• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Unitel ວາງເປົ້າໝາຍກາຍເປັນກຸ່ມບໍລິສັດເສດຖະກິດໃຫຍ່ທີ່ສຸດຢູ່ ລາວ

ຍຸດທະສາດເປັນແກ່ນສານຂອງ Unitel ແມ່ນທຸກການເຄື່ອນໄຫວລ້ວນແຕ່ມຸ່ງໄປເຖິງການນຳຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ປະຊາຊົນ ແລະ ລັດຖະບານ ລາວ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສີວິໄລຮ່ວມກັນ)

ໃນຊຸມປີມໍ່ໆມານີ້ິ້, ການພົວພັນຮ່ວມມືດ້ານເສດຖະກິດລະຫວ່າງ ຫວຽດນາມ - ລາວ ໄດ້ ແລະ ພວມຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ. ພິເສດ, ໄລ່ໝົດປີ 2024, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດລົງທຶນໃຫຍ່ສຸດຢູ່ ລາວ ດ້ວຍຍອດຈຳນວນທຶນຈົດທະບຽນບັນລຸ 191,1 ລ້ານ USD, ສຸມໃສ່ບັນດາຂົງເຂດສຳຄັນ, ຄື: ການເງິນ - ທະນາຄານ, ພະລັງງານໄຟຟ້າ, ໂທລະຄົມມະນາຄົມ, ກະສິກຳ - ປ່າໄມ້, ການຂຸດຄົ້ນແຮ່ທາດ… ໃນນັ້ນ, ຂົງເຂດໂທລະຄົມມະນາຄົມພວມກາຍເປັນໜຶ່ງໃນບັນດາຂະແໜງຈຸດສຸມສຳຄັນ, ປະກອບສ່ວນຊຸກຍູ້ການພັດທະນາຂອງ ລາວ.

ໃນຂົງເຂດໂທລະຄົມມະນາຄົມ, Viettel ເລີ່ມລົງມືຢູ່ ລາວ ແຕ່ເດືອນ ກຸມພາ 2008 ຕາມຮູບແບບຮ່ວມທຸລະກິດ, ໃນນັ້ນ, Viettel ກວມເອົາ 49%, ຄູ່ຮ່ວມມື Lao Asia Telecom (LAT) - ລັດຖະບານ ລາວ ກວມເອົາ 51% ດ້ວຍເຄື່ອງໝາຍການຄ້າ Unitel. ພາຍຫຼັງດຳເນີນທຸລະກິດເປັນເວລາ 15 ປີ, ມາຮອດປະຈຸບັນ, Unitel ໄດ້ຢັ້ງຢືນທີ່ຕັ້ງຢ່າງໝັ້ນຄົງແມ່ນວິສາຫະກິດໂທລະຄົມມະນາຄົມໃຫຍ່ທີ່ສຸດ, ແມ່ນໜຶ່ງໃນບັນດາບໍລິສັດມອບພັນທະເຂົ້າງົບປະມານຫຼາຍທີ່ສຸດ, ເຊິ່ງພັກ ແລະ ລັດຖະບານ 2 ປະເທດຮັບຮູ້ເປັນແບບຢ່າງໃຫ້ແກ່ການຮ່ວມມືດ້ານເສດຖະກິດ.

ປະຈຸບັນ, Unitel ພວມສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານປະມານ 27.000 ຄົນ, ໃນນັ້ນມີຜູ້ອອກແຮງງານໃນລະບົບ 1.500 ຄົນ, ຜູ້ຮ່ວມງານ 1.500 ຄົນ ແລະ ສະຖານທີ່ວາງຂາຍປະມານ 24.000 ແຫ່ງໃນທົ່ວປະເທດ, ປະກອບສ່ວນຮັບປະກັນຊີວິດສັງຄົມໃຫ້ແກ່ປະເທດ ລາວ. ທ່ານ ຫງວຽນແທັງເລິມ, ຜູ້ອຳນວຍການໃຫຍ່ໂທລະພາບ ຫວຽດນາມ, ອະດີດຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ, ໃຫ້ຮູ້ວ່າ:

