RCEP: ກໍາລັງໜູນໃໝ່ ໃນການເຕີບໂຕການສົ່ງອອກ ອາຊຽນ

ອາຊຽນ

RCEP: ກໍາລັງໜູນໃໝ່ ໃນການເຕີບໂຕການສົ່ງອອກ ອາຊຽນ

ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ມີ​ຜົນ​ສັກສິດ ນັບ​ແຕ່​ຕົ້ນ​ປີ 2022ຄາດ​ວ່າ​ຈະ​ສ້າງ​ກຳລັງ​ໜູນໃໝ່

ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP) ມີ​ຜົນ​ສັກສິດ ນັບ​ແຕ່​ຕົ້ນ​ປີ 2022ຄາດ​ວ່າ​ຈະ​ສ້າງ​ກຳລັງ​ໜູນໃໝ່, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ແລກປ່ຽນ​ການ​ຄ້າ ​ແລະ ການ​ລົງທຶນ​ຂອງ ຫວຽດນາມ ກັບ ອາ​ຊຽນ ​ແລະຄູ່​ຮ່ວມ​ມື​ບໍ່​ແມ່ນ​ອາ​ຊຽນ ຄື: ອົດ​ສະ​ຕຣາ​ລີ, ນິວຊີແລນ, ຍີ່ປຸ່ນ, ສປ ຈີນ ແລະ ສ.ເກົາຫຼີ; ເປີດກວ້າງກາ ລະ​ໂອ​ກາດ​ໃຫ້ຜູ້ປະກອບການສົ່ງອອກໃໝ່ ຫວຽດ​ນາມ ແລະ ຕ້ອນ ຮັບ ການຟື້ນ​ຕົວ​ທາງເສດ​ຖະ​ກິດ.

ພາຍຫຼັງ​ມີ​ຮັບ​ຜົນບັງຄັບໃຊ້ ​​ຢ່າງ​ຄົບ​ຖ້ວນ​ໃຫ້​ບັນດາ​ປະ​ເທດ​ລົງ​ນາມ, ສັນຍາ RCEP​ ໄດ້​ສ້າງ​ຕະຫຼາດ​ທີ່​ມີ​​ຜູ້​ບໍລິ​ໂພ​ກ 2,2 ຕື້​ຄົນ, ກວມ​ປະມານ 30% ປະຊາກອນ​ໂລກ​ ແລະ GDP ປະມານ 26.200 ຕື້ ໂດລາສະຫະລັດ, ​ກວມ​ປະມານ 30%GDP ຂອງ​ໂລກ​ແລະ​ເຮັດ​ໃຫ້​ກາຍ​ເປັນ​ເຂດ​ການ​ຄ້າ​ເສລີ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ​ກ່ຽວ​ກັບ​ຂະ​ໜາດ​ປະ​ຊາ​ກອນ​. ສະນັ້ນ, ສັນຍາ RCEP ຄາດ​ວ່າ​ຈະ​ຊ່ວຍ​ສ້າງ​ຕະຫຼາດ​ສົ່ງ​ອອກ​ທີ່​ໝັ້ນຄົງ ​ແລະ ຍາວ​ນານ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ, ປະກອບສ່ວນ​ຊຸກຍູ້​ການ​ປະຕິບັດ​ນະ​ໂຍບາຍ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ການ​ຜະລິດ -ສົ່ງ​ອອກ​ຂອງ​ ຫວຽດນາມ.

RCEP ລວມມີ 10 ປະເທດສະມາຊິກອາຊຽນ ພ້ອມກັບ ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕຣາລີ ແລະ ນິວຊີແລນ. ພາຍຫຼັງ​ການ​ເຈລະຈາ​ແລະ​ການ​ສົນທະນາ​ຫຼາຍ​ສິບ​ຄັ້ງ​ມາ​ເປັນ​ເວລາ 8 ປີ, ສັນຍາ​ດັ່ງກ່າວ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 15 ພະຈິກ 2020ໃນ​ກອງ​ປະຊຸມ​ສຸດ​ຍອດ RCEP ຄັ້ງ​ທີ 4ໂດຍ​ຫວຽດນາມ​ເປັນ​ປະທານ​ອາ​ຊຽນ 2020. RCEP ຈະມີຜົນບັງຄັບໃຊ້ຢ່າງເປັນທາງການແຕ່ວັນທີ 1 ມັງກອນ 2022.

