World Vision ກັບຂໍ້ລິເລີ່ມໂພຊະນາການທີ່ພຽງພໍ

ເພື່ອນມິດ ກັບ ຫວຽດນາມ

World Vision ກັບຂໍ້ລິເລີ່ມໂພຊະນາການທີ່ພຽງພໍ

ມີໜ້າຢູ່​ ຫວຽດນາມ ແຕ່​ປີ 1988, ອົງການ ມູນນິທິ ສຸພານິມິດ (World Vision International) ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເພື່ອ​ສະໜັບສະໜູນ​ລັດຖະບານ​ໃນ​ຂົງ​ເຂດ​ຊຸກຍູ້ ​ແລະ ຮັບປະກັນ​ສະຫວັດດີ​ການ​ເດັກ. ປີ 2024, ອົງການ ມູນນິທິ ສຸພານິ ມິດ​ ໄດ້ມີການສົມທົບ​ກັບ​ສະ​ຖາ​ບັນ​ໂພ​ຊະ​ນາ​ການແຫ່ງ​ຊາດ​ ຜັນຂະຫຍາຍ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ໂພຊະນາ​ການທີ່​ພຽງພໍ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ດ້ານ​ສະຕິ​ປັນຍາ, ຮ່າງກາຍ ​ແລະ ຈິດ​ວິນ​ຍານ​​ຂອງເດັກນ້ອຍ​ຫວຽດນາມ ຢ່າງຮັດກຸມ.
ບັນດາຜະລິດຕະພັນກະເສດຈາກໂຄງການເຕັກນິກ“ການດໍາລົງຊີວິດແບບຍືນຍົງ”. ພາບ: ແທງຢາງ/VNP

ມີໜ້າຢູ່​ ຫວຽດນາມ ແຕ່​ປີ 1988, ອົງການ ມູນນິທິ ສຸພານິມິດ (World Vision International) ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເພື່ອ​ສະໜັບສະໜູນ​ລັດຖະບານ​ໃນ​ຂົງ​ເຂດ​ຊຸກຍູ້ ​ແລະ ຮັບປະກັນ​ສະຫວັດດີ​ການ​ເດັກ. ປີ 2024, ອົງການ ມູນນິທິ ສຸພານິ ມິດ​ ໄດ້ມີການສົມທົບ​ກັບ​ສະ​ຖາ​ບັນ​ໂພ​ຊະ​ນາ​ການແຫ່ງ​ຊາດ​ ຜັນຂະຫຍາຍ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ໂພຊະນາ​ການທີ່​ພຽງພໍ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ດ້ານ​ສະຕິ​ປັນຍາ, ຮ່າງກາຍ ​ແລະ ຈິດ​ວິນ​ຍານ​​ຂອງເດັກນ້ອຍ​ຫວຽດນາມ ຢ່າງຮັດກຸມ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ຫວຽດນາມ ບັນລຸ​ໄດ້​ຜົນງານ​ຫຼາຍ​ຢ່າງ​ໃນ​ບັນດາ​ຄວາມ​ພະຍາຍາມ​ຫຼຸດຜ່ອນ​ອັດຕາ​ເດັກນ້ອຍ​ຂາດ​ສານ​ອາຫານ, ຈາກ 29,3% (ປີ 2010) ລົງ​ເຫຼືອ 19,6% (ປີ 2020). ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫວຽດນາມ ຍັງ​ປະ​ເຊີນ​ໜ້າ​ກັບ​ດ້ານ​ໂພຊະນາ​ການ​ຂອງເດັກ​ເປັນສອງ​ເທົ່າ, ​ນັ້ນແມ່ນ​ອັດຕາ​ການ​ຂາດ​ສານ​ອາຫານ​ຂອງ​ເດັກ​ຢູ່​ເຂດ​ພູດ​ອຍ,ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຍັງ​ຢູ່ໃນລະດັບສູງ (​ເຂດ​ໄຕງວຽນແລະເຂດ​ພູດ​ອຍ​ພາກເໜືອ ຕາມລໍາດັບ29,8% ​ແລະ 27,1%), ເດັກນໍ້າໜັກເກີນ ແລະໂລກອ້ວນໃນເດັກອາຍຸຕ່ໍາກວ່າ 5 ປີ ຢູ່ຕົວເມືອງແລະຊົນນະບົດ, ການຂາດສານອາຫານໃນຫຼາຍເຂດຢູ່ທົ່ວປະເທດ. ນອກຈາກນັ້ນ, ການປ່ຽນແປງຂອງສະພາບດິນຟ້າອາກາດ ມີຄວາມຊັບຊ້ອນຍິ່ງຂຶ້ນ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງຄົວເຮືອນ, ເຊິ່ງເປັນໜຶ່ງໃນບັນດາສິ່ງທ້າທາຍທີ່ຂັດຂວາງຄວາມພະຍາຍາມໃນການປັບປຸງສະພາບໂພຊະນາການຂອງເດັກນ້ອຍ.

