• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັງ​ຫວະ​ຊີ​ວິດ​ຂອງ ​ຮ່າ​ໂນ້ຍ ໃນຮ້ານ​​ກາ​ເຟຍາມ​ຄ່ຳ​ຄືນ

ຈັງຫວະຊີວິດຂອງ ຮ່າໂນ້ຍ ໃນຮ້ານກາເຟຍາມຄ່ຳຄືນ ແມ່ນການປະສົມປະສານລະຫວ່າງການພັກຜ່ອນຢ່ອນອາລົມ ແລະ ຄວາມຟົດຟື້ນ, ດຶງດູດລຸ້ນໜຸ່ມ ແລະ ບັນດາຜູ້ທີ່ຢາກຊອກຫາການເຊື່ອມຕໍ່. ບັນດາຮ້ານກາເຟຍາມຄ່ຳຄືນຢູ່ ຮ່າໂນ້ຍ ແມ່ນຈຸດນັດພົບທີ່ດີທີ່ສຸດ ເພື່ອສາມາດພົບປະກັບໝູ່ເພື່ອນ, ຮັບຟັງດົນຕີ ແລະ ຄົ້ນຫາຈຸດພິເສດສະເພາະຂອງນະຄອນຫຼວງຍາມກາງຄືນ.
(ພາບ: hanoionline.vn)

ໃນເວລາ 11 ໂມງແລງ, ຈຸດເວລາທີ່ນະຄອນເລີ່ມຕົ້ນການນອນ, ກໍ່ແມ່ນຈຸດເວລາທີ່ຈັງຫວະຊີວິດອື່ນໆໄດ້ເປີດອອກ. ຍາມກາງຄືນ, ໃນຄວາມສະຫງົບງຽບຂອງ ຮ່າໂນ້ຍ, ມີຫຼາຍຮ້ານກາເຟຢູ່ນະຄອນຫຼວງຍັງເປີດປະຕູຕ້ອນຮັບແຂກຢູ່. ບັນດາຮ້ານກາເຟແບບນີ້ ແຕ່ດົນນານມາແລ້ວ, ໄດ້ການເປັນຈຸດນັດພົບທີ່ລຶ້ງເຄີຍຂອງຫຼາຍກຸ່ມເພື່ອໜຸ່ມ.

ກໍ່ຄືກັນກັບກຸ່ມເພື່ອນໜຸ່ມອື່ນໆ, ກຸ່ມເພື່ອນໜຸ່ມຂອງ ໝີ້ເຟືອງ, ຢູ່ຕາແສງ ອາແຄັງ, ນະຄອນ ຮ່າໂນ້ຍ ໄດ້ເລືອກເອົາຮ້ານກາເຟຍາມກາງຄືນ ຄືດັ່ງການເລືອກຊອກຫາຄວາມສະຫງົບງຽບ ເພື່ອສຸມໃສ່ການເຮັດບົດຝຶກຫັດ ຫຼືເຮັດວຽກງານຂອງຕົນໃຫ້ສຳເລັດ. ໝີ້ເຟືອງ ແບ່ງປັນວ່າ:

   ຂ້າພະເຈົ້າຢູ່ ຮ່າໂນ້ຍ ນັບແຕ່ຄາວຍັງນ້ອຍຫັນວ່າ ບັນຍາກາດຍາມກາງຄືນຢູ່ນີ້ແມ່ນສະບາຍສະບາຍເມື່ອຮຽນຮອດຂັ້ນມະຫາແລ້ວຂ້າພະເຈົ້າສາມາດຈັດແຈງເວລາງ່າຍກວ່າດັ່ງນັ້ນຈຶ່ງສາມາດພົບປະກັບໝູ່ເພື່ອນຢູ່ຮ້ານກາເຟຕ່າງໆ ແລະ ຮ່ຳຮຽນເວລາຍາມກາງຄືນກໍ່ເໝາະສົມເພື່ອເຮັດວຽກກຸ່ມ.

ບໍ່ພຽງແຕ່ນັກສຶກສາທ່ີ່ມາຮ້ານກາເຟຍາມກາງຄືນເທົ່ານັ້ນ, ບັນດາຜູ້ທີ່ເຮັດວຽກງານປະດິດຄິດສ້າງກໍ່ມັກມາແຫ່ງນີ້ອີກດ້ວຍ. ສຳລັບເຂົາເຈົ້າແລ້ວ, ນີ້ແມ່ນຈຸດເວລາເພື່ອສາມາດມີຄວາມນຶກຄິດແບບເສລີ, ບໍ່ຖືກລົບກວນຍ້ອນສຽງອຶກກະທຶກຄຶກໂຄມຂອງຈັງຫວະຊີວິດປະຈຳວັນ. ໂຕະນ້ອອັນໜຶ່ງ, ຈກກາເຟນ້ອຍຈອກໜຶ່ງ,  ຄອມພິວເຕີໜ່ວຍໜຶ່ງພ້ອມດ້ວຍຄວາມສະຫງົບງຽບ, ແມ່ນພຽງພໍແລ້ວສຳລັບແນວຄວາມຄິດໃໝ່. ອ້າຍ ດວານຫຶ້ວຮວານ ຕາແສງ ດົງງາກ ນະຄອນ ຮ່າໂນ້ຍ ແບ່ງປັນວ່າ:

   ຂ້າພະເຈົ້າຢູ່ ຮ່າໂນ້ຍ ໄດ້ 4 ປີແລ້ວເຫັນວ່າຊີວິດຂອງ ຮ່າໂນ້ຍ ຍາມກາງຄືນແມ່ນເໝາະສົມກັບພວກເພື່ອນໜຸ່ມຄືຂ້າພະເຈົ້າຂ້າພະເຈົ້າກໍ່ມັກຊີວິດຍາມກາງຄືນຂອງ ຮ່າໂນ້ຍ ທີ່ສຸດເມື່ອໄປຮ້ານກາເຟພວກຂ້າພະເຈົ້າມັກຈະເວົ້າກ່ຽວກັບອາລົມຈິດ ແລະ ວຽກງານມີບາງເລື່ອງລາວແບ່ງປັນຍາມກາງຄືນແມ່ນຈະງ່າຍກ່ວານອກຈາກນັ້ນໄປຮ້ານກາເຟຍາມກາງຄືນແມ່ນສະດວກກ່ວາເໝາະສົມກັບພວກເພື່ອນໜຸ່ມທີ່ຕ້ອງໄປເຮັດວຽກຍາມກາງເວັນ.