“ໃນຂົງເຂດຮ່ວມມືດ້ານຖະແຫຼງຂ່າວ ແລະ ການສື່ສານໂດຍສະເພາະແມ່ນໂທລະຄົມມະນາຄົມເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ມວນຊົນ ໄດ້ບັນລຸຫຼາຍໝາກຜົນທີ່ໜ້າເອກອ້າງທະົງໃຈ. ບັນດາກຸ່ມບໍລິສັດໃຫຍ່ຂອງ ຫວຽດນາມຄື: Viettel, VNPT, FPT ໄດ້ລົງທຶນນັບພັນຕື້ດົ່ງເຂົ້າປະເທດ ລາວປະກອບສ່ວນນຳປະເທດ ລາວ ກາຍເປັນປະເທດມີການປົກຄຸມຄືນໂທລະສັບມືຖືດີ່ທີສຸດຢູ່ ອາຊີຕາເວັນອອກສຽງໃຕ້ສະໜອງການບໍລິການອິນເຕີເນັດໃຫ້ປະຊາຊົນໝົດທຸກຄົນ”.

ປະຈຸບັນ, Unitel ພວມກວມເອົາ 57% ອັດຕາສ່ວນໃນຕະຫຼາດ, ປະຊາຊົນໄດ້ນຳໃຊ້ການບໍລິການໂທລະຄົມ ເພີ່ມຂຶ້ນແຕ່ 18% ຂຶ້ນເປັນ 100% ຈຳນວນປະຊາກອນ. ສ່ວນ ລາວ ກາຍເປັນໜຶ່ງໃນບັນດາປະເທດມີອັດຕາຜູ້ຊົມໃຊ້ໄດ້ນຳໃຊ້ອິນເຕີເນັດຄວາມໄວສູງດີທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້. Unitel ກໍ່ແມ່ນເຄືອຂ່າຍໂທລະຄົມທຳອິດທີ່ທົດລອງ 5G ຢູ່ ລາວ. ທ່ານ ເຈິ່ນຈຸງຮືງ, ອະດີດຜູ້ອຳນວຍການໃຫຍ່ບໍລິສັດ Star Telecom (Unitel) ຢູ່ ລາວ, ໃຫ້ຮູ້ວ່າ:

“ເມື່ອພວກຂ້າພະເຈົ້າຜັນຂະຫຍາຍບັນດາການບໍລິການໄປເຖິງປະຊາຊົນ ແລະ ໄດ້ຮັບການຕອບຮັບສະໜັບສະໜູນຈາກປະຊາຊົນ ແລະ ບັນດາກະຊວງຄະນະຂະແໜງການຍາມໃດກໍ່ໄດ້ສ້າງເງື່ອນໄຂສະດວກທີ່ສຸດ. ພວຂ້າພະເຈົ້າໄດ້ດຳເນີນທຸລະກິດຢູ່ຫຼາຍປະເທດໃນນັ້ນການດຳເນີນທຸລະກິດຢູ່ ລາວ ແມ່ນມີຄວາມສະດວກຫຼາຍກວ່າໝູ່ນັ້ນແມ່ນຍ້ອນສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ”.

Unitel ໄດ້ວາງເປົ້າໝາຍຮອດປີ 2025 ກາຍເປັນກຸ່ມບໍລິສັດນຳໜ້າຢູ່ ລາວ, ໃນນັ້ນ ໂທລະຄົມມະນາຄົມແມ່ນການບໍລິການຈຸດສຸມ. Unitel ວາງເປົ້າໝາຍກາຍເປັນກຸ່ມບໍລິສັດເສດຖະກິດໃຫຍ່ທີ່ສຸດຢູ່ ລາວ, ເຂົ້າຮ່ວມຢ່າງເລິກເຊິ່ງ, ກວ້າງຂວາງເຖິງທຸກດ້ານເສດຖະກິດຂອງ ລາວ, ໃນນັ້ນ, ບັນດາການບໍລິການການເງິນດີຈີຕອນ, ການຫັນການຄ້າເປັນດີຈີຕອນ, ການແພດ, ສາທາລະນະສຸກ, ກະສິກຳ ຈະແມ່ນກຳລັງໜູນເຕີບໂຕຕົ້ນຕໍໃນອະນາຄົດ. ເປົ້າໝາຍຮອດປີ 2025 ລາຍຮັບບັນລຸກວ່າ 306 ລ້ານ USD, ສືບຕໍ່ຢັ້ງຢືນເປັນແບບຢ່າງໃນການຮ່ວມມືເສດຖະກິດລະຫວ່າງ 2 ພັກ, 2 ລັດ ເວົ້າລວມ ແລະ ລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດເວົ້າສະເພາະ. ທີ່ກອງປະຊຸມການຮ່ວມມືລົງທຶນ ຫວຽດນາມ - ລາວ ດ້ວຍຫົວຂໍ້ “ສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສີວິໄລຮ່ວມກັນ”, ຈັດຂຶ້ນຢູ່ນະຄອນຫຼວງ ວຽງຈັນ, ໃນວັນທີ 09 ມັງກອນ 2025, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ:

