World Cup 2026 ສ້າງສະຖິຕິມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດ
World Cup 2026 ໄດ້ກາຍເປັນ World Cup ທີ່ມີຈຳນວນຜູ້ຊົມມາສະໜາມກິລາຫຼາຍທີ່ສຸດໃນປະຫວັດສາດ, ລື່ນກາຍລະດັບສະຖິຕິທີ່ໄດ້ສ້າງຂຶ້ນໃນຮອບຊິງຊະນະເລີດປີ 1994 ກໍ່ດຳເນີນຢູ່ອາເມລິກາ.
ເຊຍຂອງບັນດາປະເທດຢູ່ World Cup 2026 (ພາບ: VOV5)
ຕາມຄະນະຈັດຕັ້ງແລ້ວ, ຂີດໝາຍນີ້ໄດ້ກຳນົດພາຍຫຼັງບັນດານັດເຕະໃນວັນທີ 26 ມິຖຸນາ, ເມື່ອຈຳນວນຜູ້ຊົມທັງໝົດລື່ນກາຍລະດັບ 3,58 ລ້ານເທື່ອຄົນ ຂອງ World Cup 1994. ຜົນງານນີ້ບັນລຸໄດ້ໃນສະພາບການແຂ່ງຂັນຍັງມີເຄິ່ງໜຶ່ງ, ດ້ວຍບັນດານັດເຕະ knockout ແລະ ຊີງຊະນະເລີດ ຍັງບໍ່ທັນດຳເນີນ. ສ່ວນຫຼາຍບັນດານັດເຕະລ້ວນແຕ່ຮັບຮູ້ອັດຕາສ່ວນຜູ້ເຂົ້າຊົມເຕັມສະໜາມກິລາຢູ່ລະດັບສູງ ໃນຫຼາຍນັດເຕະຢູ່ບັນດານະຄອນຂອງ ອາເມລິກາຄື: New York/New Jersey, Los Angeles, Dallas, Atlanta ແລະ Philadelphia. ສະຖິຕິໃໝ່ໄດ້ສ້າງຂຶ້ນໂດຍບໍ່ຫົວຊາຕໍ່ຄວາມວິຕົກກັງວົນຕໍ່ ຄ່າປີ້ສູງ, ລະບຽບການເຂົ້າອອກເມືອງ ແລະ ຄ່າເດີນທາງໄປມາຢູ່ອາເມລິກາເໜືອ.