• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

CEO ຫງວຽນກິມທວາ - ແມ່ຍິງ ຂອງ ບັນດາ “ຮ້ານຂາຍປຶ້ມໃຫຍ່”

CEO ຫງວຽນກິມທວາ, ຜູ້ກໍ່ຕັ້ງລະບົບຮ້ານປຶ້ມ ເຕິນຫວຽດ, ເປັນທີ່ຮູ້ຈັກ ຮັກແພງ ຈາກມະຫາຊົນ ດ້ວຍນາມມະຍົດ “ຜູ້ຖ່າຍທອດວັດ ທະນະທຳ ການອ່ານ” ຢູ່ ຫວຽດນາມ, ທ່ານນາງ ເປັນຜູ້ໄດ້ ແລະ ກໍາລັງນຳພາ ເຕິນຫວຽດ Bookstore (ບໍລິສັດຫຸ້ນສ່ວນ ວັດທະນະ ທຳ ແລະ ການສຶກສາ ເຕິນຫວຽດ) ກັບຮ້ານຂາຍປຶ້ມໃຫຍ່ 20 ແຫ່ງ ຊຶ່ງເປັນບ່ອນ ໄດ້ນຳມາ ບັນຍາກາດ ແຫ່ງ ພູມປັນຍາ ແລະ ບັນເທີງ ທັນສະໄໝທີ່ສຸດຢູ່ ຫວຽດນາມ ພ້ອມດຽວກັນ ກໍເປັນບ່ອນ ພົບປະ ແລກປ່ຽນ ວັດທະນະທຳ: ອ່ານປຶ້ມເພື່ອ ບຳລຸງສ້າງຈິດວິນຍານ, ອ່ານປຶ້ມເພື່ອປະສົບຜົນສຳເລັດ...
ຈາກຄວາມປາດຖະຫນາ ໃນໄວເດັກ

ທ່ານນາງ ຫງວຽນກິມທວາ ກຳເນີດໃນຄອບຄົວທຸກຍາກຢູ່ ເຂດຊົນ ນະບົດ ທາງພາກເໜືອ, ຊີວິດການເປັນຢູ່ ຂອງ ຊາວນາໄດ້ກະຕຸ້ນ ໃຫ້ທ່ານນາງ ມີຄວາມຕັ້ງໃຈໃນການຮຽນ ແລະ ເຮັດວຽກ ເພື່ອ ຫຼຸດ ພົ້ນ ອອກຈາກຄວາມທຸກຍາກ. ຕັ້ງແຕ່ຄາວຍັງນ້ອຍ ຮຽນຢູ່ໂຮງ ຮຽນ ມັດທະຍົມຕອນຕົ້ນ, ນາງ ໄດ້ເລີ່ມຕົ້ນທຸລະກິດດ້ວຍການເກັບ ໝາກສີດາ ໃນສວນ ຂອງ ຄອບຄົວ ແລ້ວຂີ່ລົດຖີບ ເປັນໄລຍະທາງ ກວ່າ 10 ກິໂລແມັດ ພາຍໃຕ້ແສງແດດກ້າ ໃນຕອນທ່ຽງ ເພື່ອ ເອົາ ໄປຂາຍ ຢູ່ສີ່ແຍກ ຖະໜົນໃຫຍ່. ສາມາດເວົ້າໄດ້ວ່າ ຄວາມສາມາດ ໃນການເຮັດທຸລະກິດ ໄດ້ມີຢູ່ໃນຕົວນາງ ຕັ້ງແຕ່ນັ້ນມາ ແລະ ໄດ້ ຖືກຝຶກຝົນຫຼໍ່ຫຼອມ ແລະ ເຕີບໃຫຍ່ຕາມ ການເວລາ.

