• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

WHO ກ່າວເຕືອນວິກິດການດ້ານສາທາລະນະສຸກຢູ່ເຂດ ກາຊາ ແມ່ນຮ້າຍແຮງຂຶ້ນຍ້ອນອາກາດຮ້ອນເອົ້າ

ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຄວາມເຄັ່ງຕຶງພວມເພີ່ມຂຶ້ນຢ່າງແຮງລະຫວ່າງ ອິດສະຣາແອນ ແລະ ຂະບວນການ Hezbollah ຢູ່ ລີບັງ .
ຊາວ ປາແລດສະຕິນ ຢູ່ ຄ້າຍລີ້ໄພ ພວມປະສົບກັບຄວາມຫຍຸ້ງຍາກຫລາຍຍ້ອນອາກາດຮ້ອນເອົ້າ. ພາບ: THX/TTXVN

ວັນທີ 21 ມິຖຸນາ, ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນວ່າ ອາກາດຮ້ອນເອົ້າຢ່າງຮ້າຍແຮງຢູ່ເຂດ ກາຊາ ອາດຈະເຮັດໃຫ້ບັນຫາສຸຂະພາບຂອງປະຊາຊົນ ປາແລດສະຕິນ ຈະຖືກຜົນສະທ້ອນຢ່າງຫນັກຫນ່ວງກວ່າ ໃນຂະນະທີ່ພວມຂາດແຄນເຄື່ອງໃຊ້ທີ່ຈຳເປັນ ແລະ ການປະທະກັນລະຫວ່າງຂະບວນການ ຮາມາດ ແລະ ອິດສະຣາແອນ ຍັງຄົງສືບຕໍ່ຜັນແປຢ່າງເຄັ່ງຕຶງ. ໂຄງການອາຫານໂລກ ໄດ້ກ່າວເຕືອນວ່າ ອາດຈະເກີດວິກິດການດ້ານສາທາລະນະສຸກໃນຂອບຂະຫນາດໃຫຍ່ ຢູ່ ເຂດ ກາຊາ ຍ້ອນຂາດນ້ຳສະອາດ, ທັນຍາຫານ, ອາຫານ ກໍ່ຄືອຸປະກອນການແພດ.

ແລະກໍໃນວັນດຽວກັນດ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ຄວາມເຄັ່ງຕຶງພວມເພີ່ມຂຶ້ນຢ່າງແຮງລະຫວ່າງ ອິດສະຣາແອນ ແລະ ຂະບວນການ Hezbollah ຢູ່ ລີບັງ ແລະ ຢືນຢັນ: ບັນດາກຳລັງຮັກສາສັນຕິພາບ ຂອງ ສປຊ ພວມມານະພະຍາຍາມເຮັດໃຫ້ຄວາມເຄັ່ງຕຶງຫລຸດລົງ ແລະ ສະກັດກັ້ນການຄິດໄລ່ຢ່າງຜິດພາດ. ທ່ານ Guterres ເນັ້ນຫນັກວ່າ ປະຊາຊົນທຸກຄົນຢູ່ເຂດນີ້ ແລະໃນໂລກ ບໍ່ໄດ້ປະໃຫ້ ລີບັງ ກາຍເປັນເຂດ ກາຊາ ທີ 2.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ກຸຍບ​າ

ວັນທີ 27 ກັນຍາ, ຫວຽດນາມ ແລະ ກຸຍບາ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ໃນໄລຍະໃໝ່.

Top