• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

DSDKids ເຂົ້າເຖິງຕະຫຼາດໂລກ

ຜະລິດຈາກໄມ້ທຳມະຊາດ ທີ່ນຳເຂົ້າທັງໝົດ, ຜະລິດຕະພັນ ເຟີນີ ເຈີ ສຳລັບເດັກນ້ອຍ ຂອງ DSD 

ດ້ວຍ​ຄວາມ​ຢາກ​ຮູ້​ຢາກ​ເຫັນ ​ກ່ຽວ​ກັບ​ແບບແຜນ ​ເຄື່ອງເຟີນີເຈີ ສຳລັບເດັກນ້ອຍ ທີ່ກຳລັງເປັນ ໜຶ່ງບໍ່ມີສອງ” ຢູ່ຕະ​ຫຼາດ ​ຫວຽດ​ນາມ, ການ​ສໍາ​ພາດ ​ຂອງ​ຂ້າ​ພະ​ເຈົ້າ ​ກັບ CEO ຂອງ DSDKids ໄດ້​ຮູ້ ແຈ້ງ​ຫຼາຍ​ສິ່ງ​ຫຼາຍຢ່າງທີ່​ໜ້າ​ສົນ​ໃຈ. ທ່ານ​ນາງ ຫງວຽນ​ທິ​ຢຸງ, CEO ຂອງ DSDKids, ຜູ້​ເປັນ​ແມ່​ຂອງ​ລູກ 3 ຄົນ ​ທີ່​ມີ​ອາ​ຍຸ​ບໍ່ຮອດ 30 ປີ ໄດ້​ເປີດ​ເຜີຍ ​ກ່ຽວ​ກັບ ​ການເດີນທາງ ທັງເປັນແມ່ ທັງກໍ່ສ້າງ DSDKids ຂອງຕົນ.

CEO ຫງວຽນທິຢຸງ ​ເປີດຄວາມໃນໃຈ ອອກມາ​ວ່າ ຖ້າ​​ຢາກ​ມີ​ເວ ລາ​ໃຫ້​ຕົນ​ ​ແລະ ພັດທະນາ​ວຽກ​ງານ, ກ່ອນ​ອື່ນ​ໝົດ ຕ້ອງ​ແກ້​ໄຂ​ເລື່ອງ ຂອງລູກນ້ອຍ”, ການ​ກຳ​ເນີ​ດ ຂອງ DSDKids ​ໄດ້​ກາຍ​ເປັນ ຜູ້​ຊ່ວຍ” ທີ່​ມີ​ປະສິດທິ​ຜົນ ຂອງການເດີນທາງເປັນ​ແມ່ ຂອງ Ceo ຫງວຽນທິຢຸງ.  


ຍີ່ຫໍ້ DSDKids ມີຄວາມຫວັງ ໃຫ້ເດັກ​ນ້ອຍ​ ໄດ້​ນຳ​ໃຊ້ ​ບັນດາຜະ ລິດຕະພັນ ມີ​ເຄື່ອງ​ໝາຍການຄ້າ ​ຂອງ ​ຫວຽດນາມ.

ພາບ: ເອກະສານ DSDKids


ຜະລິດຕະພັນ ຮັບປະກັນຄຸນນະພາບ - ຄວາມປະດິດສ້າງ - ຄວາມປອດໄພ ແມ່ນໜຶ່ງໃນບັນດາເງື່ອນໄຂ ທີມີເພື່ອການ ພັດ ທະນາທີ່ ສົມບູນແບບ ຂອງເດັກ. ພາບ: ເອກະສານ DSDKids


ເດັກ ມີຄວາມມັກຮັກ ຜະລິດຕະພັນ ຂອງ DSDKids. ພາບ: ເອກະສານ DSDKids


ໃນປີ 2019 DSDKids ໄດ້ຮັບລາງວັນ ຜະລິດຕະພັນ-ການບໍລິ ການຄຸນນະພາບ ອາຊີ 2019”. ພາບ: ເອກະສານ DSDKids

