• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

50 ປີ​ແຫ່ງວັນ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ: ສື່ມວນ​ຊົນ ກຳ​ປູ​ເຈຍ ເຊີດ​ຊູ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ ປອງດອງ​ຂອງ ຫວຽດ​ນາມ

ດ້ວຍຫົວຂໍ້ “ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ຄວາມວັດທະນາຖາວອນ ແລະ ປອງດອງ”, ນັກຮຽນຮູ້ Uch Leang ຊີ້ແຈ້ງວ່າ ກ່ຽວກັບດ້ານການເມືອງ, ຫວຽດນາມ ຮັກສາໄດ້ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ກຳນົດທິດສັງຄົມນິຍົມ.
  ດຂຽນ “ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ຄວາມວັດທະນາຖາວອນ ແລະ ປອງດອງ” ໄດ້ເອົາລົງໃນໜັງສືພິມ ກຳປູເຈຍ (ພາບ: TTXVN)  

ໄຊຊະນະ 30 ເມສາ 1975 ແມ່ນຂີດໝາຍອັນພົ້ນເດັ່ນໃນປະຫວັດສາດຂອງຊາດ ຫວຽດນາມ. ນີ້ແມ່ນຂໍ້ສັງເກດຂອງນັກຄົ້ນຄວ້າ ທ່ານ Uch Leang, ຮັກສາການຫົວໜ້າກົມຄົ້ນຄວ້າ ອາຊີ - ອາຟະລິກາ ແລະ ຕາເວັນອອກກາງ, ສະຖາບັນການພົວພັນສາກົນ ກຳປູເຈຍ ຂຶ້ນກັບສະຖາບັນບັນດິດ ລາຊະອານາຈັກ ກຳປູເຈຍ (RAC), ໃນບົດຂຽນໃນໜັງສືພິມ Khmer Times ຂອງ ກຳປູເຈຍ, ສະບັບອອກວັນທີ 21 ເມສາ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປິ ແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025). ດ້ວຍຫົວຂໍ້ “ຫວຽດນາມ ພາຍຫຼັງ 50 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ: ຄວາມວັດທະນາຖາວອນ ແລະ ປອງດອງ”, ນັກຮຽນຮູ້ Uch Leang ຊີ້ແຈ້ງວ່າ ກ່ຽວກັບດ້ານການເມືອງ, ຫວຽດນາມ ຮັກສາໄດ້ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນ ແລະ ກຳນົດທິດສັງຄົມນິຍົມ. ສຳລັບຂົງເຂດເສດຖະກິດ,  ໃນປີ 2024, ການເຕີບໂຕທັງປີຂອງ ຫວຽດນາມ ບັນລຸກວ່າ 7%... ດ້ານວັດທະນະທຳ, ສັງຄົມ, ການສຶກສາບຳລຸງສ້າງ, ວິທະຍາສາດເຕັກໂນໂລຢີ, ສາທາລະນະສຸກ… ລ້ວນແຕ່ມີບາດກ້າວພັດທະນາຢ່າງກະໂດດຂັ້ນ. ກ່ຽວກັບດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງ ຫວຽດນາມ ແລະ ຜົນປະໂຫຍດແຫ່ງຊາດ, ຊົນຊາດສືບຕໍ່ໄດ້ຮັບການປົກປັກຮັກສາ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອສ້າງສາ ແລະ ພັດທະນາປະເທດຊາດ.

        ນັກຄົ້ນຄວ້າ Uch Leang ສະແດງຄວາມເຊື່ອໝັ້ນບັນດາຜົນງານໃນ 50 ປີຜ່ານມາຈະແມ່ນພື້ນຖານອັນໝັ້ນແກ່ນເພື່ອໃຫ້ປະເທດ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່ - ສັງກາດບຸກບືນຂອງຊາດ, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2045, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ, ກໍຄືການຊຸກຍູ້ການພົວພັນ ຫວຽດນາມ - ກຳປູເຈຍ ໃຫ້ນັບມື້ນັບພັດທະນາ.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top