• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການເຄື່ອນໄຫວພົບປະສອງຝ່າຍຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງສະມັດຊາໃຫຍ່ ສປຊ ຄັ້ງທີ 78

ທີ່ການພົບປະກັບທ່ານປະທານາທິບໍດີ Rumani Klaus Iohannis, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີການສຳຜັດ ແລະ ແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຂັ້ນສູງ ແລະ ສືບຕໍ່ສ້າງບາດກ້າວບຸກທະລຸກ່ຽວກັບການຄ້າ - ການລົງທຶນ ເພື່ອໃຫ້ການພົວພັນສອງປະເທດພັດທະນາສົມກັບຄວາມສາມາດບົ່ມຊ້ອນ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະສອງຝ່າຍຢູ່ນອກກອງປະຊຸມຂອງສະມັດຊາໃຫຍ່ ສປຊ (ພາບ:VGP/Nhật Bắc)

ເນື່ອງໃນໂອກາດເຂົ້າຮ່ວມວາລະປະຊຸມປຶກສາຫາລືລວມຂັ້ນສູງຂອງ ສະມັດຊາໃຫຍ່ ສປຊ ຄັ້ງທີ 78 ຢູ່ ນິວຢອກ, ປະເທດ ອາເມລິກາ, ວັນທີ 20 ກັນຍາ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນຢູ່ນອກກອງປະຊຸມ.  

ທີ່ການພົບປະກັບທ່ານປະທານາທິບໍດີ Rumani Klaus Iohannis, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍເພີ່ມທະວີການສຳຜັດ ແລະ ແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຂັ້ນສູງ ແລະ ສືບຕໍ່ສ້າງບາດກ້າວບຸກທະລຸກ່ຽວກັບການຄ້າ -  ການລົງທຶນ ເພື່ອໃຫ້ການພົວພັນສອງປະເທດພັດທະນາສົມກັບຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະປະເທດ; ພັດທະນາການຮ່ວມມືກ່ຽວກັບແຮງງານ ແລະ ການສຶກສາ - ບຳລຸງສ້າງ, ແບ່ງປັນບົດຮຽນ ກ່ຽວກັບການຄຸ້ມຄອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ແລະ ແມ່ນ້ຳ Danube ແບບຍືນຍົງ.    

ໃນການພົບປະກັບທ່ານປະທານາທິບໍດີ ໂປໂລຍ Andrzej Duda, ທ່ານປະທານາທິບໍດີ ໂປໂລຍ ຖືວ່າ: ສອງປະເທດຍັງມີຫຼາຍຄວາມສາມາດບົ່ມຊ້ອນຮ່ວມມື, ໃນນັ້ນມີບັນດາຂົງເຂດຄື: ການສຶກສາ - ບຳລຸງສ້າງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການແພດ, ການຢາ, ກະສິກຳ ແລະ ຫວັງວ່າ ລັດຖະບານ ຫວຽດນາມ ຕັ້ງໜ້າສະໜັບສະໜູນວິສາຫະກິດ ໂປໂລຍ ລົງທຶນ ຢູ່ ຫວຽດນາມ.

ໃນການພົບປະກັບທ່ານ Miguel Diaz – Cane, ເລຂາທີໜຶ່ງ, ປະທານ ກູບາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ: ສອງຝ່າຍຄວນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນ, ນຳການພົວພັນເສດຖະກິດໃຫ້ສົມກັບການພົວພັນທາງການເມືອງອັນດີງາມລະຫວ່າງສອງປະເທດ.

ແລະ ກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍ່ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດເສດຖະກິດແຖວໜ້າຂອງ ອາເມລິກາ ແລະ ໂລກ, ເຊິ່ງລວມມີ: ກຸ່ມບໍລິສັດເຕັກໂນໂລຊີ Microsoft, ກອງທຶນ Gates, ກຸ່ມບໍລິສັດເຕັກໂນໂລຊີ SpaceX, ບໍລິສັດເຄື່ອງດື່ມ Coca – Cola, ກຸ່ມບໍລິສັດພະລັງງານທົດແທນ Pacifico Enregy…

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top