ເມື່ອຍັງເປັນນັກສຶກສາ, ທ່ານນາງ ຫງວຽນກິມທວາ ໄດ້ເຂົ້າຮຽນ  ມະຫາວິທະຍາໄລ 2 ແຫ່ງ ຄື: ມະຫາວິທະຍາໄລ ວັດທະນະທໍາ ສະ ເພາະຂະແໜງ ພິມຈຳໜ່າຍ ແລະ ມະຫາວິທະຍາໄລເສດຖະກິດ ແຫ່ງຊາດ ສະເພາະຂະແໜງບັນຊີ. ຫຼັງຈາກຮຽນຈົບ, ທ່ານນາງ ຕ້ອງເຮັດວຽກບໍ່ຖືກກັບຂະແໜງການທີ່ເຄີຍໄດ້ຮຽນມາ ໃນໄລຍະ ໜຶ່ງ, ແຕ່ໂຊກດີ ທ່ານນາງ ໄດ້ຮັບມາເຮັດວຽກ ຢູ່ ສໍານັກພິມຈຳໜ່າຍ ວັດທະນະທໍາ ຂໍ້ມູນຂ່າວສານ. ໄດ້ເຮັດວຽກຖືກກັບ ອາຊີບທີ່ຕົນເອງ ເຄີຍໄດ້ຮຽນມາ, ທ່ານນາງ ທວາ ເໝືອນດັ່ງ “ເສືອຕິດປີກ”. ນາງໄດ້ ເປັນເຈົ້າການ ໃນການຄົ້ນຄວ້າ ກ່ຽວກັບຕະຫຼາດ, ສັງເກດ ແລະ ເປັນເຈົ້າການ marketing ກັບ ລູກຄ້າຈຳນວນໜຶ່ງ ເພື່ອຂາຍ ປຶ້ມ ໃຫ້ແກ່ ສຳນັກພິມຈຳໜ່າຍ ແລະ ຜົນທີ່ໄດ້ຮັບບໍ່ໄດ້ເຮັດໃຫ້ຜິດຫວັງ, ມີໃບສັ່ງຊື້ ແລະ ສັນຍາ ສະໜອງປຶ້ມ ໃຫ້ແກ່ລູກຄ້າ ທີ່ມີມູນຄ່າຫຼາຍຮ້ອຍລ້ານດົ່ງ ສະບັບທຳອິດໄດ້ຮັບການລົງນາມຈາກຄວາມມານະພະຍາຍາມ, ດຸໝັ່ນ, ບໍ່ຫວັ່ນໄຫວຕໍ່ຄວາມລຳບາກ. ນັບແຕ່ນັ້ນມາ, ທ່ານນາງ ໄດ້ແຍກຕົວ ອອກເປັນເອກະລາດ, ຕັ້ງໃຈເດີນຕາມເສັ້ນທາງໃໝ່.



CEO ຫງວຽນກິມທວາ, ຜູ້ກໍ່ຕັ້ງລະບົບຮ້ານປຶ້ມ ເຕິນຫວຽດ ທີ່ມີຊື່ສຽງ ຢູ່ ຫວຽດນາມ. ພາບ: ແທງຢາງ


Ceo ຫງວຽນກິມທວາ (ເສື້ອແດງ, ຢືນຢູ່ກາງ) ໃນພິທີເປີດຮ້ານຂາຍປຶ້ມ ເຕິນຫວຽດ. ພາບ: ເອກະສານ ເຕິນຫວຽດ.


Ceo ຫງວຽນກິມທວາ ໃນກອງປະຊຸມ ກັບພະນັກງານຂອງ ເຕິນຫວຽດ. ພາບ: ແທງຢາງ


ພະນັກງານຢູ່ຮ້ານຂາຍປຶ້ມ ເຕິນຫວຽດ ໄດ້ Ceo ຫງວຽນກິມທວາ ສະເໝີທັກສະ ການແນະນຳປຶ້ມ ໃຫ້ລູກຄ້າຂອງ ເຕິນຫວຽດ ຢູ່ກັບທີ່. ພາບ: ແທງຢາງ


ມີຄວາມໃກ້ຊິດ ສະໜິດສະໜົມ ແລະ ພ້ອມທີ່ຈະແນະນຳໃຫ້ລູກຄ້າຊື້ປຶ້ມ ໃນເວລາທີ່ຈຳເປັນ ແມ່ນຈຸດພິເສດ ຂອງ Ceo ຫງວຽນກິມທວາ. ພາບ: ແທງຢາງ


ພື້ນທີ່ປື້ມ ໄດ້ຖືກຈັດລຽງຢ່າງມີວິທະຍາສາດ ເພື່ອໃຫ້ຜູ້ອ່ານ ສາມາດເລືອກເຟັ້ນໄດ້ງ່າຍ ທີ່ຮ້ານຂາຍປຶ້ມ ເຕິນຫວຽດ ຢູ່ຖະໜົນ ແບກມາຍ. ພາບ: ແທງຢາງ

CEO ຫງວຽນກິມທວາ (ເສື້ອສີຟ້າ, ຜູ້ທີ 4 ຈາກຊ້າຍ) ໄດ້ຮັບໃບຍ້ອງຍໍ ຈາກກະຊວງຖະແຫລງຂ່າວ ແລະ ສື່ສານ ໃນຂົງເຂດການພິມ, ພິມຈຳໜ່າຍ ແລະ ຈຳໜ່າຍ. ພາບ: ເອກະສານ ເຕິນຫວຽດ
 
