• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

THACO AUTO ນຳໜ້າຕະຫຼາດດ້ວຍເຄື່ອງໝາຍ ການຄ້າ ລົດໃຫຍ່ສາກົນ

ດ້ວຍປະສົບການທີ່ທອດຖອນໄດ້ໃນການພັດທະນາກວ່າ 20 ປີ, ບໍລິສັດຫຸ້ນສ່ວນລົດໃຫຍ່ ເຈື່ອງຫາຍ (THACO) ກໍາລັງມີຊື່ສຽງ ທີ່ໂດ່ງດັງ ເທິງແຜນທີ່ປະກອບລົດໃຫຍ່ ຂອງບັນດາເຄື່ອງ ໝາຍການຄ້າລົດໃຫຍ່ ສາກົນ ທີ່ມີຊື່ສຽງໃນໂລກ ດ້ວຍມາດຕາ ສ່ວນຢູ່ພາຍໃນສູງທີ່ສຸດຢູ່ ຫວຽດນາມ ແລະ ພວມກ້າວສູ່ເປົ້າ  ໝາຍກາຍເປັນກຸ່ມບໍລິສັດອຸດສາຫະກຳ ຫຼາຍຂະແໜງການແຖວ ໜ້າໃນພາກພື້ນ ອາຊຽນ, ພັດທະນາຢ່າງໝັ້ນຄົງໃນ ສະພາບ ການເຊື່ອມໂຍງເສດຖະກິດສາກົນ ແລະ ການປະຕິວັດອຸດສາ ຫະກຳ 4.0. 
ໃນຂົງເຂດຜະລິດລົດໃຫຍ່, THACO AUTO (ລົດໃຫຍ່ ແລະ ກົນຈັກ) ປັດຈຸບັນເປັນວິສາຫະກິດຂະໜາດໃຫຍ່ທີ່ສຸດ, ລາຍຮັບ ແລະ ມາດຕາສ່ວນກວມຂອງຜະລິດຕະພັນ ນຳໜ້າຕະຫຼາດ ພາຍໃນ. ສອງເດືອນຕົ້ນປີ 2021, ມາດຕາສ່ວນກວມຂອງຜະ ລິດຕະພັນ ຂອງ THACO AUTO ແມ່ນ 40,3%. THACO AUTO ເປັນວິສາຫະກິດໜຶ່ງດຽວ ເຖິງປັດຈຸບັນ ມີການຜະລິດ, ຈຳໜ່າຍ ຢ່າງຄົບຖ້ວນປະເພດລົດໃຫຍ່ເຊັ່ນ: ລົດທ່ອງທ່ຽວ, ລົດເມ, ລົດບັນທຸກ, ລົດໃຊ້ງານສະເພາະ... ນັບແຕ່ລະດັບປານກາງ ໄປຈົນເຖິງລະດັບສູງ. 

ປັດຈຸບັນ, THACO AUTO ພວມປະຕິບັດຍຸດທະສາດ ເຂົ້າ ຮ່ວມຕ່ອງໂສ້ມູນຄ່າລະດັບໂລກ ດ້ວຍບັນດາເຄື່ອງໝາຍການ ຄ້າລົດໃຫຍ່ສາກົນ ໄດ້ຜະລິດຢູ່ ຈູລາຍ ແລະ ຮ່ວມມືກັບບັນ ດາ ຜູ້ຜະລິດ, ຈຳໜ່າຍລົດໃຫຍ່ຕ່າງໆ, ຮັບຖ່າຍທອດ ເຕັກໂນໂລຊີ, ພັດທະນາອຸດສາຫະກຳ ສະໜັບສະໜູນ, ເພີ່ມມາດຕາ ສ່ວນນຳໃຊ້ສິນ ຄ້າ ພາຍໃນ. 

ແຕ່ປີ 2003, THACO ໄດ້ລົງທຶນເຂົ້າໃນເຂດເສດຖະກິດຈູລາຍ (ແຂວງ ກວາງນາມ). ປັດຈຸບັນນີ້, ເຂດອຸດສາຫະກຳTHACO ຈູລາຍ ມີເນື້ອທີ່ ກວ່າ 1.200 ເຮັກຕາ, ໃນນັ້ນ ເນື້ອທີ່ໄດ້ຮັບການລົງທຶນກໍ່ສ້າງແມ່ນ 300 ເຮັກຕາ, ຍອດທຶນ ກວ່າ 80.500 ຕື້ດົ່ງ (ທຽບເທົ່າ 3,5 ຕື້ ໂດລາສະຫະລັດ), ລວມທັງ: ເຂດອຸດສາຫະ ກຳ ກົນຈັກ  ແລະ ລົດໃຫຍ່, ເຂດອຸດສາຫະກຳ ກະສິກຳ-ປ່າໄມ້, ທ່າກຳປັ່ນ ແລະ ພະລາທິການທ່າກຳປັ່ນ, ເຂດຕົວເມືອງ ຈູລາຍ. 
 

