• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

Lucy’s Dream ແລະ ບັນດາຜະລິດຕະພັນ ຈາກ ລູກໄມ້ ແລະ ແພໄໝ

ໃນແຕ່ລະຜະລິດຕະພັນຈາກລູກໄມ້, ແພໄໝ ຂອງ Lucy’s Dream ແມ່ນ ບັນດາຜົນງານປະດິດແຕ່ງ ດ້ານ ສິລະປະມູນເຊື້ອ ຫວຽດ ແລະ ການແລກປ່ຽນ ວັດທະນະທຳ ລະຫວ່າງຊາດ ຊຶ່ງໄດ້ບັນລຸເຖິງຈຸດສູງສຸດ ແລະ ຄວາມຍອດຍິ່ງ. Lucy’s Dream ນໍາຄວາມມຸ່ງມາດປາດຖະໜາ ຂອງຊາວໜຸ່ມ ຫວຽດ ສົ່ງອອກ ຜະລິດ ຕະພັນແຟຊັ່ນ ໄປທົ່ວໂລກ. 
ໄດ້ຮັບການສ້າງຕັ້ງເມື່ອປີ 2012 ຊຶ່ງເລີ່ມຕົ້ນຈາກ ຮ້ານແຟຊັ່ນມູນ ເຊື້ອ ຕັ້ງຢູ່ ຄຸ້ມຖະໜົນ ຮ່າງໄຢ່, ຮ່າໂນ້ຍ. Lucy’s Dream ສ້າງຄວາມປະທັບໃຈ ຕໍ່ລູກຄ້າຊາວຕ່າງປະເທດ ກັບບັນດາ ຜະລິດຕະພັນແຟຊັ່ນທ່ີທັນສະໄໝ, ມີລວດລາຍ ເຂັ້ມຂຸ້ນໄປດ້ວຍສີສັນ ວັດ ທະນະທຳມູນເຊື້ອ ຂອງ ຄົນ ຫວຽດ. ທ່ານນາງ ມາຍນົງເຈິມ, ຜູ້ອຳນວຍການ Lucy’s Dream ໃຫ້ຮູ້ວ່າ: “Lucy’s Dream ໄດ້ໃຫ້ ການອອກແບບຊຸດສະສົມ ແພຊັ່ນ ດ້ວຍການພິມ ແລະ ລູກໄມ້. ຈຸດໃໝ່ຂອງ ຂົງເຂດນີ້ ແມ່ນບັນດາຫົວຂໍ້, ລາຍດອກມີການດັດປ່ຽນ ຊຶ່ງສະແດງໃຫ້ເຫັນ ສິ່ງທີ່ເປັນເອກະລັກ ຂອງແຕ່ລະປະເທດ ຢູ່ໃນແຕ່ລະຜົນການ ປະດິດແຕ່ງແຟຊັ່ນ. ບັນດາລວດລາຍ ທີ່ຊີວິດຊີວາ ຊຶ່ງ ຊ້ອນແຝງໄວ້ ເລື່ອງລາວ ມໍລະດົກ ຂອງແຕ່ລະເຂດພາກ ຈາກທະວີບ ອົດສະຕຣາລີ, ທະວີບ ເອີຣົບ ເຖິງ ທະວີບ ອາເມລິກາ”.

ບໍ່ຢຸດຢູ່ທີ່ນັ້ນ, ແຕ່ລະວັນ ຖັນແຖວນັກອອກແບບ ຂອງ Lucy’s Dream ໄດ້ເສີມຂະຫຍາຍ ຫົວຄິດປະສ້າງຂອງຕົນ ເພື່ອສ້າງບັນດາ ລາຍດອກ ຫວຽດ ບູຮານ ດ້ວຍສີສັນ ຂອງຍຸກໃໝ່ ໄດ້ສະແດງອອກມາ ໂດຍຜ່ານ ຫຼາຍຮູບແບບທີ່ແຕກຕ່າງກັນ ຊຶ່ງສ້າງເປັນ ບັນດາເລື່ອງລາວ ທີ່ໜ້າດຶງດູດໃຈ ຢູ່ເທິງຊຸດເສື້ອຜ້າອາພອນ.



ທ່ານນາງ ນົງມາຍເຈິມ, ຜູ້ອຳນວຍການ Lucy’s Dream ຜູ້ເຄີຍຮຽນຂະແໜງສິລະປະ ທີ່ປະເທດ ອັງກິດ, ເມື່ອກັບຄືນ ຫວຽດນາມ ທ່ານນາງ
ໄດ້ປະດິດສ້າງອອກບັນດາຜະລິດຕະພັນ ແຟຊັ່ນຈາກລູກໄມ້ ຈາກໃຈ ຂອງຕົນ. 