 

ຕະຫຼອດໄລຍະເວລາ8 ປີ, 31 ຮອບ​ເຈລະຈາ, 15 ກອງ​ປະຊຸມ​ຂອງຄະນະ​ກຳມະການ​ເຈລະຈາ​ການ​ຄ້າ ​ແລະ 19 ຮອບ​ເຈລະຈາ​ຂັ້ນ​ລັດຖະມົນຕີ, ​ໃນ​ທີ່​ສຸດ​ບັນດາ​ປະ​ເທດ​ໄດ້​ບັນລຸ​ຂໍ້​ຕົກລົງ RCEP. ນີ້​ບໍ່​ແມ່ນ​ພຽງ​ແຕ່​ເປັນ​ການ​ເຈ​ລະ​ຈາ​ການ​ຄ້າ​ເສ​ລີ​ເທົ່າ​ນັ້ນ, ແຕ່​ນີ້ຍັງແມ່ນ​ການ​ຮ່ວມ​ມື​ຢ່າງຮອບດ້ານອີກດ້ວຍ.RCEPແມ່ນອີງໃສ່ “ຂາຕັ້ງ” ຂອງການຄ້າສິນຄ້າ, ການຄ້າການບໍລິການແລະການຄ້າເອເລັກໂຕຣນິກ, ເຊິ່ງໄດ້ລະບຸໄວ້ໃນເອກະສານທີ່ມີຫຼາຍກວ່າ 14.000ໜ້າ, ມີ20 ບົດ, ພ້ອມກັບເອກະສານຊ້ອນທ້າຍແລະຕາຕະລາງດຳເນີນງານ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ໄດ້​ລົງ​ກວດ​ກາ​ຢູ່​ບໍ​ລິ​ສັດ​ Nissei Vietnam (ເຂດ​ຜະລິດເພື່ອສົ່ງອອກ ລິງຈຸງ). ພາບ: ແທ່ງຈຸງ/VNA

RCEP ຈະ​ກ້າວ​ໄປ​ສູ່​ການ​ລົບ​ລ້າງ​ຢ່າງ​ໜ້ອຍ 92% ຂອງ​​ພາ​ສີ​ນຳ​ເຂົ້າ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ລົງ​ນາມ​ພາຍ​ໃນ 20 ປີ, ຈະ​ສ້າງ​ກົດ​ລະ​ບຽບ​ທົ່ວ​ໄປ​ກ່ຽວ​ກັບ​ການ​ຄ້າ​ເອ​ເລັກ​ໂຕຣ​ນິກ, ການ​ຄ້າ ແລະ ສິດ​ຄຸ້ມຄອງຊັບ​ສິນ​ທາງ​ປັນ​ຍາ. RCEP ຖືກອອກແບບມາເພື່ອຕັດຄ່າໃຊ້ຈ່າຍ ແລະເວລາຂອງ ຜູ້ຄ້າໂດຍອະນຸຍາດໃຫ້ພວກເຂົາສົ່ງອອກສິນຄ້າໄປໃຫ້ບັນດາຜູ້ລົງນາມໃນສັນຍາດັ່ງກ່າວ ໂດຍບໍ່ຕ້ອງຕອບສະໜອງຄວາມຕ້ອງການສະເພາະຂອງແຕ່ລະປະເທດ.

 

ດ້ານ​ເສດຖະກິດ, RCEP​ ໄດ້​ລົງ​ນາມ​ແລະ​ມີ​ປະສິດທິ​ຜົນ​ຈະ​ຊ່ວຍ​ປັບປຸງ​ການຈັດ​ສັນ​ແຫຼ່ງກຳລັງ​ໃນ​ພາກ​ພື້ນ, ຊຸກຍູ້​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ ​ແລະ ຫັນເປັນ​ເສລີ​ການ​ລົງທຶນ, ຍົກ​ສູງ​ລະດັບການ​ເຊື່ອມ​ໂຍງ​ເສດຖະກິດ. RCEP ກໍ່​ຊຸກຍູ້​ການ​ຟື້ນ​ຕົວ​ດ້ານ​ເສດຖະກິດ, ພ້ອມ​ທັງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ໄລຍະ​ຍາວ​ຂອງ​ພາກ​ພື້ນ. RCEP ຈະ​ສ້າງ​ຕະຫຼາດ​ຂະໜາດ​ໃຫຍ່​ໃຫ້​ຜູ້​ບໍລິ​ໂພ​ກກວມ​ປະມານ 30% ປະຊາກອນ​ໂລກ, ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ໂລກ​ເພີ່ມ​ຂຶ້ນ 209 ຕື້ ໂດລາສະຫະລັດຕໍ່​ປີ ​ແລະ 500 ຕື້​ໂດ​ລາ​ສະຫະລັດ ໃຫ້ແກ່ການ​ຄ້າ​ໂລກ​ໃນ​ປີ 2030.

