“Dr. Rice” ຂອງ ເພື່ອນມິດສາກົນ

ເຫດການ - ບຸກຄົນ

“Dr. Rice” ຂອງ ເພື່ອນມິດສາກົນ

ສາດສະດາຈານ-ປະລິນຍາເອກ (ສຈ.ປອ), ວິລະຊົນແຮງງານ, ຄູສອນປະຊາຊົນ ຫວໍຕ່ອງຊວນ ແມ່ນນັກວິທະຍາສາດຜູ້ຍິ່ງໃຫຍ່ ໃນຂະແໜງກະສິກຳ, ເປັນ “ບິດາ” ຂອງ ແນວພັນເຂົ້າພິເສດ ຫຼາຍຊະນິດ ຢູ່ເຂດທົ່ງພຽງແມ່ນ້ຳຂອງ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ເພິ່ນ​ຍັງ​ເປັນ “​ບິດາ” ຂອງ​ ບັນດາພື້ນຖານ ​ກະ​ສິ​ກຳ​ ຢູ່​ຫຼາຍ​ປະ​ເທດ, ໄດ້ເພື່ອນມິດສາກົນ ເອີ້ນຊື່ສະໜິດວ່າ  “Dr. Rice” (ດອກເຕີ ເຂົ້າ).

ປີ 2022, ສະຖານກົງສຸນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ​ໂຮ່ຈີ​ມິນ ໄດ້ສົມທົບ​ກັບ​ມະຫາວິທະຍາ​ໄລ ​ນາມເກິ່ນເທີ ​ຈັດ​ພິທີ​ມອບ​ລາງວັນ “ຫຼຽນ​ໄຊ ​ຕາ​ເວັນ​ຂຶ້ນ, ລັດສະໝີຄຳ ​ແລະ ຣິບບີ້ມ ບູຮານ” ຈາກ​ລັດຖະບານ ຍີ່ປຸ່ນ ​ໃຫ້​ທ່ານ ສຈ.ປອ ຫວໍຕ່ອງ​ຊວນ-ຜູ້ອຳນວຍການ ກິຕິມະສັກ ມະຫາວິທະຍາໄລ ນາມເກິ່ນເທີ. 

ທ່ານ ສຈ.ປອ ຫວໍຕ່ອງຊວນ ​ແມ່ນ​ຜູ້​ປະກອບສ່ວນ​ເຮັດ​ໃຫ້ ຫວຽດນາມ ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າ​ທີ່​ມີ​ຊື່​ສຽງ​ໃນ​ໂລກ. ພາບ: ແຄ໋ງລອງ

ທ່ານ Watanabe Nobuhiro, ກົງສຸນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ: ທ່ານ​ ສຈ.ປອ ຫວໍຕ່ອງຊວນ ​ໄດ້​ປະກອບສ່ວນ ​ຫັນ ຫວຽດນາມ ​ຈາກ​ປະ​ເທດ​ນຳ​ເຂົ້າ ​ເຂົ້າ ເປັນ​ປະ​ເທດຜູ້​ສົ່ງ​ອອກ​ເຂົ້າ​ ທີ່​ມີ​ຊື່​ສຽງ​ໃນ​ໂລກ. ຜົນການຄົ້ນຄວ້າເຂົ້າສານ ຂອງ ທ່ານ ສຈ.ປອ ຫວໍຕ່ອງຊວນ ບໍ່ພຽງແຕ່ໄດ້ຮັບການຮັບຮູ້ຢູ່ ຫວຽດນາມ ເທົ່ານັ້ນ, ແຕ່ຍັງຢູ່ຍີ່ປຸ່ນ ແລະ ຫຼາຍປະເທດ ໃນພາກພື້ນ ອີກດ້ວຍ. ທ່ານ Watanabe Nobuhiro ໃຫ້ຮູ້ວ່າ ທ່ານ​ ສຈ.ປອ ຫວໍຕ່ອງຊວນ ​ໄດ້ຮັບການ​ສຶກສາ​ຢູ່​ປະເທດ ​ຍີ່ປຸ່ນ ​ໃນຊຸມ​ປີ 70 ຂອງ​ສະຕະວັດ​ທີ XX, ​ມາ​ຮອດ​ປັດຈຸ​ບັນ, ການ​ພົວພັນ​ແລກປ່ຽນ​ດ້ານ​ວິຊາ​ການ​ສຶກສາ ກັບ​ມະຫາວິທະຍາ​ໄລ Kyushu ຢູ່ ​ຍີ່ປຸ່ນ ຍັງ​ຄົງ​ໄດ້ຮັກສາ​ໄວ້. ມີນັກ​ຄົ້ນ​ຄວ້າ​ ຫຼາຍ​ຄົນ​ຢູ່​ ຍີ່​ປຸ່ນ​ ຍັງ​ໄດ້​ຮັບ​ການ​ແນະນຳ​ ຈາກ​ທ່ານ​ ສຈ. ປອ ຫວໍຕ່ອງ​ຊວນ. ດ້ວຍ​ເຫດ​ນັ້ນ, ເພ່ິນ​ຈຶ່ງ​ໄດ້​ຮັບ​ຄວາມ​ຮັກ​ແພງ ຕັ້ງຊື່ວ່າ “Dr. Rice” (ມີຄວາມໝາຍວ່າ “ດອກເຕີ ເຂົ້າ”) ​ຈາກ​ເພື່ອນ​ມິດ​ສາ​ກົນ”.