ການເດີນທາງຫຼາຍພັນກິໂລແມັດ ເລີ່ມຕົ້ນດ້ວຍບາດກ້າວນ້ອຍໆ, ນອກຈາກໄປເຮັດວຽກ ຢູ່ສຳນັກພິມຈຳໜ່າຍແລ້ວ, ທ່ານນາງ ທວາ ໄດ້ເລີ່ມຕົ້ນຈາກ ຮ້ານຂາຍປຶ້ມນ້ອຍໆ ຢູ່ບ່ອນສາທາລະນະ. ເມື່ອ ສະສົມປະສົບການ, ທຶນຮອນ ແລະ ຄວາມຮູ້, ທ່ານນາງ ໄດ້ຕັດສິນ ໃຈ ເປີດຮ້ານຂາຍປຶ້ມ ເປັນຂອງຕົນເອງຢູ່ ຖະໜົນ ດ້າຍລາ ໃນ ເນື້ອ ທີ່ປະມານ 500 ມ2. ທ່ານນາງ ໄດ້ໃຊ້ທຶນທັງໝົດ, ທຸ້ມເທ ສຸດ ຄວາມສາມາດຂອງຕົນ ຈົນລືມກິນ, ລືມນອນ, ເພື່ອເອົາໃຈໃສ່ດູແລຮ້ານຂາຍປຶ້ມຂອງຕົນ ນັບແຕ່ການອອກແບບ ໄປເຖິງການຈັດວາງ ການພົບປະແລກປ່ຽນ ກ່ຽວກັບ ການ ຊື້ຂາຍກັບລູກຄ້າ... ຈາກວຽກ ນ້ອຍ ໄປຈົນເຖິງວຽກໃຫຍ່ ມີແຕ່ທ່ານນາງ ເປັນຄົນຮັບຜິດຊອບ. ຮ້ານຂາຍປຶ້ມແຫ່ງ ທຳອິດຂອງທ່ານນາງ ທີ່ກຳ ເນີດຂຶ້ນໃນ ຊຸມປີ 2000 ໄດ້ຕີລາຄາວ່າ ກວ້າງຂວາງ ງາມຕາ ແລະ ອຸດົມສົມບູນ ດ້ານສິນຄ້າ ແລະ ມີລາຍຮັບດີຫຼາຍ... 

ເຖິງຮ້ານປຶ້ມ ເຕິນຫວຽດ - ໂຄງການ "ຮ້ານປຶ້ມທີ່ຍິ່ງໃຫຍ່"

ພາຍຫຼັງຮ້ານຂາຍປຶ້ມ ແຫ່ງທຳອິດ ທີ່ເປີດໂດຍທ່ານນາງ ໄດ້ຮັບການຕອບຮັບຈາກຕະຫຼາດ ເປັນຢ່າງດີ, ທ່ານນາງ ທວາ ຍັງໃຜ່ຫາ ຄວາມຮູ້ ຢ່າງບ່ໍຢຸດຢັ້ງ. ແນວຄວາມຄິດໃໝ່ ສ້າງໃຫ້ຄວາມແຕກຕ່າງ ຂອງຮ້ານປຶ້ມ ເຕິນຫວຽດ Bookstore ແມ່ນເມື່ອມາຍັງຮ້ານຂາຍປຶ້ມ, ລູກຄ້າ ຈະມີຄວາມຮູ້ສຶກອົບອຸ່ນ, ເປັນມິດ ຊຶ່ງສະແດງ ອອກ ຜ່ານ 5 ສັນຍາລັກເຊັ່ນ: ຮູບຕາເບິ່ງໂລກ, ຂົວແຫ່ງຄວາມຮູ້ ທີ່ເຊື່ອມຕໍ່ ອະດີດ ກັບ ປັດຈຸບັນ, ຊັ້ນທໍລະນີສາດ ໄດ້ສ້າງຂຶ້ນ ເມື່ອ ຫຼາຍພັນປີ ຂອງ ຄວາມຮູ້, ຮູບໜ່ວຍໂລກ ແລະ ທ້ອງຟ້າ ສີຄາມ ທີ່ເປີດກວ້າງ ມີຄວາມໝາຍ.

