ASEAN ຕ້ານການລັກລອບຄ້າເຖື່ອນຢູ່ທະເລ

ອາຊຽນ

ASEAN ຕ້ານການລັກລອບຄ້າເຖື່ອນຢູ່ທະເລ

ອາຊຽນ ມີຈຸດທີ່ຕັ້ງພິເສດໃນແຜນທີ່ໂລກ, ມີຊາຍແດນຕິດຈອດ ກັບມະຫາສະໝຸດ ປາຊີຟິກ ແລະ ມະຫາສະໝຸດ ອິນເດຍ, ສະນັ້ນ ການລັກລອບຂົນສົ່ງທາງທະເລ ໃນຊຸມປີມໍ່ໆ ມານີ້ ໄດ້ກາຍເປັນບັນຫາສັບສົນຍິ່ງຂຶ້ນ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ,
ໃນ 3 ​ເດືອນ​ຕົ້ນ​ປີ 2022, ທະຫານ​ປ້ອງກັນຊາຍແດນ ບ່າເຣ້ຍ ຫວຸ໊ງເຕົ່າ ​ໄດ້​ກວດ​ພົບ ​ແລະ ສະກັດ​ກັ້ນ​ຢ່າງທັນການ ການ​ລັກ ລອບ​ ຄ້າເຖື່ອນ​ທາງທະ​ເລ. ພາບ: VNA

ອາຊຽນ ມີຈຸດທີ່ຕັ້ງພິເສດໃນແຜນທີ່ໂລກ, ມີຊາຍແດນຕິດຈອດ ກັບມະຫາສະໝຸດ ປາຊີຟິກ ແລະ ມະຫາສະໝຸດ ອິນເດຍ, ສະນັ້ນ ການລັກລອບຂົນສົ່ງທາງທະເລ ໃນຊຸມປີມໍ່ໆ ມານີ້ ໄດ້ກາຍເປັນບັນຫາສັບສົນຍິ່ງຂຶ້ນ. ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ສະມາຊິກ, ອາ​ຊຽນ ​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຜັນຂະຫຍາຍຢ່າງຄົບຊຸດ ​ບັນດາ​ສົນທິສັນຍາ​ ທ່ີເຂັ້ມງວດ ​ເພື່ອ​ສະກັດ​ກັ້ນ​ສະພາບ​ການ​ດັ່ງກ່າວ.

ລາຍ​ງານ​ກ່ຽວ​ກັບ​ສະພາບການອາດຊະຍາ​ກຳ​ຂ້າມ​ຊາດ​ໃນ ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ປີ 2019 ຂອງ​ອົງການ​ສະຫະ​ປະຊາ​ຊາດ ເພື່ອປ້ອງກັນ, ຕ້ານອາດຊະຍາ​ກຳ ແລະ ຢາເສບຕິດ (UNODC) ​ຊີ້​ໃຫ້​ເຫັນ​ວ່າ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ ເປັນ​ໜຶ່ງ​ໃນບັນດາພູມີ ພາກ ທາງຜ່ານທ່ີສໍາຄັນທ່ີສຸດ ສໍາລັບ​ອາດ​ຊະ​ຍາ​ກຳ​ຂ້າມຊາດໃນໂລກ. ​ໃນ​ຕົວ​ຈິງ, ແຜນ​ສັງລວມ​ກ່ຽວ​ກັບ​ປະຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ​ ອາ​ຊຽນ 2025 ໄດ້ກຳນົດ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ພິ​ເສດ​ແມ່ນ​ອາດຊະຍາ​ກຳ​ຄ້າເຖື່ອນຢູ່​ທະ​ເລ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງເຂດຮ່ວມມືທີ່​ສຳຄັນ​ຂອງ​ ອາ​ຊຽນ ​ເພື່ອ​ສ້າງ​ປະຊາ​ຄົມ ​ສັນຕິພາບ ​ແລະ ພັດທະນາ ຢ່າງໝັ້ນຄົງ.

 

ໂດຍ​ອີງ​ໃສ່​ຖະ​ແຫຼ​ງການ​ ມະ​ນີລາ ​ກ່ຽວ​ກັບ​ອາດຊະຍາ​ກຳ​ຂ້າມ​ຊາດ​ປີ ​​1997, ກອງປະຊຸມ AMMTC ​ໄດ້​ຈັດ​ຂຶ້ນ​ປະຈຳ​ປີ ​ແລະ ປະກອບ​ດ້ວຍ​ບັນດາລັດຖະມົນຕີ​ຜູ້ຮັບຜິດຊອບ ບັນຫາ ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ, ​ເປັນ​ອົງການ​ກຳນົດ​ນະ​ໂຍບາຍ​ສູງ​ສຸດ​ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການເຄ່ືອນໄຫວ​ຮ່ວມ​ມື​ຂອງ​ ອາ​ຊຽນ​ ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ.