ພາບລວມ ຂອງກອງປະຊຸມປຸກລະດົມ ຂໍ້ລິເລີ່ມ ໂພຊະນາການທີ່ພຽງພໍຢູ່ຮ່າໂນ້ຍ. ພາບ: ແທງຢາງ/VNP

ດັ່ງນັ້ນ, ຂໍ້ລິເລີ່ມດ້ານໂພຊະນາການທີ່ພຽງພໍຂອງອົງການມູນິທິສຸພານິມິດ ດ້ວຍເປົ້າໝາຍຮັບປະກັນໃຫ້ເດັກນ້ອຍທຸກຄົນໄດ້ຮັບອາຫານທີ່ມີທາດບໍາລຸງຢ່າງພຽງພໍ ໃນການຈະເລີນເຕີບໂຕ, ມີສຸຂະພາບດີ, ຫຼຸດຜ່ອນພາລະຂອງພະຍາດ, ປັບປຸງຄວາມສູງ, ກໍາລັງກາຍ ແລະສະຕິປັນຍາຂອງຊາວຫວຽດນາມ ອີກດ້ວຍ.



ນັກ​ທ່ອງ​ທ່ຽວ​ຊອກ​ຮູ້​ກ່ຽວ​ກັບ​ຜະ​ລິດ​ຕະ​ພັນ​ກະ​ສິ​ກໍາ​ທີ່​ວາງ​ສະ​ແດງ​ໃນ​ກອງ​ປະ​ຊຸມ​. ພາບ: ແທງຢາງ/VNP

ທ່ານ DosebaTuaSinay, ຫົວໜ້າຜູ້ຕາງໜ້າອົງການ World Vision International ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ເພື່ອການປະຕິບັດຢ່າງມີປະສິດທິຜົນ, ພວກຂ້າພະເຈົ້າຮຽກຮ້ອງບັນດາອົງການສາກົນ, ຄູ່ຮ່ວມມືພັດທະນາ, ວິສາຫະກິດ ວາງແຜນ ແລະ ແບ່ງປັນ ຊັບພະຍາກອນຢ່າງເໝາະສົມໃຫ້ແກ່ບັນດາການເຄື່ອນໄຫວດ້ານໂພຊະນາການທີ່ຈຳເປັນ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຈາກການຮ່ວມແຮງຮ່ວມໃຈ, ພວກ​ເຮົາ​ສາມາດ​ຢຸດຕິ​ການ​ຂາດ​ສານ​ອາຫານ​ຂອງເດັກ​ຢູ່ ຫວຽດນາມ, ສ້າງ​ການ​ປ່ຽນ​ແປງ​ໃນ​ແງ່​ດີ, ຮັບປະກັນ​ໃຫ້​ເດັກ​ທຸກ​ຄົນ​ສາມາດ​ໄດ້ໃຊ້ຊີວິດ​ທີ່​ມີ​ຄວາມ​ໝາຍ​ຢ່າງ​ຄົບ​ຖ້ວນ.

ບົດ​ລາຍ​ງານ ສານ​ຈາກ​ຜູ້​ຕາງ​ໜ້າ​ເດັກຂອງ ຫຼີອາຝູ ແລະ ຫງວຽນ​ເລ​ແທງ​ເຟືອງ. ພາບ: ແທງຢາງ/VNP

ນັກຮ້ອງ ຕ້າກວາງຖັ໋ງ ​ແລະ ​ເດັກນ້ອຍ​ໄດ້​ສະ​ແດງ​ບົດ​ເພງ​ຂອງ​ຂໍ້​ລິ​ເລີ່ມ​ດ້ານ​ໂພ​ຊະ​ນາ​ການ​ຢ່າງ​ພຽງ​ພໍ. ພາບ: ແທງຢາງ/VNP