ເຕິນຫວຽດ Bookstore ແມ່ນຕົວແບບ ຮ້ານຂາຍປຶ້ມ ທີ່ໃຫຍ່ ແລະ ທັນສະໄໝທີສຸດ ຢູ່ ຫວຽດນາມ. ບັນດາຮ້ານຂາຍປຶ້ມ ແມ່ນຕັ້ງຢູ່ໃນ ໃຈກາງ ຕົວເມືອງໃຫຍ່,  ໄດ້ຮັບການອອກແບບ ຢ່າງໜ້າຈັບໃຈ ແລະ ຫຼາກຫຼາຍຮູບແບບ ບັນເທີງ ທາງປັນຍາ ເພື່ອນໍາເອົາປຶ້ມ ເໝືອນດັ່ງເພື່ອນສະໜິດ ໃຫ້ໃກ້ຊິດກັບມວນຊົນ. ມາຍັງ ເຕິນຫວຽດ, ມວນຊົນ ຈະມີຄວາມຮູ້ສຶກປະທັບໃຈກັບປຶ້ມ, ຄົ້ນພົບ ແລະ ຜ່ານ ພຶດຕິກຳຕົວຈິງ ກັບແຕ່ລະເລື່ອງລາວ, ຮູບແບບ, ຕົວໜັງສື, ຈາກຄັງປື້ມ ແລະ ສາມາດຊື້ປຶ້ມທີ່ມີຊື່ສຽງ ໃນຍຸກໃດໜຶ່ງ ຫຼື ປຶ້ມທີ່ ກຳລັງ ໄດ້ຮັບຄວາມນິຍົມ ຢູ່ຕະຫຼາດປຶ້ມ ໃນປັດຈຸບັນ ໃຫ້ຕົນເອງ.




CEO ຫງວຽນກິມທວາ ໃນພິທີເປີດໂຕປຶ້ມຂອງທ່ານ ດຣ, ນັກປາຖະກະຖາ ເລເຖິມເຢືອງ, ຜູ້ມີຊື່ສຽງໃນຂະແໜງການບໍລິຫານທຸລະກິດຢູ່ ຫວຽດນາມ. ພາບ: ເອກະສານ ເຕິນຫວຽດ


ນັກທ່ອງທ່ຽວໄດ້ຮັບຟັງ CEO ຫງວຽນກິມທວາ ແນະນຳໂດຍກົງຢູ່ຮ້ານຂາຍປຶ້ມ ເຕິນຫວຽດ. ພາບ: ເອກະສານ ເຕິນຫວຽດ


ທ່ານນາງ ຫງວຽນກິມແທ່ງ ຍາມໃດກໍມີໜ້າ ຢູ່ບັນດາເຫດການ ກ່ຽວກັບປຶ້ມ. ພາບ: ເອກະສານ ເຕິນຫວຽດ


ການໂອ້ລົມສົນທະນາ ກ່ຽວກັບ ວັດທະນະທຳ ການອ່ານ ໂດຍ Ceo ຫງວຽນກິມທວາ ເປັນຜູ້ຈັດ ຍາມໃດກໍດຶງດູດ ເພື່ອນ ຊາວໜູ່ມ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ. ພາບ: ເອກະສານ ເຕິນຫວຽດ


ບັນດາເຫດການກ່ຽວກັບປື້ມ ໂດຍເຕິນຫວຽດເປັນຜູ້ຈັດຕັ້ງ ຍາມໃດກໍມີຄຸນຄ່າເພື່ອຜູ້ອ່ານ. ພາບ: ເອກະສານ ເຕິນຫວຽດ

ເຖິງວ່າເປັນນັກທຸລະກິດ, ແຕ່ທ່ານນາງ ທວາ ກໍ່ບໍ່ເນັ້ນໜັກຜົນກຳໄລ, ຍາມໃດທ່ານນາງ ກໍ່ຄິດ ເຖິງເລ່່ື່ອງ ເຮັດແນວໃດໃຫ້ຜູ້ ເປັນພໍ່, ເປັນແມ່ ຮູ້ສຶກໄດ້ເຖິງຄຸນຄ່າ ແລະ ຄຸນປະໂຫຍດ ຂອງການອ່ານ ປຶ້ມ ຕໍ່ລູກຫຼານຂອງເຂົາເຈົ້າ. ທ່ານນາງ ໄດ້ຈັດລາຍການພົບປະ ສົນທະນາ ຫຼາຍຄັ້ງ, ແບ່ງປັນຄວາມຮູ້ ກ່ຽວກັບ ການລ້ຽງ, ສັ່ງສອນ ລູກໃນໄວສອນບ່າວ ສອນສາວ, ກ່ຽວກັບພິທີປຸກລະດົມ ຄວາມຮັກມັກ ໃນການອ່ານປຶ້ມ ຂອງ ເດັກນ້ອຍ...