ຕ່ອງໂສ້ປະກອບລົດໃຫຍ່ ຍີ່ຫໍ້ KIA Sorento (All New) 2021 ທີ່ໂຮງງານ Thaco Mazda ຢູ່ ຈູລາຍ (ກວາງນາມ). ພາບ: ໂດຍ THACO ສະໜອງ


ຕ່ອງໂສ້ປະກອບຫ້ອງຂັບ ລົດບັນທຸກ. ພາບ: ແທງຮ່ວາ/VNP


ຕ່ອງໂສ້ປະກອບລົດບັນທຸກ. ພາບ: ແທງຮ່ວາ/VNP


ກໍາມະກອນນໍາໃຊ້ ຫຸຸ່ນກົນຈັກ ເພື່ອປະກອບປະຕູ ລົດ ໃຫຍ່. ພາບ: ແທງຮ່ວາ/VNP


ປະເພດລົດທ່ອງທ່ຽວ ລະດັບສູງ Kia Seltos ຂອງ THACO AUTO. ພາບ: ໂດຍ THACO ສະໜອງ

THACO ຈູລາຍ ຖືວ່າ ເປັນສູນອຸດສາຫະກໍາ ລົດໃຫຍ່ ແລະ Logistics ລວມສຸມ ມີຂະໜາດໃຫຍ່ທີ່ສຸດໃນທົ່ວປະເທດ ແລະ ເປັນໜຶ່ງໃນຈຳນວນສິບສູນມີຂະໜາດໃຫຍ່ທີ່ສຸດໃນ ພາກພື້ນ ອາຊຽນ. ປັດຈຸບັນ, THACO ຈູລາຍ ໄດ້ມີຊື່ເທິງແຜນ ທີ່ຜະລິດ ແລະ ປະກອບລົດໃຫຍ່ ຂອງບັນດາເຄື່ອງໝາຍການຄ້າລົດໃຫຍ່ສາກົນ ທີ່ມີຊື່ສຽງໃນໂລກ ດ້ວຍມາດຕາສ່ວນ ຢູ່ພາຍໃນ ສູງທີ່ສຸດ ຫວຽດນາມ.  ມາດຕາສ່ວນ ນຳໃຊ້ ບັນດາຜະລິດຕະພັນ ລົດໃຫຍ່ຂອງ THACO ຢູ່ພາຍໃນແມ່ນ: ລົດທ່ອງທ່ຽວ 17-25%, ລົດບັນທຸກ 35-45%, ​ລົດເມ ກວ່າ 60%. ລົດທ່ອງທ່ຽວ ຈຳ ນວນໜຶ່ງບັນລຸ ມາດຕາສ່ວນ ກວ່າ 40%, ຕອບສະໜອງໄດ້ມາດຖານໃນຂົງເຂດ RVC (Regional Value Content) ເພື່ອໄດ້ຮັບພາສີ 0% ເມື່ອ ສົ່ງອອກລົດໃຫຍ່ ຢູ່ໃນກຸ່ມ ອາຊຽນ ຕາມສັນຍາ ATIGA.

THACO ຈູລາຍ ມີ 7 ໂຮງງານຜະລິດ ແລະ ປະກອບ ລົດໃຫຍ່ ຄື: ໂຮງງານ Thaco Kia, ໂຮງງານ Thaco Mazda, ໂຮງງານຜະລິດລົດທ່ອງທ່ຽວ ຊັ້ນນໍາ THACO, ໂຮງງານຜະລິດລົດທ່ອງ ທ່ຽວໃຊ້ງານສະເພາະ, ໂຮງງານຜະລິດລົດບັນທຸກ Thaco, ໂຮງ ງານຜະລິດລົດເມ Thaco, ໂຮງງານຜະລິດ ລົດໃຫຍ່ ໃຊ້ງານ ສະເພາະ. ບັນດາໂຮງງານດັ່ງກ່າວ ໄດ້ຜະລິດ ປະເພດລົດໃຫຍ່ ຄື: ລົດທ່ອງທ່ຽວ (Kia, Mazda, Peugeot), ລົດເມ, ລົດບັນທຸກ, ລົດໃຫຍ່ໃຊ້ງານ ສະເພາະດ້ວຍເຄື່ອງໝາຍ ການຄ້າລົດໃຫຍ່ສາ ກົນ ແລະ ເຄື່ອງໝາຍ ການຄ້າ THACO. 

ນອກຈາກຕອບສະໜອງ ໃຫ້ແກ່ຕະຫຼາດພາຍໃນ ດ້ວຍລາຍຮັບ ແລະ ມາດຕາສ່ວນກວມ ຂອງຜະລິດຕະພັນ ອັນດັບໜຶ່ງ ຫວຽດ ນາມ, THACO AUTO ໄດ້ສົ່ງອອກລົດໃຫຍ່ ໄປສູ່ບັນດາປະ ເທດໃນກຸ່ມ ອາຊຽນ ແລະ ໂລກ. ປີ 2020, THACO AUTO ສົ່ງອອກລົດໃຫຍ່ທຸກປະເພດໄດ້ກວ່າ 1.400 ຄັນ ຄື: ລົດທ່ອງທ່ຽວ ຍີ່ຫໍ້ Kia Grand Carnival ໄປຍັງໄທ; ລົດທ່ອງທ່ຽວ ຍີ່ຫໍ້ Kia Cerato ແລະ Kia Soluto ໄປຍັງ ມຽນມາ; ສົ່ງອອກ ພວງລົດ ໄປຍັງ ສ ອາເມລິກາ, ຍີ່ປຸ່ນ, ມຽນມາ, ໄທ; ລົດບັນທຸກ ໄປຍັງ ກຳປູເຈຍ. 

