• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂໍ້​ສະ​ເໜີ​ຢຸດ​ຍິງ​ໃນ 30 ວັນ​ເປີດ​ຄວາມ​ຫວັງ​ຢຸດ​ຕິ​ການ​ປະ​ທະ​ກັນ​ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

ວັນທີ 11 ມີນາ, ອາເມລິກາ ແລະ ຢູແກຼນ ໄດ້ດຳເນີນການເຈລະຈາຢູ່ນະຄອນ Jeddah, ອາຣັບບິ ຊາອຸດິ ແລະ ອອກຖະແຫຼງການຮ່ວມ, ໃນນັ້ນຈຸດສຸມແມ່ນສະເໜີຄຳສັ່ງຢຸດຍິງຢ່າງຮອບດ້ານໃນຮອບເວລາ 30 ວັນສຳລັບການປະທະກັນລະຫວ່າງລັດເຊຍ - ຢູແກຼນ. ນີ້ແມ່ນການກະທຳທາງການທູດທີ່ຕັ້ງໜ້າທີ່ສຸດໃນໄລຍະເວລາກ່ວາ 3 ປີຜ່ານມາເພື່ອແນໃສ່ຢຸດຕິການປະທະກັນໃຫຍ່ທີ່ສຸດຢູ່ເອີລົບນັບແຕ່ພາຍຫຼັງສົງຄາມໂລກຄັ້ງທີ II.
ການເຈລະຈາລະຫວ່າງ ອາເມລິກາ ແລະ ຢູແກຼນ ຢູ່ ອາຣັບບິ ຊາອຸດິ (ພາບ: THX/TTXVN)

ຂໍ້ສະເໜີຢຸດຍິງແມ່ນຈຸດສຸມໃນການເຈລະຈາທີ່ແກ່ຍາວເປັນຫຼາຍຊົ່ວໂມງໃນຕອນຄ່ຳວັນທີ 11 ມີນາ ຢູ່ນະຄອນ Jeddah ລະຫວ່າງຄະນະທູຕານຸທູດ ອາເມລິກາ, ໂດຍທ່ານລັດຖະມົນຕີການຕ່າງປະເທດ Marco Rubio ແລະ ທີ່ປຶກສາຄວາມໝັ້ນຄົງ ແຫ່ງຊາດ Mike Waltz  ນຳໜ້າ, ດ້ວຍຄະນະທູຕານຸທູດ ຢູແກຼນ, ໂດຍຕາງໜ້າແມ່ນທ່ານ Andriy Yermak ຫົວໜ້າຫ້ອງວ່າການປະທານາທິບໍດີ, ທ່ານ Rustem Umerov ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ Andriy Sybiha ລັດຖະມົນຕີກະຊວງການຕ່າງປະເທດ.

ການຢຸດຍິງຢ່າງຮອບດ້ານ

ຕາມການສະເໜີໂດຍຝ່າຍອາເມລິກາຍົກອອກມາ, ຄຳສັ່ງຢຸດຍິງທີ່ແກ່ຍາວເປັນເວລາ 30 ວັນຈະປະຕິບັດເພື່ອໃຫ້ທຸກຝ່າຍເຂົ້າຮ່ວມການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຍູ້ແຮງບັນດາການເຄື່ອນໄຫວທາງການທູດ ເພື່ອແນໃສ່ຢຸດຕິການປະທະກັນ. ຄຳສັ່ງນີ້ອາດຈະຕໍ່ກຳນົດເວລາຕາມຂໍ້ຕົກລົງຮ່ວມຂອງບັນດາຝ່າຍ. ຝ່າຍອາເມລິກາໃຫ້ຄຳໝັ້ນສັນຍາຈະປຶກສາຫາລືບັນດາຂໍ້ສະເໜີລະອຽດນີ້ກັບຜູ້ຕາງໜ້າຂອງລັດເຊຍ ໃນຂະນະທີ່ຄະນະທູຕານຸທູດ ຢູແກຼນ ເນັ້ນໜັກວ່າ ບັນດາຄູ່ຮ່ວມມືເອີລົບຂອງປະເທດນີ້ຕ້ອງໄດ້ຮັບການອະນຸຍາດເຂົ້າຮ່ວມວິວັດການເຈລະຈາສັນຕິພາບ. ໃນບົດກ່າວປາໄສພາຍຫຼັງການເຈລະຈາສິ້ນສຸດ, ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ, ຜູ້ກໍ່ມີໜ້າຢູ່ Jeddad ແຕ່ບໍ່ເຂົ້າຮ່ວມການເຈລະຈາ, ປະກາດເຫັນດີຕໍ່ຂໍ້ສະເໜີຢຸດຍິງແຕ່ເນັ້ນໜັກເຖິງເງື່ອນໄຂ ຝ່າຍລັດເຊຍ ກໍ່ຕ້ອງເຫັນດີ ແລະ ຄຳສັ່ງຢຸດຍິງຕ້ອງມີລັກສະນະຮອບດ້ານ, ລວມມີທຸກການເຄື່ອນໄຫວທາງການທະຫານທາງອາກາດ, ທາງທະເລ ແລະ ທາງບົກ.