 
ໃນ​ຈຳນວນ 15 ພື້ນຖານ​ເສດຖະກິດ​ອາຊີ-ປາຊີ​ຟິກ ທີ່​ເປັນ​ສະມາຊິກ RCEP, GDP​ ຕົວ​ຈິງ​ກວມ​ເອົາ​ເກືອບ 30% GDP ຂອງ​ໂລກ. ​ເຖິງ​ວ່າ​ໄດ້​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ຫັນເປັນ​ເສລີ​ດ້ານ​ພາສີ​ໃນ​ທົດ​ສະ​ວັດ​ທີ່​ຜ່ານ​ມາ​ຂອງ 15 ປະ​ເທດ​ສະມາຊິກ RCEP, ​ແຕ່​ຜ່ານ​ເຄືອຂ່າຍບັນດາ​ສັນຍາ​ການ​ຄ້າ​ເສລີ (FTA)​ ຢ່າງ​ກວ້າງ​ຂວາງ, RCEP ຈະ​ຍັງຄົງຫຼຸດອຸປະສັກ ດ້ານ​ພາສີ​ ຕໍ່ໄປ.
 

ໃນ​ຂະນະ​ດຽວກັນ, ຫວຽດນາມ ຖື​ເປັນຈຸດໝາຍ​ປາຍທາງທີ່​ປອດ​ໄພ ​ແລະ ​ເປັນ​ໜ້າ​ດຶງ​ດູດ​ໃຈ. ກາລະ​ໂອກາດ​ເລັ່ງລັດ​ດຶງ​ດູດ​ການ​ລົງທຶນ​ຈາກ​ບັນດາ​ປະ​ເທດ​ສະມາຊິກ RCEP ຈະ​ມີ​ຫຼາຍ​ກວ່າ​ເກົ່າ, ພິ​ເສດ​ຫວຽດນາມ ພວມ​ພະຍາຍາມ​ສ້າງ​ຫຼາຍ​ກົນ​ໄກ, ນະ​ໂຍບາຍ​ທີ່​ພົ້ນ​ເດັ່ນ​ເພື່ອ​ໃຫ້​ທັນ​ກັບ​ການ​ເຄື່ອນ​ໄຫວ​ລົງທຶນ. ນອກ​ນີ້, ການຈັດ​ຕັ້ງ​ປະຕິບັດ RCEP ຍັງ​ສ້າງ​ຂອບ​ກົດໝາຍ​ທີ່​ຜູກ​ມັດ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ການ​ຄ້າ, ການ​ລົງທຶນ, ຊັບ​ສິນ​ທາງ​ປັນຍາ, ການຄ້າ ເອເລັກໂຕຣນິກ ​ແລະ ອື່ນໆ. ຍ້ອນ​ການ​ສົມທົບ​ກັນ​ຂອງ​ບັນດາ​ລະບຽບ​ການ​ຕົ້ນ​ກຳ​ເນີ​ດ​ໃນ​ກຸ່ມ RCEP, ຜະລິດຕະພັນ​ສົ່ງ​ອອກ​ຂອງ​ ຫວຽດນາມ ອາດສາມາດຕອບສະໜອງໄດ້ເງື່ອນໄຂເພື່ອຮັບ​ບຸລິມະສິດດ້ານພາສີ, ຜ່ານ​ນັ້ນ​ເພີ່ມ​ການ​ສົ່ງ​ອອກ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ບັນດາ​ຕະຫຼາດ​ຄື: ຍີ່ປຸ່ນ, ສ.​ເກົາຫຼີ, ອົດ​ສະ​ຕຣາ​ລີ, ນິວຊີ​ແລນ. 

ສະຖາບັນເສດຖະກິດສາກົນ Peterson (ສ ອາເມລິກາ) ຄາດວ່າເມື່ອ RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການ, ສິ່ງດັ່ງກ່າວອາດຈະເຮັດໃຫ້ລາຍຮັບທົ່ວໂລກເພີ່ມຂຶ້ນ 186 ຕື້ ໂດລາສະຫະລັດຕໍ່ປີ, ຮອດປີ 2030 ແລະ ເພີ່ມ 0,2% ໃຫ້ແກ່ເສດຖະກິດຂອງບັນດາປະເທດສະມາຊິກ.

 
  • ບົດ: ຟອງທູ - ພາບ: VNA - ແປໂດຍ: ຢືຟຽນ

 

Bài: Phong Thu - Ảnh: TTXVN

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ນີ້ແມ່ນການຢືນຢັນ ຂອງ ບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ASEAN ໃນກອງປະຊຸມສຸກເສີນພິເສດ ຈັດຂຶ້ນໂດຍປະເທດ ມາເລເຊຍ ເຊິ່ງເປັນປະທານ ASEAN ໃນປີ 2025 ຜ່ານລະບົບທາງໄກ ເພື່ອຕອບສະໜອງຕໍ່ເຫດການແຜ່ນດິນໄຫວ ຢ່າງຮຸນແຮງຂະໜາດ 7.7 ຣິກເຕີ ທີ່ເຮັດໃຫ້ສັ່ນສະເທືອນປະເທດ ມຽນມາ ແລະ ໄທ ເມື່ອວັນທີ 28 ມີນາ.

Top