ປີ 2006, ທ່ານ Sahr Johnny, ​ໃນ​ເວລາ​ນັ້ນ​ ເປັນ​ເອກ​ອັກຄະ​ລັດຖະທູດ ເຊຍຣາເລອອນ ປະຈຳ​ ປັກ​ກິ່ງ (ສປ ຈີນ), ຜ່ານ​ການ​ແນະນຳ​ຂອງ​ບໍລິສັດ​ໜຶ່ງ ​ໄດ້​ມາຍັງ ​ຫວຽດນາມ ​ເພື່ອ​ພົບ​ປະ​ກັບ​ທ່ານ ສຈ.ປອ ຫວໍຕ່ອງຊວນ ​ເພື່ອ​ປຶກສາ​ ​ກ່ຽວ​ກັບ​ການ​ຊ່ວຍ​ເຫຼືອ ເຊຍຣາເລອອນ ເພື່ອຜະລິດ​ຜະລິດ​ສະບຽງ​ອາຫານ. ສຈ.ປອ ຫວໍຕ່ອງຊວນ ໄດ້ຕົກລົງຊ່ວຍເຫຼືອທັນທີ ເພາະທ່ານ ຄິດວ່າ: “ຫວຽດນາມ ຈາກປະເທດ ຂາດແຄນສະບຽງອາຫານ ໄດ້ກາຍເປັນປະເທດສົ່ງອອກເຂົ້າ ອັນດັບທີ 2 ໃນໂລກ, ດັ່ງນັ້ນ ເຮົາສາມາດນຳເອົາປະສົບການ ຂອງຕົນມາຊ່ວຍເຫຼືອ ເຊຍຣາເລອອນ ໄດ້”.


ທ່ານ ສຈ.ປອ ຫວໍຕ່ອງຊວນ ເຂົ້າຮ່ວມໃນວຽກງານການຕ່າງ ປະເທດ ແລະ ຮ່ວມມືສາກົນ. ພາບ: ແຄ໋ງລອງ

