ລົດຊາດຊາ ແຫ່ງແຄ້ວນ ເບີລາວ

ອາຊີບ ຫວຽດ

ລົດຊາດຊາ ແຫ່ງແຄ້ວນ ເບີລາວ

ຖ້າ​​​ຢູ່​ພາກ​ເໜືອ ມີການປູກຕົ້ນ​ຊາ​ເປັນຈຳນວນຫຼາຍ ​ຢູ່​ແຂວງ ຖ໋າຍ​ງວຽນ, ຮ່າ​ຢາງ ​ແລະ ຟູ​ເຖາະ, ແຕ່ຢູ່​ ໄຕງວຽນ,ເລີມ​ດົ່ງ ​ໄດ້​ຮັບ​ການຂະໜານນາມວ່າ​ ເປັນດິນ​ແດນ​ຂອງຕົ້ນ​ຊາມີຊື່​ວ່າ ຊາ ເບີລາວ

ເບີລາວ ແມ່ນ​ຊື່​ເກົ່າ​ຂອງດິນ​ແດນ​ບ໋າວ​ລົກ, ແຂວງ​ເລີມດົ່ງ. ຕົ້ນຊາ ໄດ້ປະກົດຕົວຢູ່ ເກົ່າເດີດ, ເລີມດົ່ງ ເມື່ອປີ 1927. ຊາວຝຣັ່ງ ເຫັນວ່າດິນແດນແຫ່ງນີ້ເໝາະສົມກັບຕົ້ນຊາ, ສະນັ້ນ ເຂົາເຈົ້າຈຶ່ງນຳເອົາແນວພັນຊາ ແບັກມາວ ມາປູກຢູ່ທີ່ນີ້. ຈາກ​ນັ້ນ, ຕາມ​ຂະ​ບວນການ​ພັດທະນາ, ຕົ້ນ​ຊາ​ໄດ້​ປູກຫຼາຍຢູ່ ຢີລີງ​ແລະ ບ໋າວລົກ ​ໃນ​ຊຸມ​ປີ 1930. ຕົ້ນ​ຊາ​ໄດ້​ປູກຢູ່ ເບີລາວ ໃນນິຄົມຫຼາຍແຫ່ງຂອງຊາວ ​ຝຣັ່ງ ​ແລ້ວ​ໄດ້ຂະຫຍາຍ ກວ້າງອອກໄປສູ່ບັນດານິຄົມ, ສວນປູກ​ຊາ​ຂອງ​ບັນດາ​ຄອບຄົວຄົນ ຫວຽດນານ.

ຍ້ອນ​ໄດ້​ຮັບ​ການ​ຢືນຢັນ​ຊື່​ສຽງ​ຂອງ​ເຄື່ອງໝາຍການຄ້າ “​ຊາ ເບີ​ລາວ ເຊິ່ງເຮັດໃຫ້ ​ຊາຫຼາຍປະເພດທີ່ເກີດຂຶ້ມຕາມຫຼັງ​ລ້ວນ​ແຕ່​ໃຊ້​ຄຳ​ວ່າ ຊາ ເບີລາວ ​ໃນ​ບັນດາ​ຜະລິດ​ຕະ​ພັນ​ຂອງ​ຕົນ, ​ຄືເຄື່ອງໝາຍການຄ້າ ວັນ​ເຮືອງ-ລ່ານ​ເຮືອງ, ໂດ໋ຫືວ, ຫງອກ​ຈາງ...

 

ໃນ​ຈຳນວນປະເພດຊາ​ທີ່​ມີ​ຊື່​ສຽງ​ຂອງ​ບ໋າ​ວລົກ, ຊາ​ວັນເຮືອງ​ມີ​ຊື່​ສຽງ​ນັບ​ແຕ່​ຕົ້ນ​ຊຸມ​ປີ 60 ຂອງ​ສະຕະວັດກ່ອນ, ຊາ ວັນເຮືອງ​ໄດ້​ປະກອບສ່ວນ​ວາງ​ຮາກ​ຖານ​ທຳ​ອິດ ​ແລະ ສ້າງ​ຊື່ສຽງໂດ່ງດັງ ໃຫ້​ບັນດາ​ຜະລິດ​ຕະພັນ​ຊາ​​ພື້ນ​ເມືອງ​ຂອງພູມີພາກ ​ເບີລາວ.