ກອງ​ກຳ​ລັງ​ປ້ອງ​ກັນ​ຝັ່ງ​ທະ​ເລ ແລະ ຕຳຫຼວດຕະເລ ປະຕິບັດການລາດ​ຕະ​ເວນ​ເປັນ​ປົກ​ກະ​ຕິ ແລະ ຊີ້​ນຳ​ປ້ອງ​ກັນ​ການ​ສໍ້​ໂກງ​ການ​ຄ້າ​ຢູ່​ເຂດ​ທະ​ເລ​ ຫວຽດ​ນາມ. ພາບ: VNA

ປັດຈຸ​ບັນ, ອາ​ຊຽນ ​ໄດ້​ສຸມ​ໃສ່​ໃຫ້​ບຸລິມະສິດ​ບັນດາ​ແຫຼ່ງກຳລັງ​ເພື່ອ​ຕໍ່ສູ້ ​ແລະ ສະກັດ​ກັ້ນ​ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ທາງ​ທະ​ເລ 10 ປະ​ເພດ​ຄື: ການ​ກໍ່​ການ​ຮ້າຍ, ການ​ຄ້າ​ມະນຸດ, ​​ອົບ​ພະຍົບຜິດກົດໝາຍ, ​ຢາ​ເສບ​ຕິດ, ຄ້າ​ອາວຸດເຖື່ອນ, ການ​ຟອກ​ເງິນ, ອາດຊະຍາ​ກຳ​ ດ້ານເຕັກ​ໂນ​ໂລ​ຢີລະດັບສູງ, ອາດຊະຍາກຳທາງເສດຖະກິດ, ການລັກລອບຕັດໄມ້ ແລະ ສັດປ່າ. ພິ​ເສດ, ອາດ​ຊະ​ຍາ​ກຳ​ບາງ​ປະ​ເພດ​ເຄື່ອນໄຫວ​ເທິງທະ​ເລ​ໃນຂົງເຂດຖືກ​ຕັກ​ເຕືອນ​ຢູ່​​ລະ​ດັບ​ຮ້າຍ​ແຮງ.

ທະຫານປ້ອງ​ກັນ​ຊາຍ​ແດນ ​ນະຄອນ ດ່າ​ໜັງ ​ໄດ້​ລາດ​ຕະ​ເວນ ​ແລະ ຄວບ​ຄຸມ​ຢູ່​ອູ່​ເຮືອ​ ເຖາະ​ກວາງ. ພາບ: ກວກຢຸງ/VNA

ຖະ​ແຫຼງ​ການ ARF ຂອງ ອາ​ຊຽນ ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທະ​ເລ, ໄດ້​ຮັບ​ຮອງ​ເອົາ​ເມື່ອ​ປີ 2016 ຕາມ​ຂໍ້​ລິ​ເລີ່ມ​ຂອງ​ ຫວຽດ​ນາມ. ຖະ​ແຫຼ​ງການ​ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ຂອງ​ບັນດາ​ສະມາຊິກ ARF ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໂດຍ​ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ການ​ແລກປ່ຽນ​ປະສົບ​ການ, ການ​ປະຕິບັດ​ຕົວຈິງ ໃຫ້ດີ​ທີ່​ສຸດ, ການ​ສ້າງ​ກຳລັງ​ຄວາມ​ສາມາດ, ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ການ​ລາດຕະ​ເວນ​ຮ່ວມ, ການ​ຊ້ອມ​ຮົບ​ຕ້ານ​ໂຈນ​ສະ​ລັດ, ຮັບປະກັນ​ຄວາມເສລີໃນ​ການ​ເດີນ​ເຮືອທາງທະເລ, ມຸ່ງ​ໄປ​ເຖິງ​ການ​ສ້າງບັນທັດຖານຂອງການປະພຶດຮ່ວມ. ນັບ​ແຕ່​ປີ 2016 ມາ​ຮອດ​ປັດຈຸ​ບັນ, ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງ​ບັນດາ​ປະ​ເທດ ອາ​ຊຽນ ກໍ່​ໄດ້​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສະກັດ​ກັ້ນ ​ການ​ລັກລອບ​ຄ້າ​ເຖື່ອນ ທາງ​ທະ​ເລ.