ອາທິດ​ໜຶ່ງ​ຢູ່ ເຊຍຣາເລອອນ, ທ່ານ​ ສຈ.ປອ ຫວໍຕ່ອງຊວນ ​ໄດ້​ເດີນທາງ​ໄປ​ທົ່ວ​ທຸກ​ແຫ່ງ ​ເພື່ອ​ພົບ​ປະ​ແລກປ່ຽນ ​ກັບ​ບັນດາ ເຈົ້າກົກ ເຈົ້າເຫຼົ່າ​ ​ແລະ ຊາວ​ກະສິກອນ ​ເພື່ອ​ຊອກ​ຮູ້​ ກ່ຽວ​ກັບ​ຄວາມຊີນເຄີຍໃນການປູກຝັງ ຂອງ ເຂົາເຈົ້າ ​ແລະ ປຶກສາ​ຫາລື​ ກັບ​ບັນດາ​ພະນັກງານ​ ຄົ້ນ​ຄວ້າ​ເຂົ້າ​ຢູ່ Rokupr ​ເພື່ອ​ຊອກ​ຮູ້ ກ່ຽວກັບ​ຄວາມ​ຫຍຸ້ງຍາກ​ ໃນ​ການ​ຄົ້ນຄວ້າ ​ແລະ ຖ່າຍທອດ​ເຕັກ​ໂນ​ໂລ​ຊີ. ໜຶ່ງປີ​ຫຼັງ​ການ​ສຳ​ຫຼວດ, “ກຸ່ມປະຕິບັດງານ​ ຄວາມ​ປອດ​ໄພ ​ດ້ານ​ສະ​ບຽງ​ອາ​ຫານ ເຊຍຣາເລອອນ” ນຳໂດຍ​ທ່ານ​ ສຈ.ປອ ຫວໍຕ່ອງ​ຊວນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ.

ໃນ​ການ​ເດີນທາງ​ ຄັ້ງ​ທີ 2 ​ໄປ​ຍັງ​ປະ​ເທດ ​ອາ​ຟຣິກກາ​ຕາ​ເວັນ​ຕົກ ທີ່​ຖືກ​ຈັດ​ ໃນ​ກຸ່ມບັນດາ​ປະ​ເທດ ​ທຸກ​ຍາກ​ ທີ່​ສຸດ​ໃນ​ໂລກ, ​ສຳພາລະໃນການເດີນທາງ ​ຂອງ​ທ່ານ ​ສຈ.ປອ ຫວໍຕ່ອງຊວນ  ແລະ ເພື່ອນຮ່ວມງານນໍາມາ​ໃນ​ຄັ້ງ​ນີ້​ ໄດ້ນໍາ 50 ​ແນວ​ພັນ​ເຂົ້າ​ທີ່​ໃຫ້​ສະມັດຕະພາບ​ສູງ ​ແລະ 10 ​ແນວ​ພັນ​ເຂົ້າ​ທີ່​ມີ​ຄຸນ​ນະພາ​ບສູງ ຂອງເຂດທົ່ງພຽງແມ່ນ້ຳຂອງ. ເນື່ອງຈາກວ່າໃນໄລຍະ ການສຳຫຼວດກ່ອນນີ້, ທ່ານ ສຈ. ປອ ຫວໍຕ່ອງຊວນ ເຫັນວ່າ ປະເທດ ເຊຍຣາເລອອນ ມີເນື້ອທີ່ດິນກວ້າງຂວາງ, ມີປະຊາກອນໜ້ອຍ, ສະພາບດິນຟ້າອາກາດ ຂ້ອນຂ້າງ ຄ້າຍຄືກັນ ກັບເຂດທົ່ງພຽງແມ່ນ້ຳຂອງ, ແຕ່ປະຊາຊົນ ສ່ວນໃຫຍ່ຍັງປູກເຂົ້າ ແບບດັ້ງເດີມ, ພຽງໜຶ່ງລະດູຕໍ່ປີ ແລະ ບໍ່ໄດ້ນໍາໃຊ້ ເຕັກນິກປູກເຂົ້າແບບກ້າວ   ໜ້າ. ນ້ຳຫົດຢູ່ທີ່ນີ້ ແມ່ນຂຶ້ນກັບນຳຝົນທັງໝົດ, ບໍ່ມີລະບົບຊົນລະປະທານໃດໆ ທີ່ໄດ້ຮັບການກໍ່ສ້າງ, ດ້ວຍເຫດນັ້ນຜົນຜະລິດບັນລຸໄດ້ພຽງ 2-3 ໂຕນ/ເຮັກຕາ. 


