• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອ​ງ​ປະ​ຊຸມ​ສົນ​ທະ​ນາ Shangri – La: ສ້າງ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ​ສັນ​ຕິ​ພາບ ແລ ສະ​ຖຽນ​ລະ​ພາບ

ກອງປະຊຸມຂັ້ນສູງດ້ານຄວາມໝັ້ນຄົງພາກພື້ນ ອາຊີ (ຫຼືຍັງເອີ້ນວ່າ ກອງປະຊຸມເຈລະຈາ Shangri – La ຄັ້ງທີ 20 ໄດ້ສິ້ນສຸດລົງໃນວັນທີອາທິດ, ວັນທີ 4 ມິຖຸນາ, ຢູ່ສິງກະໂປ ພາຍຫຼັງດຳເນີນເປັນເວລາ 3 ວັນ. ເນື້ອໃນຈຸດສຸມຂອງກອງປະຊຸມເຈລະຈາ Shangri – La ປີນີ້ ແມ່ນສຸມໃສ່ຫຼາຍບັນຫາຮ້ອນເຮັ່ງກ່ຽວຂ້ອງເຖິງຄວາມໝັ້ນຄົງຂອງໂລກ, ບັນດາຜົນກະທົບທີ່ມີຕໍ່ ອາຊີ, ຊອກຫາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືພ້ອມກັນຮັບມືກັບສິ່ງທ້າທາຍນາໆປະການ.
ກອງປະຊຸມເຈລະຈາ Shangri – La ປີນີ້ ມີຜູ້ແທນເຂົ້າຮ່ວມກວ່າ 500 ທ່ານ (ພາບ: AP)

ໃນຊຸມປີຜ່ານມາ, ກອງປະຊຸມເຈລະຈາ Shangri – La ໄດ້ກາຍເປັນເວທີປາໄສທີ່ເປີດອົກເປີດໃຈ ແລະ ເປັນກາງ ເພື່ອໃຫ້ບັນດາຝ່າຍແລກປ່ຽນທັດສະນະຂອງຕົນກ່ຽວກັບບັນດາບັນຫາປ້ອງກັນຊາດ ແລະ ປ້ອງກັນຄວາມໝັ້ນຄົງທີ່ສຳຄັນ ຢູ່ ອາຊີ - ປາຊີຟິກ.

ປີນີ້, ເລື່ອງມີຜູ້ແທນກວ່າ 500 ທ່ານເຂົ້າຮ່ວມໂຄງການດຳເນີນງານດ້ວຍກິດຈະກຳຫຼາຍຢ່າງ ກັບ 7 ວາລະປະຊຸມຄົບຄະນະ, 6 ວາລະປຶກສາຫາລືສອງຝ່າຍ ແລະ ຫຼາຍການພົບປະສອງຝ່າຍຢູ່ນອກກອງປະຊຸມ, ໄດ້ຊີ້ໃຫ້ເຫັນວ່າ ອາຊີ - ປາຊີຟິກ ພວມນັບມື້ນັບດຶງດູດຄວາມສົນໃຈຈາກໂລກ. ເຖິງຢ່າງໃດກໍຕາມ, ສິ່ງດັ່ງກ່າວ ກໍສ່ອງແສງສະພາບການຕົວຈິງຂອງຄວາມໝັ້ນຄົງ ເຊິ່ງພາກພື້ນພວມປະເຊີນໜ້າ ດ້ວຍສິ່ງທ້າທາຍຫຼາຍຢ່າງ, ເປັນຕົ້ນແມ່ນ: ການແກ້ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດ; ເລື່ອງປະຕິບັດກົດໝາຍສາກົນ ແລະ ນຳໃຊ້ກຳລັງແຮງການທະຫານ ເພື່ອແກ້ໄຂບັນດາບັນຫາລະຫວ່າງປະເທດມະຫາອຳນາດນຳກັນ  ແລະ ລະຫວ່າງບັນດາປະເທດມະຫາອຳນາດກັບບັນດາປະເທດໃນພາກພື້ນ;  ການຂັດແຍ້ງກ່ຽວກັບຜືນແຜ່ນດິນ; ບັນຫາສິ່ງແວດລ້ອມ…

