• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການພົວພັນ ຫວຽດນາມ - ອິດສະຣາແອັນ ພັດທະນາຢ່າງແຮງ, ບັນລຸຜົນງານສຳຄັນຫຼາຍຢ່າງ

ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງແຮງ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ເຕັກໂນໂລຊີ.
(ທ່ານເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ຫວຽດນາມ Yaron Mayer ກ່າວຄຳເຫັນທີ່ພິທີ)

ຕອນຄ່ຳວັນທີ 30 ພຶດສະພາ, ຢູ່ ຮ່າໂນ້ຍ, ສະຖານທູດ ອິດສະຣາແອັນ ປະຈຳ ຫວຽດນາມ ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນປະເທດເອກະລາດຂອງລັດ ອິດສະຣາແອັນ (1948 – 2023); 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ (1993 – 2023).

        ທີ່ພິທີ, ທ່ານເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ຫວຽດນາມ Yaron Mayer, ຢືນຢັນວ່າ ການພົວພັນລະຫວ່າງ 2 ປະເທດພວມພັດທະນາຢ່າງແຮງ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ເຕັກໂນໂລຊີ. ບັນດາການຢ້ຽມຢາມຂັ້ນສູງ, ແລກປ່ຽນວັດທະນະທຳ ໄດ້ປະກອບສ່ວນປັບປຸງນ້ຳໃຈມິດຕະພາບ, ຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ການສົນທະນາປະຊາຊົນ, ພ້ອມທັງນຳມາເຊິ່ງກາລະໂອກາດຮ່ຳຮຽນ, ເພີ່ມທະວີການທ່ອງທ່ຽວໃຫ້ແກ່ປະຊາຊົນ 2 ປະເທດ.

        ໂດຍຕາງໜ້າລັດຖະບານ ແລະ ປະຊາຊົນ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ ເນັ້ນໜັກວ່າ, ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ອິດສະຣາແອັນ ໄດ້ພັດທະນາຜ່ານແຕ່ລະໄລຍະຢ່າງບໍ່ຢຸດຢັ້ງ, ບັນລຸຜົນງານສຳຄັນຫຼາຍຢ່າງ, ນຳ ຫວຽດນາມ ແລະ ອິດສະຣາແອັນ ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງກັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດຕາເວັນອອກກາງ. ທ່ານ ຮ່າກິມງອກ ເຊື່ອໝັ້ນວ່າ ການພົວພັນຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາຫຼາຍກວ່າເກົ່າໃນທຸກຂົງເຂດໃນໄລຍະຈະມາເຖິງ.

 

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top