ແນວພັນເຂົ້າ ທີ່ເພິ່ນເອົາໄປນັ້ນ ໄດ້ຖືກປູກທົດລອງຢູ່ເຂດ Mange Bureh ແລະ ສູນຄົ້ນຄວ້າ Rokupr, ພ້ອມໆ ກັນນັ້ນ ແມ່ນການອອກແບບ ລະບົບຊົນລະປະທານ ໃນພື້ນທີ່ທົດສອບ. ບັນດາ​ຜູ້​ຊ່ຽວຊານ ​ຫວຽດນາມ ​ໄດ້ບັນລຸ​​ສິ່ງ​ມະຫັດສະຈັນ​ ສອງ​ຢ່າງ. ທໍາອິດແມ່ນປູກເຂົ້າ 2 ລະດູ/ປີ, ໄລຍະເວລາປູກເຂົ້າ ພຽງແຕ່ 95-100 ວັນ, ບັນລຸຜົນຜະລິດ ປະມານ 4,7 ໂຕນ/ເຮັກຕາ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຜູ້​ຊ່ຽວ​ຊານ​ ຍັງ​ສະສົມ ແນວພັນ ເຂົ້າ ​ຢ່າງ​ພຽງ​ພໍ ​ເພື່ອການ​ປູກ ໃນບໍລິເວນກວ້າງ. ຫຼັງທົດລອງ ປະສົບຜົນສໍາເລັດ ໃນເບື້ອງຕົ້ນຢູ່ ເຊຍຣາເລອອນ, ສຈ.ປອ ຊວນ ແລະ ເພື່ອນຮ່ວມງານ ສືບຕໍ່ມີໜ້າຢູ່ປະເທດ ນີເຊຣີ, ຊູດັງ, ໂມຊຳບິກ, ຣູວັນດາ, ບູຣູນດີ, ລີເບເຣຍ ເພື່ອທໍາການສຳຫຼວດ. 

ທ່ານ ສຈ.ປອ ຫວໍຕ່ອງຊວນ ພວມແລກປ່ຽນກັບບັນດາຄູ່ຮ່ວມມື ທີ່ເຂົ້າຮ່ວມໂຄງການ “ຕ່ອງ​ໂສ້​ມູນ​ຄ່າ​ເຂົ້າ​ແບບ​ຍືນ​ຍົງ​ ຂອງ​ຄອບຄົວຊາວ​ກະ​ສິ​ກອນ​ ຂະ​ໜາດ​ນ້ອຍ​ ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ”. ພາບ: ແຄ໋ງລອງ

ເລື່ອງການສ້າງຄວາມສຳເລັດທີ່ມະຫັດສະຈັນທີ່ ເຊຍຣາເລອອນ ໄດ້ຖືກທວນຄືນ ໃນງານສຳມະນາສາກົນ ທາງອອນໄລ ກ່ຽວກັບ ຄວາມປອດໄພດ້ານສະບຽງອາຫານ ແລະ ໂພຊະນາການ ທີ່ໄດ້ຈັດຂຶ້ນໃນທ້າຍເດືອນ ພຶດສະພາ 2022. ມາຮອດປັດຈຸບັນ, ທ່ານ ສຈ. ປອ ຫວໍຕ່ອງຊວນ ຍັງຄົງມີຄວາມຄິດຂ້ອງຄາໃຈ ​ຕໍ່​ຄວາມ​ປາຖະໜາ ຢາກຊ່ວຍ​ປະຊາຊົນ ​ອາ​ຟຣິກກາ ​ຫຼຸດຜ່ອນ​ຄວາມ​ວິຕົກ​ກັງວົນ ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ. ທ່ານ ກ່າວວ່າ: “ຢູ່ ອາຟຣິກກາ, ອາຫານແມ່ນຢູ່ໃນແຜ່ນດິນ, ແຫຼ່ງຊັບພະຍາກອນມະນຸດ ສຸດທີ່ອຸດົມສົມບູນ, ໂດຍສະເພາະ ແມ່ນໄວໜຸ່່ມທີ່ມີຄວາມກະຕືລືລົ້ນໃນການເຮັດວຽກ. ພຽງ​ແຕ່​ຈັດ​ໃຫ້​ເຂົາ​ເຈົ້າ​ມີ​ທັກ​ສະ​, ເຄື່ອງ​ມື​ ແລະ ​ເຕັກ​ໂນ​ໂລ​ຊີ​ ການ​ຜະ​ລິດ​, ອາ​ຟຣິກ​ກາ​ ຈະ​ຊະ​ນະໄພອຶດຫີວ, ຮັບປະກັນຄວາມປອດໄພ ດ້ານ​ສະ​ບຽງ​ອາ​ຫານ​ ແລະ ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຢ່າງແນ່ນອນ...”.

