• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບໃນ​ເຫດ​ອຸ​ປະ​ຕິ​ເຫດ​ລົດ​ໄຟ​ຢູ່ ອິນ​ເດຍ ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ

ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດອຸປະຕິເຫດລົດໄຟໂດຍສານຕຳກັນຢູ່ລັດ Odisha ທີ່ເກີດຂຶ້ນໃນເວລາ 19 ໂມງ ຂອງວັນທີ 2 ມິຖຸນາ ຕາມເວລາທ້ອງຖິ່ນ ໄດ້ເພີ່ມຂຶ້ນເປັນ 233 ຄົນ ແລະ 900 ຄົນຮັບບາດເຈັບ.
  ອຸປະຕິເຫດລົດໄຟໂດຍສານຕຳກັນຢູ່ລັດ Odisha ເກີດຂຶ້ນໃນເວລາ 19 ໂມງ ຂອງວັນທີ 2 ມິຖຸນາ (ພາບ: Reuters)  

ວັນທີ 3 ມິຖຸນາ, ວົງການເຈົ້າໜ້າທີ່ ອິນເດຍ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບໃນເຫດອຸປະຕິເຫດລົດໄຟໂດຍສານຕຳກັນຢູ່ລັດ Odisha ທີ່ເກີດຂຶ້ນໃນເວລາ 19 ໂມງ ຂອງວັນທີ 2 ມິຖຸນາ ຕາມເວລາທ້ອງຖິ່ນ ໄດ້ເພີ່ມຂຶ້ນເປັນ 233 ຄົນ ແລະ 900 ຄົນຮັບບາດເຈັບ, ເປັນອຸປະຕິເຫດລົດໄຟມີຜູ້ເສຍຊີວິດຫຼາຍທີ່ສຸດໃນກວ່າ 1 ທົດສະວັດຜ່ານມາຢູ່ປະເທດນີ້. ເຈົ້າໜ້າທີ່ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດໃນເຫດອຸປະຕິເຫດດັ່ງກ່າວ ຈະສືບຕໍ່ເພີ່ມຂຶ້ນ. ມີລົດສຸກເສີນ 200 ກວ່າຄັນ ແລະ ທ່ານໝໍ 180 ທ່ານ ໄດ້ຈັດສົ່ງໄປຍັງສະຖານທີ່ເກີດເຫດ ຢູ່ເມືອງ Balasore ຂອງ ລັດ Odisha. ຜູ້ວ່າການລັດ Odisha, ທ່ານ Naveen Patnaik ຖະແຫຼງວ່າ ວັນທີ 3 ມິຖຸນາ ແມ່ນວັນໄຫວ້ອາໄລຜູ້ປະສົບເຄາະຮ້າຍໃນເຫດອຸປະຕິເຫດທີ່ຮ້າຍແຮງດັ່ງກ່າວ.

ປັດຈຸບັນ, ມີບັ້ນເຄື່ອນໄຫວຊອກຫາ ແລະ ກູ້ໄພກູ້ຊີບຂະໜາດໃຫຍ່ດ້ວຍການເຂົ້າຮ່ວມຂອງພະນັກງານດັບເພີງ, ຕຳຫຼວດນັບຮ້ອຍຄົນ ພວມໄດ້ຜັນຂະຫຍາຍ. ກຳລັງຮັບມືກັບໄພພິບັດແຫ່ງຊາດກໍມີໜ້າຢູ່ສະຖານທີ່ດັ່ງກ່າວ. ໂຮງໝໍທຸກໆແຫ່ງຢູ່ເມືອງ Balasore ລ້ວນແຕ່ຢູ່ໃນສະພາວະສຸກເສີນສູງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top