ທ່ານນາງ ເປັນຜູ້ ເຕົ້າໂຮມ ບັນດາຜູ້ມີພອນສະຫວັນ ໃນອາຊີບພິມຈຳໜ່າຍປຶ້ມ ເພື່ອໃຫ້ກຳເນີດ ປຶ້ມ ສຳລັບເດັກນ້ອຍ ແລະ ປຶ້ມກ່ຽວ ກັບການລ້ຽງ ແລະ ສັ່ງສອນລູກສຳລັບພໍ່ ແມ່, ຊຶ່ງແຕ່ລະປີ ພິມຈຳ ໜ່າຍປຶ້ມ ທຸກປະເພດ ໄດ້ກວ່າ 300 ສະບັບ ອອກສູ່ຕະຫຼາດ. ນີ້ແມ່ນສອງຂົງເຂດປື້ມ ທີ່ ເຕິນຫວຽດ ພັດທະນາຢ່າງກວ້າງຂວາງ, ມີອິດທິພົນ ໃນດ້ານບວກ ຕໍ່ຜູ້ອ່ານ ຫວຽດນາມ.

ທ່ານນາງ ທວາ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າມັກ ຄຳເວົ້າ ຂອງນັກສຶກສາຊາວ ເຢຍລະມັນ ທີ່ວ່າ: “ຊາຕາກຳ ຂອງ ປະເທດຊາດ ຢູ່ໃນກຳມື ຂອງ ຜູ້ເປັນແມ່”. ແມ່ແມ່ນຜູ້ທໍາອິດຖ່າຍທອດແຮງບັນດານໃຈ ແລະ ຄຸນຄ່າຂອງໜັງສື ໃຫ້ລູກ ຂອງເຂົາເຈົ້າ”. ເພື່ອສາມາດນຳປຶ້ມ ມາໃຫ້ເດັກທຸກຄົນໃນທົ່ວປະເທດ ຫວຽດນາມ, ທ່ານນາງ ທວາ ໄດ້ສົມທົບກັບ ບັນດາທ້ອງຖິ່ນ ທຳການກໍ່ສ້າງ ແລະ ສ້ອມແປງບັນ ດາເຮືອນວັດທະນະທຳ, ຫໍຊຸມຊົນ ເພື່ອຫັນສະຖານທີ່ ແຫ່ງນີ້ ກາຍ ເປັນພື້ນທີ່ເຄື່ອນໄຫວດ້ານວັດທະນະທຳ ການອ່ານ, ປະກອບສ່ວນເຜີຍແຜ່ ວັດທະນະທໍາ ການອ່ານ ໃນຊຸມຊົນ. ວິໄສທັດ ຂອງ ທ່ານ ນາງ ທວາ ແລະ ເຕິນຫວຽດ ແມ່ນໄປຄຽງຄູ່ ກັບໂຄງການນີ້ ເພື່ອ ຊ່ວຍໃຫ້ ປະຊາຊົນ ຢູ່ເຂດ ຫ່າງໄກ ສອກຫຼີກ, ມີຄວາມຫຍຸ້ງຍາກ ໃນຊີວິດການເປັນຢູ່ ມີເງື່ອນໄຂໄດ້ອ່ານປຶ້ມ, ເຂົ້າເຖິງລະດັບຄວາມ ຮູ້ ຂອງ ປະຊາຊົນ, ປັບປຸງຊີວິດ ທາງດ້ານຈິດໃຈ; ຫຼຸດຜ່ອນໄພຮ້າຍທາງສັງຄົມ, ຄວາມສີວິໄລ ທຳວັດທະນະທຳ ສັງຄົມ ໄດ້ຮັບການ ປັບປຸງ.

CEO ຫງວຽນກິມທວາ ໄດ້ລົງທຶນຢ່າງຈິງຈັງ, ຊື້ລິຂະສິດປື້ມທີ່ດີ, ມີຄຸນຄ່າທາງດ້ານມະນຸດສະທຳ ຢ່າງເລິກເຊິ່ງ ເພື່ອຈັດພິມ ແລະ ຈຳ ໜ່າຍອອກສູ່ຕະຫຼາດ.

 
ບົດ: ບິກເວິນ - ພາບ: ແທງຢາງ, ເອກສານ - ແປໂດຍ: ບິກລຽນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top