• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ

ກອງປະຊຸມຈະປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ, ຄື: ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດ, ສະພາບການ ມຽນມາ, ຄວາມເຄັ່ງຕຶງ ໄທ - ກຳປູເຈຍ…
(ທ່ານ Dominic Xavier M. Imperial, ໂຄສົກບັນດາບັນຫາ ອາຊຽນ ຂອງກະຊວງການຕ່າງປະເທດ ຟີລິບປິນ)

ວັນທີ 28 ມັງກອນ, ກອງປະຊຸມແບບວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ດ້ວຍຫົວຂໍ້ “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ” (Navigating Our Future, Together) ໄດ້ໄຂຂຶ້ນຢູ່ Cebu, ຟີລິບປິນ.

        ທີ່ການຖະແຫຼງຂ່າວກ່ອນຈັດກອງປະຊຸມໃນຕອນບ່າຍວັນທີ 27 ມັງກອນ, ທ່ານ Dominic Xavier M. Imperial, ໂຄສົກບັນດາບັນຫາ ອາຊຽນ ຂອງກະຊວງການຕ່າງປະເທດ ຟີລິບປິນ, ໃຫ້ຮູ້ວ່າ ກອງປະຊຸມຈະປຶກສາຫາລືຫຼາຍບັນຫາຮ້ອນເຮັ່ງຂອງພາກພື້ນ, ຄື: ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດ, ສະພາບການ ມຽນມາ, ຄວາມເຄັ່ງຕຶງ ໄທ - ກຳປູເຈຍ…

        ກ່ຽວຂ້ອງເຖິງເລື່ອງ ອາຊຽນ ແລະ ຈີນ ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ COC ໃຫ້ສຳເລັດໃນປີນີ້, ທ່ານ Dominic Xavier M. Imperial ໃຫ້ຮູ້ວ່າ:

        “ສິ່ງສຳຄັນແມ່ນບັນດາຝ່າຍສືບຕໍ່ດຳເນີນການເຈລະຈາ ແລະ ມີບາດກ້າວຄືບໜ້າຈຳນວນໜຶ່ງກ່ຽວຂ້ອງເຖິງຂໍ້ຕົກລົງສຸດທ້າຍ. ຟີລິບປີນດ້ວຍຖານະເປັນປະທານເຈົ້າພາບ ພວມສ້າງເງື່ອນໄຂສະດວກໃຫ້ວິວັດທະນາການປຶກສາຫາລືດ້ວຍວິທີສົ່ງເສີມການພົບປະຫຼາຍຄັ້ງຕື່ມອີກ ເພື່ອມານະພະຍາຍາມປະຕິບັດສຳເລັດການເຈລະຈາໃນຈຸດເວລາທີ່ໄດ້ກຳນົດກ່ອນນັ້ນ”.

        ຕາມຄຳເຊີນຂອງ ທ່ານ Ma. Theresa P. Lazaro, ລັດຖະມົນຕີການຕ່າງປະເທດ ຟີລິບປິນ, ທ່ານ ເລຮ່ວາຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມແບບວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ (AMMR) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແຕ່ວັນທີ 28 – 29 ມັງກອນ ຢູ່ Cebu.

(ແຫຼ່ງຄັດຈາກ VOV)

ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ຫວັງ​ວ່າບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໂດຍ​ໄວ

ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ ຫວັງ​ວ່າບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໂດຍ​ໄວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ສິ້ນສຸດລົງດ້ວຍຫຼາຍນະໂຍບາຍຊີ້ຂາດສຳຄັນ ທີ່ໄດ້ຍົກອອກມາເພື່ອກຳນົດທິດໃຫ້ແກ່ການພັດທະນາຂອງ ຫວຽດນາມ ໃນຊຸມປີຈະມາເຖິງ.

Top