ເມື່ອ​ເລີ່ມ​ມີ​ລູກ, ຄື​ກັບ​ແມ່​ຄົນ​ອື່ນໆ, ທ່ານນາງ ຢຸງ ໄດ້​ຊອກ​ຫາ​ເຄື່ອງເຟີນີເຈີ ໃຫ້​ລູກ. ເປົ້າໝາຍແມ່ນຊອກຫາ ເຄື່ອງເຟີນີເຈີ ຈາກໄມ້ທໍາມະຊາດທີ່ປອດໄພ, ແຕ່ຕະຫຼາດ ໃນເວລານັ້ນ, ມີພຽງແຕ່ ເຄື່ອງເຟີນີເຈີ ທີ່ເຮັດດ້ວຍ ໄມ້ປະກອບ, ໄມ້ອຸດສາຫະກໍາ, ປຼາສຕິກ ແລະ ອື່ນໆ ທີ່ບໍ່ມີຄຸນນະພາບສູງ, ສິນຄ້າ ນໍາເຂົ້າ ມີລາຄາແພງ ແລະ ທັງຕ້ອງ ລໍຖ້າດົນ. ທ່ານນາງ ຢຸງ ໄດ້ນຳຄວາມຄິດຄາໃຈນີ້ ປຶກສາ ກັບ ສາມີ ຂອງຕົນ ເຊິ່ງເປັນຜູ້ຊ່ຽວຊານ ດ້ານສະຖາປັດຕະຍະກໍາ ແລະ ກໍໄດ້ຕັ້ງຄໍາຖາມ ກັບຕົນເອງວ່າ "ເປັນຫຍັງ ເຮົາບໍ່ໃຊ້ ວິຊາສະເພາະຂອງຕົນເອງ ເພື່ອປະດິດອອກ ຜະລິດຕະພັນ ເຄື່ອງເຟີນີເຈີ ສຳລັບເດັກນ້ອຍ ທີ່ປອດໄພ ແລະ ມີຄຸນະພາບ, ຊ່ວຍໃຫ້ຜູ້ ເປັນພໍ່ເປັນແມ່ ອຸ່ນອຽນໃຈ ໃນເວລາໃຫ້ລູກນຳໃຊ້”.
DSDKids ໄດ້ຮັບແຮງໃຈຈາກນັ້ນ. ເຈົ້າຍິງທັງສາມ ຂອງ Ceo ຢຸງ ແມ່ນລູກຄ້າທໍາອິດ ທີ່ໄດ້ສໍາຜັດ ກັບຜະລິດຕະພັນ ທົດລອງ ຂອງ DSDKids. ນີ້ກໍແມ່ນ "ຜູ້ປະເມີນຄຸນນະພາບ", ວັດແທກຄວາມສະດວກສະບາຍ ແລະ ເໝາະສົມ ໃນເວລານໍາໃຊ້ຢ່າງໂປ່ງໃສ, ທ່ຽງທຳ ແລະ ພາວະວິໄສທີ່ສຸດ. ຄວາມຄິດ ກ່ຽວກັບ ການຊອກຫາຜະລິດຕະພັນ ເຄື່ອງເຟີນີເຈີ ທີ່ເໝາະສົມ ໄດ້ເກີດຂຶ້ນ ນັບແຕ່ນັ້ນ ທ່ານນາງ ຢຸງ ເບິ່ງແຍງ, ຫຼິ້ນກັບລູກ, ສັງເກດນິໄສ ແລະ ການ ເຄື່ອນໄຫວຂອງລູກ.
ນັ້ນແມ່ນເຫດຜົນທີ່ວ່າ ຕັ່ງຫູກະຕ່າຍ ທີ່ໜ້າຮັກ ສາມາດ ເຮັດໃຫ້ ເດັກນ້ອຍ ນັ່ງໄດ້ດົນກວ່າ ຫຼື ໂຕະຮຽນ ແລະ ເຄື່ອງເຟີນີເຈີ ມີຄຸນປະໂຫຍດ ທີ່ຫຼາກຫຼາຍໄດ້ກຳເນີດຂຶ້ນ.

