ຂໍ້​ຕ​ົກ​ລົງ​ຢຸດ​ຍິງ, ຄັດ​ຄ້ານ ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ Rafah

ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ເນັ້ນໜັກວ່າ ເລື່ອງປ່ອຍຕົວປະກັນແມ່ນ “ເນື້ອໃນຈຸດສຸມຂອງທຸກວຽກງານ ເຊິ່ງ ອາເມລິກາ ພວມພະຍາຍາມປະຕິບັດ”.

Top