   ເຖິງແນວນັ້ນກໍ່ຕາມ, ບັນດາຮ້ານກາເຟຍາມກາງຄືນ ກໍ່ໄດ້ເປີດໂອກາດທີ່ດີໃຫ້ແກ່ບັນດາເພື່ອນນັກສຶກສາທີ່ຢາກຫາລາຍຮັບຕື່ມອີກ. ເຖິງວ່າຕ້ອງເລີ່ມເຮັດວຽກໃນເວລາເດິກດື່ນກໍ່ຕາມ, ແຕ່ເພື່ອນັກສຶກສາຫຼາຍຄົນພັດຊອກໄດ້ຄວາມມ່ວນໃນການເຮັດວຽກແບບນີ້.

    ໃນ 2 ວັນ/ອາທິດ, ອ້າຍ ຟານດັງເຈື່ອງ ໄດ້ເລີ່ມການເຮັດວຽກຂອງຕົນໃນເວລາ 23 ໂມງຢູ່ຮ້ານກາເຟຢູ່ຖະໜົນແຫ່ງໜຶ່ງ. ໂດຍເປັນພະນັກງານຢູ່ຮ້ານກາເຟທີ່ເປີດປະຕູ 24 ຊົ່ວໂມງ/ວັນ, 7ວັນ/ອາທິດນັ້ນ, ເຈື່ອງ ພັດໄດ້ລຶ້ງເຄີຍກັບຈັງຫວະຊີວິດຍາມກາງຄືນ. ເຖິງວ່າຕ້ອເລີ່ມຕົ້ນເຮັດວຽກຍາມກາງຄືນ, ແຕ່ຢູ່ທີ່ນັ້ນກໍ່ມີຄວາມມ່ວນໃນວຽກງານ. ເຈື່ອງ ສາມາດພົບປະກັບແຂກຫຼາຍຄົນຍາມກາງຄືນ ແລະ ຮັບຊົມບັນດາຍາກາດ ຮ່າໂນ້ຍ ຍາມກາງຄືນທີ່ແຕກຕ່າງຫຼາຍ:

   ພວກຂ້າພະເຈົ້າສ່ວນຫຼາຍແມ່ນນັກສຶກສາຕ້ອງໄປຮຽນຍາມເຊົ້າ ແລະ ຍາມແລງຍາມກາງຄືນຂ້າພະເຈົ້າສືບຕໍ່ເຮັດວຽກຢູ່ນີ້ເລີ່ມແຕ່ 23 ໂມງຮອດ 7 ໂມງເຊົ້າຂອງມື້ຕໍ່ໄປເຮັດວຽກຍາງກາງຄືນຄືແນວນີ ຫຼາຍຄົນຄິດວ່າຈະບໍ່ດີຕໍ່ສຸຂະພາບ ແຕ່ກໍ່ຕ້ອງຂຶ້ນກັບເງື່ອນໄຂຂອງແຕ່ລະຄົນເຮັດວຽກຍາມກາງຄືນມີຄວາມສະຫງົບງຽບທີ່ສຸດ ແລະ ມີແຕ່ຈຳນວນແຂກໃດໜຶ່ງທີ່ແນ່ນອນເທົ່ານັ້ນ.

   ຈັງຫວະຊີວິດຍາມກາງຄືນຂອງ ຮ່າໂນ້ຍ ຢູ່ບັນດາຮ້ານກາເຟ ທັງມີສິ່ງທີ່ຊີ້ນເຄີຍ ທັງມີຄວາມໃໝ່ອ່ຽມ. ພາຍຫຼັງທີ່ໄດ້ຮ່ຳຮຽນ, ເຮັດວຽກທັງວັນຢ່າງເຄັ່ງຕຶງນັ້ນ, ບັນດາຮ້ານກາເຟຍາມກາງຄືນ ແມ່ນແຫ່ງທີ່ເຮັດໃຫ້ບັນດາເພື່ອໜຸ່ມຄົ້ນຫາຕົນເອງ, ຊ່ວຍໃຫ້ເຂົເຈົ້າເຮັດຕົວເອງໃໝ່ພາຍຫຼັງທີ່ໄດ້ໄປຮ່ຳຮຽນ ແລະ ເຮັດວຽກຢ່າງລຳບາກໃນຕະຫຼອດວັນ./.

(ແຫຼ່ງຄັດຈາກ VOV)

ກຳ​ປູ​ເຈຍ ສະ​ເຫຼີມສະຫຼອງວັນ​ຊາດ​ຄົບ​ຮອບ 72 ປີ

ກຳ​ປູ​ເຈຍ ສະ​ເຫຼີມສະຫຼອງວັນ​ຊາດ​ຄົບ​ຮອບ 72 ປີ

ພາຍຫຼັງພິທີເຄົາລົບທຸກຊາດ, ກະສັດ Norodom Sihamoni ໄດ້ວາງພວງມາລາອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ...

Top