ບັນດາກິດຈະກຳຫຼັກຂອງຂໍ້ລິເລີ່ມດ້ານໂພຊະນາການທີ່ພຽງພໍປະກອບມີ: ປັບປຸງ ແລະ ເສີມສ້າງແຫຼ່ງອາຫານທີ່ມີທາດບຳລຸງ ແລະ ສຸຂະພາບດີໃຫ້ແກ່ເດັກນ້ອຍ ໂດຍຜ່ານກິດຈະກຳປັບປຸງຊີວິດການເປັນຢູ່, ປະກອບສ່ວນຮັບປະກັນໂພຊະນາການໃຫ້ແກ່ບັນດາຄອບຄົວທີ່ມີເດັກນ້ອຍ; ປັບປຸງການປະຕິບັດການດູແລດ້ານໂພຊະນາການສໍາລັບຜູ້ເບິ່ງແຍງເດັກໂດຍຜ່ານກິດຈະກໍາສື່ມວນຊົນສັງຄົມແລະການປຶກສາຫາລືຊຸມຊົນ; ຈັດຕັ້ງບັນດາເວທີປາໄສແບ່ງປັນການປະຕິບັດທີ່ດີ, ບົດຮຽນ, ຫຼັກຖານ, ຂໍ້ສະເໜີແນະເພື່ອຊຸກຍູ້ການຜັນຂະຫຍາຍບັນດານະໂຍບາຍຂອງລັດຖະບານຫວຽດນາມ ກ່ຽວກັບໂພຊະນາການ ແລະ ຄວາມອ່ອນໄຫວດ້ານໂພຊະນາການ; ລະດົມ​ການ​ເຂົ້າ​ຮ່ວມ ​ແລະ ການ​ປະກອບສ່ວນ​ດ້ານ​ຊັບພະຍາກອນ​ຂອງ​ຝ່າຍ​ທີ່​ກ່ຽວຂ້ອງ, ​ໃນ​ນັ້ນ​ມີ​ບັນດາ​ຜູ້​ອຸປະຖຳ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ທ້ອງ​ຖິ່ນ ​ແລະ ສາກົນ, ບັນດາອົງການ​ສາກົນ, ປະຊາ​ຄົມ ​ແລະ ລັດຖະບານ ຫວຽດນາມ ​ໃນ​ການ​ແກ້ໄຂ​ບັນດາ​ຂົງ​ເຂດ​ບຸລິມະສິດ​ຂອງ​ຂໍ້​ລິ​ເລີ່​ມ.

ອົງການ World Vision Internationalປະຈຳ ຫວຽດນາມ ແລະ ສະຖາບັນໂພຊະນາການແຫ່ງຊາດ ໄດ້ລົງນາມໃນຄຳໝັ້ນສັນຍາຮ່ວມມືໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມໂພຊະນາການທີ່ພຽງພໍ-ENOUGH ໄລຍະ 2024-2026. ພາບ: ແທງຢາງ/VNP

ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໄດ້​ຮັບ​ການ​ຜັນຂະຫຍາຍ ຢູ່​ບັນດາ​ແຂວງ​ຄື: ດ້ຽນບຽນ, ຫາຍ​ຟ່ອງ, ແທງ​ຮວາ, ກວາງ​ຈີ້, ດ່າໜັງ, ກວາງ​ນາມ, ກວາງ​ຫງາຍ, ດັກ​ນົງ, ນະຄອນໂຮ່ຈີມິນ ແລະ ມີເດັກນ້ອຍປະມານ 200.000 ຄົນຢູ່ຫວຽດນາມ ໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການນີ້.

 


ຂໍ້​ລິ​ເລີ່ມ​ດ້ານ​ໂພ​ຊະ​ນາ​ການ​ຢ່າງ​ພຽງ​ພໍ​ໄດ້​ຮັບ​ການ​ຜັນຂະ ຫຍາຍ​ຢູ່​ຫວຽດ​ນາມ ດ້ວຍ​ຄວາມ​ໝາຍ​ດ້ານ​ມະ​ນຸດ​ສະ​ທຳ​ອັນ​ສູງ​ສົ່ງ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ອັນ​ສົດ​ໃສ​ຂອງ​ເດັກ​ນ້ອຍ​ຫວຽດ​ນາມ.

ບົດ: VNP/ບິກເວິນ - ພາບ: ແທງຢາງ - ແປໂດຍ: ຢືຟຽນ

Chuck Searcy - ຢູ່ເພື່ອທໍາຄວາມເຂົ້າໃຈ, ຢູ່ເພື່ອເປັນສ່ວນໜຶ່ງ ຂອງ ຫວຽດນາມ

Chuck Searcy - ຢູ່ເພື່ອທໍາຄວາມເຂົ້າໃຈ, ຢູ່ເພື່ອເປັນສ່ວນໜຶ່ງ ຂອງ ຫວຽດນາມ

ເປັນເວລາຫຼາຍປີ ມານີ້, ຊາວບ້ານ ໃນຮ່ອມ ຮ້າໂຮ່ຍ ໄດ້ມີຄວາມຄຸ້ນເຄີຍ ກັບ ທ່ານ Chuck Searcy, ນັກຮົບເກົ່າ ຊາວ ອາເມລິກາ ທີ່ດຳລົງຊີວິດຢ່າງງຽບໆ, ເຂົ້າເຖິງງ່າຍ ແລະ ໃກ້ຊິດກັບຊີວິດ ປະຈຳວັນ. ພາຍຫຼັງ ເຮັດວຽກໜັກມາທັງວັນ, ທ່ານມັກ ຈະຍ່າງ ເລາະຫຼິ້ນ ຢ່າງສະບາຍ ແລະ ແວ່ ຮ້ານ ກາເຟ ທີ່ຄຸ້ນເຄີຍ, ຊີມ ລົດຊາດ ກາເຟ ຄືດັ່ງ ສ່ວນໜຶ່ງທີ່ ຂາດບໍ່ໄດ້ ຂອງຈັງຫວະຊີວິດ ໃນ ຮ່າໂນ້ຍ.

Top