 


ກະດານແຕ້ມ ດ້ວຍຂະໜາດ ແລະ ວັດຖຸດິບ ທີ່ເໝາະສົມກັບເດັກ. ພາບ: ແທງຢາງ/VNP


ຮູບ​ແຕ້ມ ​ແລະ​ ກະ​ດານ​ຫ້ອຍ​ ຕົກ​ແຕ່ງ​ດ້ວຍ​ຮູບ​ພາບ​ຕະຫຼົກ. ພາບ: ແທງຢາງ/VNP


ຖ້ານມ້ຽນປຶ້ມ ຕິດຝາ. ພາບ: ເອກະສານ DSDKids


ຕັ່ງຫູກະຕ່າຍ ທີ່ໜ້າຮັກ ສໍາລັບ ເດັກ. ພາບ: ແທງຢາງ/VNP








ພື້ນທີ່ ສໍາລັບຈັດໂຕະ, ຕັ່ງ ແລະ ຕຽງນອນ ໄດ້ຖືກ ຄົ້ນຄວ້າ ແລະ ອອກແບບໂດຍ DSDKids ເພື່ອໃຫ້ ເໝາະສົມ ກັບ ເດັກອາຍຸແຕ່ 0-12 ປີ. ພາບ: ເອກະສານ DSDKids


ເດັກ ມີຄວາມສົນໃຈມັກເປັນພິເສດ ກັບປ່ຽງໄມ້ ຕິດກະດານ ຕະ ຫຼົກ ທີ່ໝາຍໄວ້ຜົນສຳເລັດຂອງເຂົາເຈົ້າ. ພາບ: ແທງຢາງ/VNP


ຜະ​ລິດ​ຕະ​ພັນ​ຕຽງຊັ້ນ ທ່ີແຕກຕ່າງກັນ ​ສໍາ​ລັບ​ເດັກ​. ພາບ: ແທງຢາງ/VNP


ຊຸດໂຕະຕັ່ງປ້ອງກັນສາຍຕາສັ້ນ, ຫຼັງກົ່ງ - ຜະລິດຕະພັນ ຂອງ DSDKids ໄດ້ຮັບຄວາມໄວ້ວາງໃຈ  ຈາກພໍ່ແມ່ ດ້ວຍຈໍານວນ ຫຼາຍ. ພາບ: ແທງຢາງ/VNP

ຮ້ານໃສ່ປຶ້ມ ສຳລັບເດັກ ຂອງ DSDKids ພາບ: ແທງຢາງ/VNP




ຊັ້ນວາງສິ່ງ ຂອງ ທີ່ DSDKids ອອກແບບ ໃຫ້ເໝາະກັບພື້ນທີ່ ແລະ ຄວາມສູງ ຂອງເດັກ. ພາບ: ເອກະສານ