ຖັນແຖວບຸກຄະລາກອນ ຂອງ Lucy’s Dream ລວມມີບັນດາ ຄົນ ຫວຽດ ທີ່ໜຸ່ມແໜ້ນ ໃຫ້ການປະດິດສ້າງບັນດາຜະລິດຕະພັນ ແຟຊັ່ນ ເພື່ອສົ່ງອອກ ດ້ວຍຄວາມກະຕື້ລືລົ້ນ. 


ນັກແຕ້ມ ຂອງ Lucy’s Dream ວາດພາບບັນດຈຸດພື້ນຖານ ທໍາອິດໃສ່ເຈ້ຍ.


ນັກແຕ້ມ Lucy’s Dream ເຮັດວຽກກັບ ນາງແບບ ສະແດງ ເຄື່ອງ ແຕ່ງກາຍ. 


ກວດກາຄຸນນະພາບຂອງຊຸດນຸ່ງຖືດ້ວຍແພໄໝ ຂອງ Lucy’s Dream ຊຶ່ງມີລາຍດອກ ສະແດງ ເລື່ອງລາວ ກ່ຽວກັບປີກວ່າວ ຄາວເຍົາໄວ ທີ່ສະໜິດຕິດພັນກັບເດັກນ້ອຍ ຫວຽດນາມ.


ບັນດາຜະລິດຕະພັນແຟຊັ່ນ ຂອງ Lucy’s Dream ເຮັດຈາກ ແພ  ໄໝ, ລູກໄມ້ ໄດ້ຮັບຄວາມນິຍົມຊົມຊອບຈາກ ເພື່ອນ ຊາວໜຸ່ມ ຫວຽດນາມ. 


ໂຮງຜະລິດ ຜະລິດຕະພັນແຟຊັ່ນ ຂອງ Lucy’s Dream.

ຈາກບັນດາລາຍດອກດັ່ງກ່າວ, Lucy’s Dream ໄດ້ສ້າງຊຸດສະສົມຕາມຫົວເລື່ອງຕ່າງໆ ເຊັ່ນ: ຄວາມຝັນຂອງຄົນ ຫວຽດ ບູຮານ, ບັນດາລາຍດອກທີ່ຮູ້ເວົ້າ, ຄວາມງາມຂອງ ຫວຽດນາມ, ລາຊະວົງ ຫວຽດນາມ, ບັນດານະຄອນຢູ່ໃນໂລກ, ທັດສະນີຍະພາບ ທີ່ແສນສວຍງາມຂອງ ຫວຽດນາມ...

ບັນດາຊຸດແຟຊັ່ນຈາກລູກໄມ້ຂອງ Lucy’s Dream ເມື່ອນໍາໄປ ສະ ແດງ ຢູ່ເທິງເວທີ ໄດ້ສະແດງ ໃຫ້ເຫັນເຖິງຄວາມທັນສະໄໝ, ນິ້ມນວນ ແລະ ສະຫງ່າງາມແຫ່ງຍຸກສະໄໝ, ແຕ່ກໍມີລັກສະນະ ປະຍຸກໃນຊີວິດປະຈຳວັນ, ໂດຍສະເພາະຢ່າງຍິ່ງ ແມ່ນເໝາະສົມ ໃນເວລາເຂົ້າຮ່ວມງານລ້ຽງ ຊຶ່ງສ້າງ ແບບແຜນ ທີ່ໜຸ່ມແໜ້ນໃຫ້ຜູ້ນຳໃຊ້. ສ່ວນຜະລິດຕະພັນ ແພໄໝ ສ້າງໃຫ້ຜູ້ສວມໃສ່ມີຄວາມສຸພາບ ຮຽບຮ້ອຍ, ອ່ອນໂຍນ, ໜ້າຮັກ. ແພໄໝ ມີຄວາມເຢັນ, ທົນທານ, ການນຳໃຊ້ກໍງ່າຍ ອີກດ້ວຍ.

ທ່ານ Marc Rondo, ຊາວ ອົດສະຕຣາລີ ຜູ້ທ່ີສັ່ງສິນຄ້າ ຂອງ Lucy’s Dream ຫຼາຍຄັ້ງແລ້ວ ຕີລາຄາວ່າ: “ຜະລິດຕະພັນ ແພໄໝ ແລະ ລູກໄມ້ ຂອງ Lucy’s Dream ມີເຄື່ອງໝາຍທ່ີເປັນເອກະລັກສະເພາະ, ເບິ່ງໄປກໍມີຄວາມງາມ ທີ່ແປກຕາ ແລະ ປະທັບໃຈຢ່າງຍິ່ງ. ເມື່ອຊອກຮູ້ເລື່ອງລາວ ຢູ່ເບື້ອງຫຼັງ ແຕ່ລະຜົນງານ ແລະ ທໍາຄວາມລື້ງເຄີຍກັບ ຖັນແຖວ ເພື່ອນຮ່ວມງານ ຂອງ Lucy’s Dream ແລ້ວ ພວກຂ້າພະເຈົ້າ ມີຄວາມຕ້ອງການ ແນະນໍາ ບັນດາຜົນງານເຫຼົ່ານັ້ນ ໃຫ້ກັບລູກຄ້າຂອງຕົນ”.