Shangri  La ຍົກສູງຄວາມຮັບຜິດຊອບລວມໝູ່ ແລະ ກົດໝາຍສາກົນ

ໃນສະພາບການນັ້ນ, ລາຍການເຄື່ອນໄຫວຂອງກອງປະຊຸມເຈລະຈາ Shangri – La ປີນີ້ ໄດ້ສຸມໃສ່ສ້າງຄວາມໄວ້ວາງໃຈ, ບົດບາດຂອງບັນດາປະເທດມະຫາອຳນາດໃນພາກພື້ນ, ຍົກສູງຄວາມຮັບຜິດຊອບລວມໝູ່ ແລະ ກົດໝາຍສາກົນໃນການຄວບຄຸມຄວາມສ່ຽງ ແລະ ການແກ້ງແຍ້ງ. ຫຼາຍຄຳເຫັນຖືວ່າ ບັນດາຈຸດຮ້ອນເຮັ່ງຄື ຢູແກຼນ, ສປປ.ເກົາຫຼີ ຫຼື ຊູດັງ ອີກຄັ້ງໜຶ່ງສະແດງໃຫ້ເຫັນວ່າ ການກະທຳຕາມລຳພັງຝ່າຍດຽວ ໄດ້ເຮັດໃຫ້ຄວາມເຊື່ອໝັ້ນຂອງບັນດາປະເທດກ່ຽວກັບຫຼັກການລວມຂອງກົດໝາຍ ກໍຄືບັນດາສາຍພົວພັນສາກົນ ຖືກຫຼຸດລົງ, ຜ່ານນັ້ນ ກໍ່ໄດ້ສ້າງຄວາມສ່ຽງມ້າງທຳລາຍສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງບໍ່ພຽງແຕ່ຢູ່ພາກພື້ນ ອາຊີ - ປາຊີຟິກ ເທົ່ານັ້ນ ຫາກຍັງຂອງທົ່ວໂລກອີກດ້ວຍ.

ວາລະປຶກສາຫາລື ມື້ວັນທີ 3 ມິຖຸນາ (ພາບ: IISS)

ໃນບົດກ່າວປາໄສສຳຄັນ ດ້ວຍຖານະເປັນຜູ້ບັນລະຍາຍຫຼັກຂອງກອງປະຊຸມເຈລະຈາ Shangri – La, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ເນັ້ນໜັກວ່າ: ດ້ວຍຄວາມຮັບຮູ້ອັນຍາວນານ ກ່ຽວກັບການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ, ກອງປະຊຸມເຈລະຈາ Shangri – La ໄດ້ຍົກສູງຄຸນຄ່າຂອງການປຶກສາຫາລືແບບກົງໄປກົງມາ ແລະ ມີລັກສະນະສ້າງສັນ. ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ບໍ່ແມ່ນໜ້າທີ່ເຊິ່ງປະເທດໃດປະເທດໜຶ່ງຈະສາມາດແບກຫາບຜູ້ດຽວໄດ້, ເພາະວ່າຄວາມວັດທະນາຖາວອນຂອງພາກພື້ນ ຍາມໃດກໍໄດ້ຊຸກຍູ້ດ້ວຍການແບ່ງປັນ. ຕາມທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລ້ວ, ສະຖຽນລະພາບຂອງພາກພື້ນ ອາຊີ - ປາຊີຟິກ ຈະຮັບປະກັນໄດ້ກໍຕໍ່ເມື່ອມີຄວາມຮັບຜິດຊອບລວມໝູ່.

ໃນຂະນະນັ້ນ, ລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ, ທ່ານນາງ Anita Anand, ຢັ້ງຢືນວ່າ ການາດາ ຍາມໃດກໍຊອກຫາການຄົງຕົວພ້ອມກັນ ແລະ ຮ່ວມມືນຳກັນ.  ຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ບໍ່ພຽງແຕ່ແມ່ນເອກະສານນະໂຍບາຍເທົ່ານັ້ນ ຫາກຍັງສ້າງພາກພື້ນທີ່ມີຄວາມປອດໄພ ແລະ ສະຖຽນລະພາບ ຍັງຮຽກຮ້ອງຕ້ອງມີການປະກອບສ່ວນທີ່ເປັນຮູບປະທຳ.

