• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ເນາມ​ເຂົ້າ​ຮ່ວມຫຼາຍ​ກິດ​ຈະ​ກຳ​ຢູ່​ກອງ​ປະ​ຊຸມ​ສົນ​ທະ​ນາ Shangri – La

ໃນຂອບເຂດເຂົ້າຮ່ວມກອງປະຊຸມສົນທະນາ Shangri – La ຄັ້ງທີ 20 ຢູ່ ສິງກະໂປ ໄດ້ດຳເນີນແຕ່ວັນທີ 2 ມິຖຸນາ - 4 ມິຖຸນາ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ເປັນຫົວໜ້າໄດ້ນຳໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄົບຄະນະ, ງານລ້ຽງຕ້ອນຮັບ ແລະ ດຳເນີນການພົບປະສອງຝ່າຍຢູ່ນອກກອງປະຊຸມ.
ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)

ທີ່ການພົບປະສອງຝ່າຍກັບທ່ານພົນເອກ Robert Brieger, ປະທານຄະນະກຳມະການການທະຫານ ສະຫະພາບເອີຣົບ (EU), ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານປະທານຄະນະກຳມະການການທະຫານສະຫະພາບເອີຣົບ ຕີລາຄາສູງຕໍ່ຜົນການຮ່ວມມືໃນຂົງເຂດປ້ອງກັນປະເທດໃນໄລຍະຜ່ານມາ, ປະກອບສ່ວນເພື່ອສັນຕິພາບ, ການຮ່ວມມື, ພັດທະນາບົນພື້ນຖານສັນຍາຮ່ວມມືແລະ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ສະຫະພາບເອີຣົບ (PCA) ແລະ ສັນຍາລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ ກ່ຽວກັບການສ້າງຂອບເຂດເຂົ້າຮ່ວມຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຄຸ້ມຄອງວິກິດການ ຂອງສະຫະພາບເອີລົບ (FPA). ສອງຝ່າຍໄດ້ຈັດກອງປະຊຸມສົນທະນາດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ ຄວາມໝັ້ນຄົງຄັ້ງທີ 3 ໃນວັນທີ 12 ພຶດສະພາຜ່ານມາ.

ທີ່ການພົບປະກັບທ່ານ James Crabtree, ຜູ້ອໍານວຍການພາກພື້ນ ອາຊີ ຂອງ ສະຖາບັນສາກົນຄົ້ນຄວ້າຍຸດທະສາດ (IISS), ຫົວໜ່ວຍຈັດກອງປະຊຸມສົນທະນາ Shangri – La, ທ່ານພົນໂທ ຮວ່າງຊວັນຈຽນ ກໍສະແດງຄວາມຍິນດີ ທີ່ IIS ແລະ ກະຊວງປ້ອງກັນປະເທດ ສິງກະໂປ ຈັດກອງປະຊຸມສົນທະນາ Shangri – La ຄັ້ງທີ 20.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top