ຫຼັງຈາກ ແກ້​ໄຂ” ທີມ​ລູກ​​ຂອງ​ຕົນ, ທ່ານນາງ ຢຸງ ມີຄວາມ​ຄິດ​ວ່າ ແມ່​​ ຫວຽດ​ນາມ ທຸກ​ຄົນ ເມື່ອໃຫ້​ລູກກິນ, ໃຫ້ລູກຮຽນ ຫຼື ຖູແຂ້ວ ມັນ​ຄື​ການ​ສູ້​ຮົບ, “ຂ້າ​ພະ​ເຈົ້າ​ຢາກ​ປັບ​ປຸງ​ສະ​ພາບ​ການ​ນັ້ນ, ເດັກ​ນ້ອຍ​ ຫວຽດ​ນາມ ຕ້ອງ​ການໄດ້ນຳໃຊ້  ເຄື່ອງເຟີນີເຈີ ເຫຼົ່ານີ້”, CEO DSDKids ໄດ້ໄຂຄວາມໃນໃຈ ອອກມາຄືແນວນັ້ນ.
ແລະ ບັນດາຈິນຕະນາການ ທີ່ເປັນ ສະເພາະ ບໍ່ຊໍ້າແບບໃຜ ກໍ່ໄດ້ ເກີດຂຶ້ນ ໃນຄວາມກັງວົນໃຈ ໃນການເດີນທາງ ຂອງຜູ້ເປັນແມ່. ບັນດາຜະລິະຕະພັນທົດລອງທໍາອິດ ໄດ້ຖືກອອກແບບ ປ່ຽນແປງ ຕາມຄວາມສູງ ຂອງເດັກຈາກອາຍຸ 2 ຫາ 10 ປີ. ເດັກ ອາຍຸ 2 ປີ ສາມາດຖູແຂ້ວ, ລ້າງໜ້າ ແລະ ບ້ວນປາກໄດ້ ໂດຍບໍ່ຕ້ອງມີການເບິ່ງແຍງ ຈາກຜູ້ໃຫຍ່.
ເລື່ອງນີ້ບໍ່ພຽງແຕ່ຊ່ວຍໃຫ້ ພໍ່ແມ່ມີເວລາຫຼາຍຂຶ້ນ, ແຕ່ຍັງ ຊ່ວຍໃຫ້ ເດັກ ມີນິດໄສ ສາມາດເພິ່ງຕົນເອງ ຕັ້ງແຕ່ອາຍຸຍັງນ້ອຍ. ນີ້ເປັນ ສານທີ່ DSDKids ຢາກມຸ່ງສູ່, ນັ້ນແມ່ນ “ຫຼາຍກວ່າ ເຄື່ອງເຟີນີເຈີ. ເຟີນີເຈີ ແມ່ນເຈົ້າ, ສາມາດເຕີບໃຫຍ່, ເປັນເພື່ອນຮ່ວມທາງ ກັບລູກ ໃນຂະບວນການສຶກສາ ແລະ ພັດທະນາ. ບັນດາຜະລິດຕະພັນ ຂອງ DSDKids ມີສອງເງື່ອນໄຂ ຢູ່ສະເໝີ.
​ໜຶ່ງ​ແມ່ນ​ມາດຖານບົດບາດ​ໜ້າ​ທີ່ ​ທີ່​ຫຼາກ​ຫຼາຍ, ມີ​ຄຸນຄ່າ ນຳໃຊ້​ສູງ ເພື່ອ​ປະຢັດ​ຄ່າ​ໃຊ້​ຈ່າຍ​ໃຫ້​ພໍ່​ແມ່. ສອງ​ແມ່ນ​ມາດ​ຖານລວບ ລວມເອົາ​ຄຸນ​ຄ່າ​ການ​ສຶກ​ສາ. ອີງຕາມ CEO ຂອງ DSDKids, ສໍາລັບເດັກນ້ອຍ, ການສຶກສາ ຖືວ່າ ເປັນບູລິມະສິດ ອັນດັບຫນຶ່ງ, ດັ່ງ ນັ້ນ ເຄື່່ອງເຟີນີເຈີ ຕ້ອງການ ຮັບປະກັນເງື່ອນໄຂດັ່ງກ່າວ.
CEO ຫງວຽນທິຢຸງ ໃຫ້ຮູ້ວ່າ: ​ປັດຈຸ​ບັນ ຢູ່​ຕະຫຼາດ, ບໍ່​ມີ​ຫ້ອງ​ວາງສະ​ແດງ​ ເຄື່ອງ​ເຟີ​ນີ​ເຈີ ທີ່​ມີ​ການ​ລົງທຶນ​ຢ່າງ​ຈິງ​ຈັງ ​ແລະ ມີ​ແບບມີແຜນ​ສໍາລັບ​ເດັກນ້ອຍ. ນີ້​ແມ່ນ​ໂອກາດ ​ເພື່ອ​ໃຫ້​ພວກ​ຂ້າພະ​ເຈົ້າ ເປີດກວ້າງ​ຕະຫຼາດ ຢູ່​ ຫວຽດນາມ ກັບ​ຕ່ອງ​ໂສ້ ​ຮ້ານ​ ເຟີ​ນີ​ເຈີ​ ສະ ເພາະເດັກ. ປັດຈຸ​ບັນ, DSDKids ມີ​ຫ້ອງ​ວາງສະ​ແດງ​ຢູ່ ​ຮ່າ​ໂນ້ຍ, ນະຄອນ ​ໂຮ່ຈີມິນ ​ແລະ ຈະ​ເປີດ​ຢູ່​ແຂວງ ຫາຍ​ຝ່ອງ ​ແລະ ກວາງ​ຫງ໊າຍ ​ໃນ​ໄວໆ ​ນີ້.
ສໍາລັບຕະຫຼາດສົ່ງອອກ, DSDKids ໄດ້ມີໃບສົ່ງອອກໄປ ເຢຍລະມັນ ແລະ ແບນຊິກ, ກຳລັງໃນຂະບວນການ ກະກຽມ ເອກະສານ ທາງດ້ານກົດໝາຍ, ໃບຢັ້ງຢືນ ແລະ ສົ່ງອອກ ສິນຄ້າ.
 
 

ບົດ: ຖາວວີ - ພາບ: ແທງຢາງ ແລະ ເອກະສານ DSDKids - ແປໂດຍ: ບິກລຽນ


Top