ຢູແກຼນ ເຫັນດີຕໍ່ຂໍ້ສະເໜີນີ້ພວກຂ້າພະເຈົ້າຖືວ່ານີ້ແມ່ນການກະທຳທີ່ຕັ້ງໜ້າ ແລະ ພ້ອມແລ້ວທີ່ຈະປະຕິບັດບາດກ້າວນີ້ຝ່າຍອາເມລິກາຕ້ອງເຊື້ອເຊີນຝ່າຍລັດເຊຍເຮັດສິ່ງຄືກັນພວກຂ້າພະເຈົ້າເຫັນດີ ແລະ ຖ້າຝ່າຍລັດເຊຍ ກໍ່ເຫັນດີຄຳສັ່ງຢຸດຍິງຈະມີຜົນບັງຄັບໃຊ້ໃນທັນທີ.

ດ້ວຍເລື່ອງຢູແກຼນເຫັນດີຕໍ່ຂໍ້ສະເໜີຢຸດຍິງ ແລະ ເຫັນດີເຊັ່ນຂໍ້ຕົກລົງແຮ່ທາດ ເບື້ອງຕົນໃນໄລຍະໄວທີ່ສຸດ, ອຳນາດການປົກຄອງ ອາເມລິກາ ໃຫ້ຮູ້ວ່າຈະເຊື່ອມຕໍ່ການໜູນຊ່ວຍທາງການທະຫານ ແລະ ດ້ວຍການແບ່ງປັນຂ່າວລັບກັບຢູແກຼນ. ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ຍ້ອງຍໍບັນດາການຜັນແປດັ່ງກ່າວ ພ້ອມກັນຢັ້ງຢືນວ່າ ທ່ານຈະມີການປຶກສາຫາລືກັບທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ໂດຍໄວ ເພື່ອເຊື້ອເຊີນລັດເຊີຍ ກໍ່ເຫັນດີຕໍ່ຂໍ້ສະເໜີຢຸດຍິງ. ທ່ານ Donald Trump ເນັ້ນໜັກວ່າ:

ຂ້າພະເຈົ້າຈະໂອ້ລົມກັບທ່ານປະທານາທິບໍດີ Vladimir Putinທັງສອງຝ່າຍຕ້ອງເຫັນດີຈຶ່ງເຮັດໄດ້ດັ່ງນັ້ນຂ້າພະເຈົ້າຫວັງວ່າ ທ່ານ Vladimir Putin ຈະເຫັນດີຂ້າພະເຈົ້າຄິດວ່າ ພວກເຮົາໄດ້ເຮັດສຳເລັດ 75%ແລ້ວສ່ວນຍັງເຫຼືອແມ່ນຂໍ້ຕົກລົງດ້ວຍເອກະສານກໍ່ຄືການເຈລະຈາກ່ຽວກັບຜືນແຜ່ນດິນ.

“ໝາກບານພວມຢູ່ກັບຝ່າຍ ລັດເຊຍ”   

ຂໍ້ສະເໜີຢຸດຍິງເປັນເວລາ 30 ວັນໂດຍ ອາເມລິກາ - ຢູແກຼນ ຍົກອອກມາໄດ້ຮັບ ປະຕິກິລິຍາທີ່ຕັ້ງໜ້າຈາກປະຊາຄົມສາກົນ. ມີການນຳເອີລົບຫຼາຍທ່ານຄື: ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ, ທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ, ທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ… ຕີລາຄາວ່າຂໍ້ສະເໜີນີ້ ແມ່ນບາດດ້າວເດີນທີ່ສຳຄັນມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງສັນຕິພາບ, ຢຸດຕິການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຢ່າງສິ້ນເຊິ່ງ. ເຖິງຢ່າງໃດກໍຕາມ, ບັນດາປະເທດເອີລົບຍັງເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການບັນດາການຮັບປະກັນຄວາມໝັ້ນຄົງທີ່ຍາວນານໃຫ້ແກ່ຢູແກຼນ ໃນບໍ່ວ່າຂໍ້ຕົກລົງຢຸດຍິງໃດ.