ປີ 2021, THACO AUTO ສືບຕໍ່ຍູ້ແຮງການສົ່ງອອກລົດໃຫຍ່ (ລົດທ່ອງທ່ຽວ, ລົດບັນທຸກ, ລົດເມ, ພວງລົດ) ອອກໄປ ສູ່ບັນດາຕະຫຼາດຄື: ໄທ, ມຽນມາ, ຟິລິບປິນ, ສ ອາເມລິກາ, ຍີ່ປຸ່ນ ແລະ ເປີດກວ້າງໄປສູ່ບັນດາປະເທດໃນກຸ່ມ ອາຊຽນ. 

THACO AUTO ໄດ້ເປັນທ່ີຮູ້ຈັກວ່າ ຜູ້ຜະລິດ, ສົ່ງອອກເຄື່ອງ ອາໄຫຼ່ ແລະ ກົນຈັກແຖວໜ້າຫວຽດນາມ. ປີ 2020, ເຖິງວ່າ ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງ ຈາກການລະບາດ ໂຄວິດ-19 ແລະ ຄວາມຫຍຸ້ງຍາກ ຂອງ ເສດຖະກິດໂລກ, ມູນຄ່າສົ່ງອອກເຄື່ອງອາໄຫຼ່ ແລະ ກົນຈັກ ຂອງ THACO AUTO ໄດ້ບັນລຸ 17 ລ້ານ ໂດລາສະຫະລັດ, ເພີ່ມຂຶ້ນ 25% ເມື່ອທຽບກັບປີ 2019. ຜະລິດຕະພັນ ສົ່ງອອກຕົ້ນຕໍແມ່ນ: ເຄື່ອງກັນຊົນລົດທ່ອງທ່ຽວ, ສາຍໄຟຟ້າ, ແໜບລົດໃຫຍ່, ເຄື່ອງຫຸ້ມເບາະ, ເຄື່ອງອາໄຫຼ່ລົດ ເມ, ເຄື່ອງອາໄຫຼ composite... ຕະຫຼາດສົ່ງອອກຕົ້ນຕໍແມ່ນ ສ ເກົາຫຼີ, ຍີ່ປຸ່ນ, ມາເລເຊຍ, ອີຕາລີ, ສ ຣັດເຊຍ ແລະ ອື່ນໆ. 

ດ້ວຍການຄິດໄລ່ ແລະ ການເຄື່ອນໄຫວຢ່າງມີແບບມີແຜນ, ເຂັ້ມແຂງ ຄືປັດຈຸບັນ, ຫວັງວ່າ ໃນເວລາຈະມາເຖິງ THACO AUTO ຈະສືບຕໍ່ແບ່ງສ່ວນຕະຫຼາດລົດໃຫຍ່ ຢູ່ພາຍໃນ ແລະ ເພີ່ມທະວີການສົ່ງອອກ, ເຖິງວ່າ ສະພາບເສດຖະກິດໂລກ ຈະສືບຕໍ່ປະສົບຄວາມຫຍຸ້ງຍາກ ຈາກຜົນກະທົບ ຂອງ ການລະ ບາດໂຄວິດ-19. 
 
ບົດ ແລະ ພາບ: ແທງຮ່ວາ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco ​ແມ່ນ​ວິ​ສາ​ຫະກິດ​ແຖວໜ້າໃນ​ຂົງ​ເຂດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຢູ່ ຫວຽດນາມ. ດ້ວຍ​ການ​ກໍ່ສ້າງ​ໂຮງ ງານ​ປຸງ​ແຕ່ງ​ຂະໜາດ​ໃຫຍ່ ​ແລະ ທັນ​ສະໄໝ​ທີ່​ສຸດ​ ​ຫວຽດນາມ ຢູ່ ຢາລາຍ, Doveco ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ຈະ​ເປີດ​ກວ້າງ​ຕະຫຼາດ, ​ຍົກສູງວົງເງິນການ​ສົ່ງ​ອອກ​ເທົ່າ​ນັ້ນ, ແຕ່​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊາວ​ກະສິກອນ​ ນັບ​ໝື່ນ​ຄົນ​ຢູ່​ ໄຕງວຽນ ເມື່ອ​ເຂົ້າ​ຮ່ວມ​ລະບົບຕ່ອງໂສ້ ການຜະລິດ ແລະ ສະໜອງຜະລິດຕະພັນກະເສດ ໃຫ້ແກ່ ໂຮງງານ.

Top