ທ່ານນາງ ນົງມາຍເຈິມ ຜູ້ອຳນວຍການ Lucy’s Dream ແນະນໍາ ບັນດາຕົວແບບ ແຟຊັ່ນ ຂອງ Lucy’s Dream ທີ່ tradeshow (ນະ ຄອນຫຼວງ ໂຕກຽວ, ຍີ່ປຸ່ນ).


ບັນດາຕົວແບບແຟຊັ່ນຈາກ ລູກໄມ້ ລ່າສຸດ ຂອງ Lucy’s Dream ມີລາຍດອກ ແມ່ນສັນຍາລັກ ວັດທະນະທຳ ຂອງ ນະຄອນ ແຫ່ງຕ່າງໆ ຢູ່ ໃນໂລກ. 


ບັນດາຜະລິດຕະພັນຈາກແພໄໝ ຂອງ Lucy’s Dream ມີລາຍດອກ ກ່ຽວກັບ ພາບແຕ້ມພື້ນເມືອງ ຮ່າງຈົ໋ງ.


ຜະລິດຕະພັນຈາກລູກໄມ້ ຂອງ Lucy’s Dream ມີລາຍດອກ ດ້ວຍຮູບຊົງທ່ີບໍ່ຊໍ້າໃຜ. 


ບັນດາຜະລິດຕະພັນແຟຊັ່ນ ຂອງ Lucy’s Dream ໄດ້ຮັບຄວາມ ນິຍົມຊົມຊອບ ຈາກເພື່ອນມິດສາກົນ. 
 
ປະຈຸບັນ, ຜະລິດຕະພັນແຟຊັ່ນ ຂອງ Lucy’s Dream ໄດ້ສົ່ງອອກໄປຍັງ ປະເທດ ອົດສະຕຣາລີ ແລະ ມາຣົກ ດ້ວຍຈຳນວນ ລູກໄມ້ 50.000 ມ2 ແລະ ເສື້ອຜ້າອາພອນ 1000 ຊຸດ ຕໍ່ປີ. ຜະລິດຕະພັນຈາກລູກໄມ້ ແລະ ແພໄໝ ໄດ້ພິມດ້ວຍວັດຖຸຈາກທຳມະຊາດ ເພາະ ສະນັ້ນ ບໍ່ຕົກສີງ່າຍ ແລະ ມີຄວາມງາມທີ່ບໍ່ຊຳ້ແບບໃຜ. ບັນດາໃບສັ່ງສິ່ນຄ້າ Lucy’s Dream ຈາກລູກຄ້າສາກົນ ນັບມື້ນັບຫຼາຍ. ປະຈຸບັນ ບໍລິສັດ ໄດ້ເປີດກວ້າງການສົ່ງອອກສູ່ຕະຫຼາດ ອາເມລິກາ ແລະ ເອີຣົບ. 
ບົດ: ບິກເວິນ - ພາບ: ຫວຽດເກື່ອງ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco Gia Lai-ວິສາຫະກິດປຸງແຕ່ງ ຜະລິດຕະພັນກະເສດສົ່ງອອກ ຊັ້ນນໍາຂອງ ໄຕງວຽນ

Doveco ​ແມ່ນ​ວິ​ສາ​ຫະກິດ​ແຖວໜ້າໃນ​ຂົງ​ເຂດ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ຢູ່ ຫວຽດນາມ. ດ້ວຍ​ການ​ກໍ່ສ້າງ​ໂຮງ ງານ​ປຸງ​ແຕ່ງ​ຂະໜາດ​ໃຫຍ່ ​ແລະ ທັນ​ສະໄໝ​ທີ່​ສຸດ​ ​ຫວຽດນາມ ຢູ່ ຢາລາຍ, Doveco ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ຈະ​ເປີດ​ກວ້າງ​ຕະຫຼາດ, ​ຍົກສູງວົງເງິນການ​ສົ່ງ​ອອກ​ເທົ່າ​ນັ້ນ, ແຕ່​ຍັງ​ສ້າງ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃຫ້​ແກ່​ຊາວ​ກະສິກອນ​ ນັບ​ໝື່ນ​ຄົນ​ຢູ່​ ໄຕງວຽນ ເມື່ອ​ເຂົ້າ​ຮ່ວມ​ລະບົບຕ່ອງໂສ້ ການຜະລິດ ແລະ ສະໜອງຜະລິດຕະພັນກະເສດ ໃຫ້ແກ່ ໂຮງງານ.

Top