• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈີນ ກຽມພ້ອມ​ ຮ່ວມ​ມື​ພ້ອມກັບ ​ອາ​ເມ​ລິ​ກາຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ

ທ່ານ Donald Trump ເຊື່ອໝັ້ນວ່າ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຈະບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງໃນ 3 ປີທີ່ຍັງເຫຼືອໃນສະໄໝຂອງທ່ານ.
ທ່ານ ສີຈິນຜິງ ປະທານປະເທດ ຈີນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: REUTERS/Evelyn Hockstein)

ຈີນຖືເປັນສຳຄັນການພົວພັນ ຈີນ - ອາເມລິກາ, ກຽມພ້ອມທີ່ຈະສືບຕໍ່ ພ້ອມກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ນຳພາການພົວພັນສອງຝ່າຍຜ່ານຜ່າຄວາມຫຍຸ້ງຍາກ, ກ້າວຂຶ້ນສະຖຽນລະພາບ, ຊຸກຍູ້ການປະຕິບັດຫຼາຍວຽກງານໃຫຍ່ໃນປີນີ້. ນີ້ແມ່ນການຢັ້ງຢືນຂອງທ່ານ ສີຈິນຜິງ ປະທານປະເທດ ຈີນໃນການໂອ້ລົມທາງໂທລະສັບກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃນຕອນຄ່ຳວັນທີ 4 ກຸມພາ. ທີ່ການໂອ້ລົມທາງໂທລະສັບ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບບັນດາບັນຫາດ້ານການເມືອງ, ການຄ້າສອງຝ່າຍ; ວຽກງານກະກຽມໃຫ້ແກ່ການເດີນທາງໄປປະຕິບັດງານຢູ່ປັງກິ່ງ ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ຄາດວ່າໃນເດືອນເມສາ ກໍ່ຄືບັນດາບັນຫາສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳຈີນ ຖືວ່າ ຖ້າສອງຝ່າຍຮັກສາທັດສະນະຄວາມສະເໝີພາບ, ຄວາມເຄົາລົບນັບຖື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເດີນຕາມທິດດຽວກັນນັ້ນກໍ່ອາດສາມາດຊອກຫາມາດຕະການໃຫ້ແກ່ບັນດາຄວາມວິຕົກກັງວົນຂອງແຕ່ລະຝ່າຍ.

ພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຈີນເຫັນດີສົ່ງເສີມການຊື້ຖົ່ວເຫຼືອງຂອງອາເມລິກາຕື່ມອີກ ແລະ ທ່ານກໍ່ຢັ້ງຢືນການພົວພັນອັນດີງາມກັບຈີນ ແລະ ສ່ວນຕົວທ່ານປະທານປະເທດ ສີຈິນຜິ້ງ. ທ່ານ Donald Trump ເຊື່ອໝັ້ນວ່າ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຈະບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງໃນ 3 ປີທີ່ຍັງເຫຼືອໃນສະໄໝຂອງທ່ານ.

(ແຫຼ່ງຄັດຈາກ VOV)

ປະຕິຮູບລະບອບລະບຽບການ, ແກ້ໄຂຈຸດອຸດຕັນ, ປະຕິບັດມະຕິເລກທີ 01 ຂອງລັດຖະບານໃຫ້ມີປະສິດທິຜົນ

ປະຕິຮູບລະບອບລະບຽບການ, ແກ້ໄຂຈຸດອຸດຕັນ, ປະຕິບັດມະຕິເລກທີ 01 ຂອງລັດຖະບານໃຫ້ມີປະສິດທິຜົນ

ກະຊວງຍຸຕິທຳກໍ່ຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການຍູ້ແຮງການປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ.

Top