Shangri – La 2023 ກໍເຫັນປະຈັກຕາການເຂົ້າຮ່ວມຂອງຜູ້ແທນຈຳນວນຫຼາຍທີ່ມາຈາກ ສະຫະພາບເອີຣົບ (ອີຢູ) ອີກດ້ວຍ. ເອີຣົບ ແລະ ອາຊີ - ປາຊີຟິກ ມີຜົນປະໂຫຍດໂດຍກົງສຳລັບຄວາມໝັ້ນຄົງຂອງກັນ ແລະ ບັນດາຝ່າຍປາດຖະໜາຢາກກາຍເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ, ພ້ອມກັນຊຸກຍູ້ຄວາມໝັ້ນຄົງ. ຜູ້ຕາງໜ້າຂັ້ນສູງຮັບຜິດຊອບກ່ຽວກັບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ອີຢູ ທ່ານ Josep Borrell ຢັ້ງຢືນວ່າ ບັນດາສິ່ງທ້າທາຍ ເຊິ່ງໂລກພວມປະເຊີນໜ້ານັ້ນ  ຈະບໍ່ມີທາງແກ້ໄຂອື່ນໃດ ນອກຈາກການເພີ່ມທະວີການຮ່ວມມືຢ່າງແຮງ.

ຊຸກຍູ້ວິໄສທັດລວມໃຫ້ແກ່ພາກພື້ນ

ຈຸດພົ້ນເດັ່ນທີ່ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງໃນກອງປະຊຸມເຈລະຈາ Shangri – La ປີນີ້ ແມ່ນວາລະປຶກສາຫາລືທີ່ມີຫົວຂໍ້ “ ບົດບາດການນຳຂອງ ອາເມລິກາ ຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ”. ນະທີ່ນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງປະເທດນີ້ກ່ຽວກັບພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດອົກເປີດໃຈ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ຖືວ່າ ຄວາມໝັ້ນຄົງຂອງ ມະຫາສະໝຸດອິນເດຍ - ປາຊີຟິກ ບໍ່ສາມາດປະຂ້າມໄດ້ ແລະ ບໍ່ວ່າຄວາມມານະພະຍາຍາມລຳພັງໃດໆ ທີ່ແນ່ໃສ່ປ່ຽນແປງສະພາບການຂອງພາກພື້ນໃນປັດຈຸບັນ ແມ່ນບໍ່ຍອມຮັບໄດ້ ແລະ ອາເມລິກາ ຈະພ້ອມກັບບັນດາຄູ່ຮ່ວມມືຊຸກຍູ້ວິໄສທັດລວມໃຫ້ແກ່ພາກພື້ນ.

ກໍ່ກ່ຽວຂ້ອງເຖິງໜຶ່ງໃນບັນດາບັນຫາທີ່ໄດ້ຮັບຄວາມສົນໃຈທີ່ສຸດໃນກອງປະຊຸມເຈລະຈາ Shangri – La ປີນີ້ ແມ່ນການພົວພັນລະຫວ່າງ ອາເມລິກາ ແລະ ຈີນ. ເຖິງວ່າ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ Lloyd Austin ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຫຼີຊຽງຝູ ໄດ້ຍົກອອກວິທີສຳຜັດທີ່ກົງກັນຂ້າມກັນ ສຳລັບສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ ອາຊີ - ປາຊີຟິກ ໃນກອງປະຊຸມເຈລະຈາປີນີ້, ແຕ່ຫາງສຽງຍັງໃຫ້ຂໍ້ສັງເກດວ່າ ສອງຝ່າຍບໍ່ຊອກຫາສົງຄາມເຢັນໃໝ່. ມີແງ່ຫວັງທີ່ຕັ້ງໜ້າກວ່າໃນການພົວພັນລະຫວ່າງ ອາເມລິກາ ແລະ ຈີນ  ແມ່ນສິ່ງທີ່ຫຼາຍປະເທດລໍຄອຍເພື່ອປະກອບສ່ວນໃຫ້ບັນດາຄວາມມານະພະຍາຍາມແກ້ໄຂສິ່ງທ້າທາຍລວມ.

ໂດຍເລີ່ມດຳເນີນຄັ້ງທຳອິດໃນປີ 2002, ໃນຊຸມປີຜ່ານມາ, ກອງປະຊຸມເຈລະຈາ Shangri – La ໄດ້ສະໜອງພື້ນຖານທີ່ມີຄຸນຄ່າ, ເປີດເຜີຍ ແລະ ເປັນກາງເພື່ອແລກປ່ຽນທັດສະນະສຳຄັນ ກ່ຽວກັບບັນດາບັນຫາປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ ອາຊີ - ປາຊີຟິກ. ກອງປະຊຸມເຈລະຈາ Shangri – La ນັບມື້ນັບຢັ້ງຢືນໄດ້ບົດບາດຂອງຕົນ ເໝືອນດັ່ງເປັນໜຶ່ງໃນບັນດາເວທີປາໄສແຖວໜ້າກ່ຽວກັບການເຈລະຈາຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ./.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top