ການ​ແຜ່​ລະບາດຂອງ ​ພະຍາດ​ໂຄ​ວິດ-19 ​ພວມຜັນແປຢ່າງ​ສັບ ສົນ, ​ໃນ​ຊຸມ​ເດືອນ​ທ້າຍ​ປີ 2021 ຫາ​ຕົ້ນ​ປີ 2022, ຫວຽດນາມ ໄດ້ຄາດ​ຄະ​ເນ​ການ​ເຄື່ອນ​ໄຫວ​ອາດຊະຍາ​ກຳ ​ທາງ​ທະ​ເລ ​ເພີ່ມ​ຂຶ້ນ. ນັບ​ແຕ່​ນັ້ນ​ມາ, ລັດ​ຖະ​ບານ ​ໄດ້​ຊີ້​ນຳ​ກຳ​ລັງ​ຕຳຫຼວດ​ທະ​ເລ​ໃຫ້​ກະ​ກຽມ​ກຳ​ລັງ, ກຳ​ປັ່ນ​ ແລະ ຜັນ​ຂະ​ຫຍາຍ​ການ​ລາດ​ຕະ​ເວນ, ກວດ​ກາ ແລະ ຄວບ​ຄຸມ​ຢູ່​ເຂດ​ນ່ານ​ນ້ຳ ​ທີ່​ໄດ້​ຮັບ​ມອບ​
ໝາຍ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ສຸມ​ໃສ່​ການ​ລາດຕະ​ເວນ ​ແລະ ຄວບ​ຄຸມ​ບັນດາ​ເຂດ​ທະ​ເລ​ສຳຄັນ​ໃນ​ການ​ລັກລອບ​ຄ້າ​ຂາຍ
, ສໍ້​ໂກງ​ການ​ຄ້າ, ຂົນ​ສົ່ງ​ສິນຄ້າ​ຜິດ​ກົດໝາຍ​ຄື: ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ​ເຂດ​ນ່ານ​ນ້ຳ​ ຕິດກັບຊາຍ​ແດນ ​ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປິນ, ​ໄທ ​ແລະ ​ເຂດ​ທະ​ເລ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້.

 

ໃນ​ປີ 2021 ​ແລະ ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2022, ບັນດາ​ກຳລັງ​ປະຕິບັດ​ໜ້າ​ທີ່​ຂອງ ​ຫວຽດນາມ ​ໄດ້​ຈັບ​ຕົວ​ການ​ລັກລອບ​ຂົນ​ສົ່ງ​ບັ້ງ​ໄຟ​, ຖ່ານ​ຫີນ, ນ້ຳມັນ​ອາຍ​ແກັສ ​ແລະ ນ້ຳມັນ​ຢູ່​ທະ​ເລ. ພາບ: VNA 

ໃນ​ຕົ້ນ​ປີ 2022, ​ນອກຈາກບັນດາປະເພດ​ສິນຄ້າ “ມູນເຊື້ອ” (ເຊັ່ນ: ຖ່ານ​ຫີນ, ແຮ່​ທາດ, ​ອາຍ​ແກັສ, ນ້ຳມັນ, ຢາສູບ…) ບັນດາພວກຄ້າຂາຍເຖື່ອນ ຈະລັກລອບ​ຂົນ​ສົ່ງ​ສິນຄ້າ​ ທີ່ເນັ້ນ​ໃສ່​ການ​​ເຄື່ອງ​ໃຊ້​ໃນ​ເຮືອນ, ຜະລິດ​ຕະພັນ​ການ​ແພດ​ເພື່ອ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ ດ້ວຍການ​ລັກລອບ​ຂົນ​ສົ່ງ​ຜິດ​ກົດໝາຍ​ຢູ່​ທະ​ເລ. ບັນດາອົງການທີ່ກ່ຽວຂ້ອງ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໄດ້​ສະກັດ​ກັ້ນ​ບັນດາ​ກໍລະນີ​ຂົນ​ສົ່ງ​ສິນ​ຄ້າ​ທາງ​ທະ​ເລ ​ຜິດ​ກົດໝາຍ​ນັບຫຼາຍ​ຮ້ອຍ​ກໍລະນີ.

ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ສະ​ມາ​ຊິກ, ອາ​ຊຽນ ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຕ້ານ​ການ​ລັກ​ລອບ​ຄ້າ​ຂາຍເຖື່ອນ ​ທາງທະ​ເລ, ທໍາຄວາມ​ສະ​ອາດ ແລະ ໃຫ້ຄວາມເປັນທຳ ​ຕໍ່ເສດ​ຖະ​ກິດ​ຢູ່​ພາກ​ພື້ນ.

 

ບົດ: ຟອງທູ - ພາບ: VNA - ແປໂດຍ: ຢືຟຽນ

 

ບົດ: ຟອງທູ - ພາບ: VNA - ແປໂດຍ: ຢືຟຽນ

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ASEAN ຮ່ວມແຮງຮ່ວມໃຈກັບ ມຽນມາ ແລະ ໄທ ໃນການແກ້ໄຂຜົນກະທົບຈາກເຫດແຜ່ນດິນໄຫວ

ນີ້ແມ່ນການຢືນຢັນ ຂອງ ບັນດາລັດຖະມົນຕີ ກະຊວງການຕ່າງປະເທດ ASEAN ໃນກອງປະຊຸມສຸກເສີນພິເສດ ຈັດຂຶ້ນໂດຍປະເທດ ມາເລເຊຍ ເຊິ່ງເປັນປະທານ ASEAN ໃນປີ 2025 ຜ່ານລະບົບທາງໄກ ເພື່ອຕອບສະໜອງຕໍ່ເຫດການແຜ່ນດິນໄຫວ ຢ່າງຮຸນແຮງຂະໜາດ 7.7 ຣິກເຕີ ທີ່ເຮັດໃຫ້ສັ່ນສະເທືອນປະເທດ ມຽນມາ ແລະ ໄທ ເມື່ອວັນທີ 28 ມີນາ.

Top