ຄວາມກົດດັນທາງການທູດ ປັດຈຸບັນໄດ້ສົ່ງໄປຍັງຝ່າຍລັດເຊຍ. ໃນກໍລະນີ ມົດສະກູບໍ່ຕົກລົງ ຫຼືເຮັດໃຫ້ຂໍ້ສະເໜີຢຸດຍິງຊັກຊ້າລົງ, ການພົວພັນພວມມີສັນຍານທີ່ໄດ້ຮັບການປັບປຸງລະຫວ່າງ ລັດເຊຍ ແລະ ອາເມລິກາ ມີຄວາມສ່ຽງຖືກເສຍຫາຍ. ນີ້ກໍ່ແມ່ນສິ່ງໂດຍທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ກ່າວເຕືອນໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງການເຈລະຈາກັບຢູແກຼນ ຢູ່ Jeddad, ເມື່ອເນັ້ນໜັກວ່າ “ໝາກບານພວມຢູ່ກັບຝ່າຍ ລັດເຊຍ” ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢາກມີສັນຕິພາບໃນທັນທີດັ່ງນັ້ນ ອຳນາດການປົກຄອງອາເມລິກາ ພ້ອມແລ້ວທີ່ຈະເຮັດທຸກສິ່ງທຸກຢ່າງເພື່ອບັນລຸໄດ້ສິ່ງນັ້ນ.

ຝ່າຍຢູແກຼນໄດ້ເຫັນດີຕໍ່ຄຳສັ່ງຢຸດຍິງ ແລະ ເລີ່ມຕົ້ນການເຈລະຈາປັດຈຸບັນ ທຸກສິ່ງທຸກຢ່າງອີງຕາມເລື່ອງຝ່າຍລັດເຊຍເຫັນດີຫຼືບໍ່ຂ້າພະເຈົ້າຫວັງວ່າ ເຂົາເຈົ້າຈະເຫັນດີ ແລະ ຂະນະນັ້ນຂ້າພະເຈົ້າຄິດວ່າພວກເຮົາບັນລຸໄດ້ບາດກ້າວທີ່ໃຫຍ່ຖ້າເຂົາເຈົ້າເວົ້າບໍ່ພວກເຮົາລ້ວນແຕ່ຮູ້ບັນດາສິ່ງທ້າທາຍສຳລັບສັນຕິພາບແມ່ນຄືແນວໃດແຕ່ທ່ານປະທານາທິບໍດີ Donald Trump ມີທັດສະນະຢ່າງຈະແຈ້ງວ່າ ທ່ານຢາກຢຸດຍິງຢາກຢຸດຕິສົງຄາມ.

 ຕາມວົງການນັກສັງເກດການແລ້ວ, ຂໍ້ສະເໜີຢຸດຍິງເຊິ່ງ ອາເມລິກາ - ຢູແກຼນຍົກອອກມາ ຈະໄດ້ຮັບການພິຈາລະນາຢ່າງລະມັດລະວັງຈາກຝ່າຍລັດເຊຍ, ພິເສດໃນສະພາບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນຍັງດຳເນີນຢ່າງດຸເດືອນຢູ່ຫຼ້ານສະໜາມຮົບ. ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 11 ມີນາ, ທ່ານ Dmitry Peskov ໂຄສົກວັງ Kremlin ໄດ້ກ່າວເຕືອນວ່າ ປະຊາຊົນລັດເຊຍບໍ່ຄວນຮູ້ສຶກດີໃຈຫຼາຍເກີນໄປ ຕໍ່ບັນດາການກະທຳທີ່ຕັ້ງໜ້າຫວ່າງແລ້ວນີ້ຈາກຝ່າຍອຳນາດການປົກຄອງອາເມລິກາ ແລະ ຍາມໃດກໍ່ຕ້ອງກະກຽມຮັບມືຕໍ່ບັນດາກໍລະນີຊົ່ວຮ້າຍທີ່ສຸດ. ທ່ານ Peskov ກໍ່ຢັ້ງຢືນທຸກການເຄື່ອນໄຫວທາງການທູດຂອງບັນດາຝ່າຍໃນໄລຍະຜ່ານມາ, ລວມມີການເຈລະຈາລະຫວ່າງ ອາເມລິກາ - ຢູແກຼນ ຢູ່ Jeddad, ພຽງແຕ່ແມ່ນການສຳຫຼວດເບື້ອງຕົ້ນກ່ຽວກັບເຈດຈຳນົງ ຂອງບັນດາຝ່າຍເທົ່ານັ້ນ, ແຕ່ບັນດາຝ່າຍຍັງບໍ່ທັນບັນລຸໄດ້ບໍ່ວ່າການເຈລະຈາຢ່າງຈິງຈັງໃດ. ເພາະສະນັ້ນ, ໂຄສົກວັງ Kremlin ເນັ້ນໜັກວ່າ ກອງທັບລັດເຊຍ ຈະສືບຕໍ່ບັນດາການເຄື່ອນໄຫວເພື່ອປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ວາງອອກ ແລະ ບັນດາການເຈລະຈາຈະເດີນຕາມຫຼັງ.

(ແຫຼ່ງຄັດຈາກ VOV)

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ມີປະສິດທິຜົນ

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫວຽດນາມ - ອາເມລິກາ ໃຫ້ມີປະສິດທິຜົນ

ທ່ານນາງ ຫງວຽນທິແທັງ ໄດ້ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດເປີດກວ້າງເຄືອຂ່າຍບັນດາສະມາຊິກລັດຖະສະພາ ສະໜັບສະໜູນການພົວພັນ 2 ຝ່າຍ

Top