• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານມະໂຫລານຟິມຮູບເງົາ Cannes 2023: ເຈິ່ງແອັງຮູ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງທີ່ດີເດັ່ນ

ຜູ້ກຳກັບການສະແດງ ຟ້າມທຽນເອີນ, ຍາດໄດ້ລາງວັນ ມືກ້ອງຄຳ ໃນຟິມຮູບເງົາ “ຢູ່ໃນຝັກຫຼອກ”.
  ທ່ານ ເຈິ່ງແອັງຮູ່ງ (ພາບ:AFP/TTXVN)  

ທ່ານ ເຈິ່ງແອັງຮູ່ງ, ຜູ້ກຳກັບການສະແດງມີເຊື້ອຊາດ ຫວຽດນາມ ແລະ ຝລັ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງດີເດັ່ນ ໃນຟິມຮູບເງົາທີ່ມີຫົວຂໍ້ວ່າ “La passion de Dodin Bouffant”  ຂອງຄະນະກຳມະການງານມະໂຫລານຟິມຮູບເງົາ Cannes, ພ້ອມນັ້ນ, ຜູ້ກຳກັບການສະແດງ ຟ້າມທຽນເອີນ, ຍາດໄດ້ລາງວັນ ມືກ້ອງຄຳ ໃນຟິມຮູບເງົາ “ຢູ່ໃນຝັກຫຼອກ” ໃນພິທີອັດງານມະໂຫລານຟິມຮູບເງົາ ຈັດຂຶ້ນໃນຕອນຄ່ຳວັນທີ 27 ພຶດສະພາ, ຢູ່ນະຄອນ Cannes, ປະເທດ ຝລັ່ງ.

ໂດຍໄດ້ເກີດປີ 1962, ຢູ່ນະຄອນ ດານັ້ງ, ຜູ້ກຳກັບການສະແດງ ເຈິ່ງແອັງຮູ່ງ, ແມ່ນຜູ້ກຳກັບການສະແດງເຊື້ອຊາດ ຫວຽດນາມ ຍາດໄດ້ລາງວັນສາກົນຫຼາຍທີ່ສຸດນັບແຕ່ກ່ອນມາ. ລາວໄດ້ຢັ້ງຢືນຊື່ສຽງໃນພື້ນຖານຟິມຮູບເງົາ ເອີລົບ ແລະ ທົ່ວໂລກ, ໃນນັ້ນມີຫຼາຍຟິມຮູບເງົາໄດ້ຖ່າຍທຳຢູ່ ຫວຽດນາມ.

ໃນຂະນະນັ້ນ, ລາງວັນມືກ້ອງຄຳ ຂອງຜູ້ກຳກັບການສະແດງ ຟ້າມທຽນເອີນ, ໂດຍສະຫະພັນບັນດານັກຖ່າຍທຳຟິມຮູບເງົາມອບໃຫ້. ຟ້າມທຽນເອີນ ເຄີຍຍາດໄດ້ລາງວັນຜູ້ກຳກັບການສະແດງໃຫ້ຟິມຮູບເງົາເລື່ອງສັ້ນ “ຈົ່ງຕື່ນ ແລະ ກຽມພ້ອມ” ກໍ່ໃນງານມະໂຫລານນີ້ເມື່ອປີ 2019.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top