• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການໂອ້​ລົມ​ສົນ​ທະ​ນາ​ກັບ​ບັນ​ດາ​ກອງ​ທຶນ​ການ​ລົງ​ທຶນ​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ອາເມລິກາ ພ້ອມກັນຍົກລະດັບເປັນ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN)

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ ກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 78 ແລະ ມີບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ, ຕອນບ່າຍວັນທີ 21 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນນິວຢອກ (ອາເມລິກາ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາ, ຮັບປະທານອາຫານຄ່ຳ ແລະ ເຮັດວຽກກັບການນຳບັນດາກຸ່ມບໍລິສັດນາໆຊາດ ແລະ ກອງທຶນການລົງທຶນດ້ານການເງິນ ແຖວໜ້າຂອງ ອາເມລິກາ.

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງເລື່ອງ ຫວຽດນາມ ແລະ ອາເມລິກາ ພ້ອມກັນຍົກລະດັບເປັນ ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາແບບຍືນຍົງ, ເປີດກາລະໂອກາດໃໝ່ໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ. ໃນໄລຍະຈະມາເຖິງ, ຫວຽດນາມ ສຸມໃສ່ຊຸກຍູ້ການເຕີບໂຕສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳເພື່ອເຂົ້າຮ່ວມໂຄງປະກອບການລົງທຶນ, ຄວາມເປັນລະບຽບຮຽບຮ້ອຍດ້ານການຄ້າ ແລະ ລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງກວ້າງຂວາງກ່ວາ.

ທີ່ການໂອ້ລົມສົນທະນາ, ຜູ້ຕາງໜ້າບັນດາກຸ່ມບໍລິສັດ, ກອງທຶນການລົງທຶນ, ອົງການບໍລິຫານແຫ່ງລັດ ຫວຽດນາມ ໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການ, ການກຳນົດທິດເພື່ອແນໃສ່ຍູ້ແຮງການດຶງດູດແຫຼ່ງການເງິນໃຫ້ແກ່ການພັດທະນາເສດຖະກິດສັງຄົມ, ພິເສດແມ່ນໃນການກໍ່ສ້າງ ແລະ ພັດທະນາສູນການເງິນ.

 

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top