“ພວກເຮົລົງທຶນໃຫ້ແກ່ກັນ ບໍ່ພຽງແຕ່ແມ່ນການດຳເນີນທຸລະກິດການຜະລິດການຄ້າເທົ່ານັ້ັ້ນນີ້ຍັງແມ່ນນ້ຳໃຈໜ້າທີ່ຄວາມຮັບຜິດຊອບຄວາໄວ້ເນື້ອເຊື່ອໃຈແມ່ນການຕອບຸນແທນຄຸນຕໍ່ລຸ້ນກ່ອນ. ສະນັ້ນຂ້າພະເຈົ້າຮຽກຮ້ອງວິສາຫະກິດຂອງ 2 ປະເທດສືບຕໍ່ລົງທຶນດຳເນີນລະກິດດ້ວຍຄວາມສຸດຈິດສຸດໃຈ ແລະ ຄວາມສາມາດທີ່ຕົນມີ. ບັນດາສິ່ງທີ່ຍັງຕິດຄັດກີດຂວາງຕ້ອງສະເໜີເພື່ອໃຫ້ລັດຖະບານ 2 ປະເທດ ຈະຊີ້ນຳບັນດາກະຊວງຂະແໜງການ ເພື່ອບໍ່ໃຫ້ຊັກຊ້າເສຍເວລາໂອກາດ ແລະ ຄວາມໄວ້ເນື້ອເຊື່ອໃຈ. ນີ້ແມ່ນໜ້າທີ່ຄວາມຮັບຜິດຊອບການຕອບບຸແທນຸນ ແລະ ສະແດງໃຫ້ເຫັນການເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່ຂອງ 2 ປະເທດຫາກບໍ່ມີຢູ່ໃນໂລກອີກ”.

ປີ 2025 ໄດ້ຮັບຖືວ່າເປັນປີບານພັບ, ແມ່ນປີບຸກທະລຸເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃນສັນຍາຮ່ວມມື 2 ຝ່າຍໄລຍະ 2021 – 2025, ພ້ອມກັນນັ້ນ, ກໍ່ສ້າງພື້ນຖານໃຫ້ແກ່ບັນດາການກຳນົດທິດຮ່ວມມືໃໝ່ໃນໄລຍະພັດທະນາຕໍ່ໆໄປ. ຍຸດທະສາດເປັນແກ່ນສານຂອງ Unitel ແມ່ນທຸກການເຄື່ອນໄຫວລ້ວນແຕ່ມຸ່ງໄປເຖິງການນຳຜົນປະໂຫຍດຢ່າງແທດຈິງມາໃຫ້ແກ່ປະຊາຊົນ ແລະ ລັດຖະບານ ລາວ.

(ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ຕ່າງ​ປະ​ເທດຄັ້ງ​ທຳ​ອິດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊົ່ວ​ຄາວ​ຊີຣີ

ສື່ມວນຊົນອາຣັບບິຊາອຸດິໄດ້ໃຫ້ຂ່າວວ່າວັນທີ2 ກຸມພາທ່ານ Ahmed Al-Sharaa, ປະທານາທິບໍດີຊົ່ວຄາວຊີຣີຈະທຳການຢ້ຽມຢາມປະເທດນີ້.

Top