ທ່ານ ສຈ.ປອ ຫວໍຕ່ອງຊວນ ໄດ້ຮັບຄວາມຮັກແພງ ຈາກ ຊາວກະສິກອນ ຫວຽດນາມ ແລະ ເພື່ອນມິດສາກົນ. ພາບ: ເອກະສານ

ມາ​ຮອດ​ປັດຈຸ​ບັນ, ​ເຖິງ​ວ່າ​ ອາຍຸ 82 ປີ​ແລ້ວ, ​ແຕ່ “ບິດາ ຂອງ ຕົ້ນເຂົ້າ” ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ຍັງ​ສະ​ແດງໃຫ້ເຫັນ​ຄວາມປ່ຽມລົ້ນດ້ວຍພະລັງຊີວິດ​​ຂອງ “ຜູ້​ເຖົ້າ​ຊາວ​ພາກ​ໃຕ້” ດ້ວຍ​ແຜນການເຮັດວຽກ​ຢ່າງລຽນຕິດ. ເພິ່ນ​ຍັງ​ມີຄວາມຝັນຫຼາຍຢ່າງ ກັບບັນດາໂຄງການ​ກະ​ສິ​ກຳ​ຢູ່ຕາມ​ທ້ອງ​ຖິ່ນ ດ້ວຍ​ຄວາມ​ປາດ​ຖະ​ໜາ​ຢາກ​ຊ່ວຍ​ຊາວ​ກະ​ສິ​ກອນ ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ.

ບົດ: ຖາວວີ - ພາບ: ຫວູ໊ແຄ໋ງລອງ ແລະ ເອກະສານ -  ແປໂດຍ: ບິກລຽນ

ຜູ້ຮັກສາສຽງຊໍອີ້ ຢູ່ບ້ານ ມົ້ງ ລາວຈາຍ

ຜູ້ຮັກສາສຽງຊໍອີ້ ຢູ່ບ້ານ ມົ້ງ ລາວຈາຍ

ຢູ່ບ້ານ ລາວຈາຍ 1, ຕາແສງ ຄຸນຮ໋າ, ແຂວງ ລາຍເຈົາ, ສຽງຊໍ ອີ້ ຂອງ ຊາວເຜົ່າ ມົ້ງ ຍັງຄົງດັງກ້ອງກັງວານ ທ່າມກາງປ່າດົງພົງໄພ ຂອງ ເຂດພາກຕາເວັນຕົກສ່ຽງເໜືອ. ດ້ວຍຄູ່ມືທ່ີຄ່ອງແຄ່ວແລະ ຄວາມຮັກ ທີ່ມີຕໍ່ ວັດທະນະທຳ ເຜົ່າຕົນ, ທ່ານ ກື໋ອາລົ່ງ ພວມງຽບໆ ຮັກສາອາຊີບການເຮັດ ແລະ ເສບເຄື່ອງດົນຕີພື້ນ ເມືອງປະເພດນີ້ ຢ່າງສະໝ່ຳສະເໝີ, ປະກອບສ່ວນອະນຸລັກຮັກ ສາ ມໍລະດົກວັດທະນະທຳ ອັນລ້ຳຄ່າສ່ວນໜຶ່ງ ຂອງຊຸມຊົນ ເຜົ່າມົ້ງ ໃນຈັງຫວະຊີວິດ ທີ່ທັນສະໄໝ.

Top