• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ປະ​ກອບ​ຄຳ​ເຫັນ (ຄັ້ງ​ທີ 2) ໃສ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະ​ບັບ​ປັບ​ປຸງ)

ຜ່ານການປະກອບຄຳເຫັນ ແລະ ຮັບເອົາຄຳເຫັນມາເປັນຫຼາຍຄັ້ງ, ໄລ່ມາຮອດປັດຈຸບັນ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຍັງມີຄວາມເຫັນແຕກຕ່າງກັນຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງບັນດາມາດຕະຖານນຳໃຊ້ທີ່ດິນເຂົ້າໃນການວາງແຜນຜັງນຳໃຊ້ທີ່ດິນ ເຊິ່ງຄວນໄດ້ຮັບການຕີລາຄາຢ່າງລະອຽດຖີ່ຖ້ວນກວ່າ.

ໂດຍສືບຕໍ່ລາຍການກອງປະຊຸມຄັ້ງທີ 26, ວັນທີ 28 ກັນຍາ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມ (ຄັ້ງທີ 3) ເພື່ອປະກອບຄຳເຫັນ (ຄັ້ງທີ 2) ກ່ຽວກັບການຮັບເອົາ, ດັດປັບຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ). ຜ່ານການປະກອບຄຳເຫັນ ແລະ ຮັບເອົາຄຳເຫັນມາເປັນຫຼາຍຄັ້ງ, ໄລ່ມາຮອດປັດຈຸບັນ, ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ຍັງມີຄວາມເຫັນແຕກຕ່າງກັນຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງບັນດາມາດຕະຖານນຳໃຊ້ທີ່ດິນເຂົ້າໃນການວາງແຜນຜັງນຳໃຊ້ທີ່ດິນ ເຊິ່ງຄວນໄດ້ຮັບການຕີລາຄາຢ່າງລະອຽດຖີ່ຖ້ວນກວ່າ.

  ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: quochoi.vn)  

ກໍໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຈັດວາງອັດຕາພາສີລາຍຮັບຂອງວິສາຫະກິດເພີ່ມເຕີມ ຕາມຂໍ້ກຳນົດກ່ຽວກັບການຕ້ານການຮົວໄຫຼພາສີທົ່ວໂລກ; ປະກອບຄຳເຫັນໃສ່ຮ່າງມະຕິຂອງສະພາແຫ່ງຊາດ ກ່ຽວກັບການໝູນໃຊ້ທົດລອງນະໂຍບາຍໜູນຊ່ວຍການລົງທຶນໃນຂົງເຂດເຕັກໂນໂລຢີສູງ; ປະກອບຄຳເຫັນໃສ່ການດັດປັບບາງເນື້ອໃນຂອງມະຕິຂອງສະພາແຫ່ງຊາດ ກ່ຽວກັບບົດລາຍງານການຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການເອົາທີ່ດິນຄືນ, ການຊົດເຊີຍ, ໜູນຊ່ວຍ, ສ້າງເຂດຕັ້ງຖິ່ນຖານໃໝ່ ທ່າອາກາດສະຍານສາກົນ ລອງແທັ່ງ.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top