• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຈ​ລະ​ຈາ​ Shangri-La ຄັ້ງ​ທີ 20: ຈີນ ປະ​ກາດ​ຊອກ​ຫາ​ຄູ່​ເຈ​ລະ​ຈາ​ແທນ​ໃຫ້​ການ​ສູ້​ຢັນ​ກັນ

ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ແລ້ວ, ຈິນຕະນາການສົງຄາມເຢັນພວມລຸກຮືຂຶ້ນ ແລະ ເຮັດໃຫ້ເພີ່ມຄວາມສ່ຽງດ້ານຄວາມໝັ້ນຄົງ.
  ທ່ານ ຫຼີຊາງຝູ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ກ່າວຄຳປາໄສທີ່ກອງປະຊຸມ (ພາບ: TTXVN)  

ວັນທີ 4 ມິຖຸນາ, ກ່າວຄຳເຫັນທີກອງປະຊຸມຄວາມໝັ້ນຄົງການເຈລະຈາ Shangri-La ຄັ້ງທີ 20 ຈັດຂຶ້ນຢູ່ ສິງກະໂປ, ທ່ານ ຫຼີຊາງຝູ, ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ, ໄດ້ກ່າວຫາ “ບາງປະເທດ” ໄດ້ເພີ່ມທະວີການຊ່ວງເສັງອາວຸດ ແລະ ຕັ້ງໃຈແຊກແຊງເຂົ້າໃນວຽກງານພາຍໃນຂອງບັນດາປະເທດ. ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ແລ້ວ, ຈິນຕະນາການສົງຄາມເຢັນພວມລຸກຮືຂຶ້ນ ແລະ ເຮັດໃຫ້ເພີ່ມຄວາມສ່ຽງດ້ານຄວາມໝັ້ນຄົງ. ທ່ານ ຫຼີຊາງຝູ ກໍກ່າວເຕືອນວ່າ ການສ້າງຕັ້ງບັນດາສຳພັນທະມິດການທະຫານ "ຄື NATO” ຢູ່ພາກພື້ນອາຊີ - ປາຊີຟິກ, ໂດຍຖືວ່າ ບັນດາສຳພັນທະມິດດັ່ງກ່າວ ຈະເຮັດໃຫ້ພາກພື້ນຕົກເຂົ້າສູ່ການປະທະກັນ.

ຕາມທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ແລ້ວ, ອາຊີ - ປາຊີຟິກ ໃນປັດຈຸບັນ ຕ້ອງມີການຮ່ວມມືຢ່າງເປີດອົກເປີດໃຈ ແລະ ຮອບດ້ານ, ບໍ່ແມ່ນການສ້າງຄວາມຜູກພັນສະໜິດແໜ້ນຕາມກຸ່ມນ້ອຍ. ໃນບົດກ່າວປາໄສກ່ອນໜ້ານັ້ນ ວັນທີ 3 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ຖືວ່າ ເລື່ອງ ປັກກິ່ງ ປະຕິເສດຈັດການເຈລະຈາຢູ່ນອກກອງປະຊຸມຢູ່ ສິງກະໂປ ຄັ້ງນີ້ ໄດ້ເຮັດໃຫ້ຄວາມມານະພະຍາຍາມຮັກສາສັນຕິພາບຂອງພາກພື້ນຫຼຸດລົງ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top