ຊາ ເບີລາວແມ່ນເໝາະສົມສໍາລັບລົດຊາດຂອງຊາວອາຊີ. ຖ້າ​ຫາກ​ວ່າ​ຊາ​ຖ໋າຍ​ງວຽນ​ບໍ່​ໄດ້​ເອືອບກິ່ນຫອມ, ແຕ່ຊາ ເບີລາວສ້າງຊື່​ສຽງດ້ວຍບັນດາປະເພດຊາ ທີ່ເອືອບກິ່ນຫອມ ຢ່າງລະອຽດຖີ່ຖ້ວນ. ປະຊາຊົນໄດ້ໃຊ້ດອກໝາປ່າ, ດອກບົວ ແລະ ດອກມະລິ ເພື່ອເອືອບຊາ, ກິ່ນຫອມຂອງດອກໄມ້ເຫຼົ່ານີ້ ປະສານເຂົ້າກັບຊາ ແລ້ວສ້າງລົດຊາດພິເສດ.

 

ການເອືອບຊາແມ່ນຂັ້ນຕອນທ່ີໃຊ້ແຮງຫຼາຍ, ລະອຽດ. ຊາທີ່ມີລົດຊາດແຊບທີ່ສຸດຕ້ອງແມ່ນຊາ ແບັກມາວ ໄດ້ເກັບຕາມມາດຕະຖານ 1ຍອດ2 ໃບ. ດອກ​ໄມ້​ທີ່​ໃຊ້​ໃນ​ການ​ເອືອບຊາ ແມ່ນ​ໄດ້ເກັບໃນຈຸດ ​ເວລາ​ທີ່​ຖືກຕ້ອງ, ​ດອກ​ໄມ້ບານ​ທີ່​ເໝາະ​ສົມ, ​ເຊັ່ນ: ດອກ​ໝາ​ປ່າ​ເກັບ​ໃນ​ຕອນ​ເຊົ້າ, ດອກ​ມະລິ ເກັບ​ຕອນ​ບ່າຍ​ເພື່ອ​ໃຫ້​ໄດ້​ຄວາມ​ຫອມ​ສູງທີ່ສຸດ.

ດອກ​ໄມ້​ຫຼັງ​ຈາກ​​ເກັບ​ມາໄດ້​ເອືອບກັບຊາ ແລະ ບົ່ມ ໃນ​ເວ​ລາ​ທີ່​ເໝາະ​ສົມ​ກ່ອນ​ທີ່​ຈະ​ເອົາໄປອົບ​. ນອກຈາກດອກໄມ້ແລ້ວ, ບາງບ່ອນກໍ່ຍັງເອືອບຊາດ້ວຍສະໝູນໄພເຊັ່ນ: ສະເອມ, ແຄ່, ຜັກຊີ... ເຊິ່ງທັງດີຕໍ່ສຸຂະພາບ, ທັງຊ່ວຍໃຫ້ກິ່ນຫອມສົດຊື່ນ ແລະ ຊາມີລົດຊາດແຊບກວ່າ.

 

ນອກຈາກປະເພດຊາທີ່ມີຊື່ສຽງໂດ່ງດັງຢູ່ ເບີລາວ ມາແຕ່ດົນນານແລ້ວເຊັ່ນ: ຊາເອືອບດອກມະລິ, ຊາເອືອບດອກບົວ, ຊາເອືອບດອກໝາປ່າ... ດ້ວຍຄວາມຮັກ ແລະ ອຸທິດຕົນຕໍ່ຕົ້ນຊາ, ຊາວບ້ານ ເບີລາວ ຍັງສ້າງລົດຊາດ ໃໝ່ໃຫ້ແກ່ຜະລິດຕະພັນຊາ ເບີລາວ. ຈາກຊາທີ່ມີລົດຊາດ ໝາກນັດທົ່ວໄປ, ຜ່ານການຄົ້ນຄວ້າມາເປັນເວລາຫຼາຍປີ ຈຶ່ງຜະລິດອອກມາ ຜະລິດຕະພັນ ຊາໝາກນັດທີ່ມີສ່ວນ ປະສົມຈາກທຳມະຊາດ, ໄດ້ເຮັດໃຫ້ ຜະລິດຕະພັນຊາ ເບີລາວ ມີລົດຊາດຢ່າງຫຼາກຫຼາຍ.

ເກືອບ 1.500 ໂຮງງານຜະລິດ ແລະປຸງແຕ່ງຊາຂະໜາດໃຫຍ່ ແລະນ້ອຍ ແມ່ນຕົວເລກສະຖິຕິຂອງ ເມືອງຊາບ໋າວລົກ. ຊາ ເບີລາວບໍ່ພຽງແຕ່ເປັນຜະລິດຕະພັນເພື່ອບໍລິໂພກພາຍໃນປະເທດເທົ່ານັ້ນ, ແຕ່ຍັງໄດ້ສົ່ງອອກໄປສູ່ຕະຫຼາດຫຼາຍແຫ່ງໃນ ທົ່ວໂລກ ອີກດ້ວຍ.

 

 

ບົດ ແລະ ພາບ: ແທງຢາງ - ແປໂດຍ: ຢືຟຽນ

ອາຊີບຖັກແສ່ວ ດ້ວຍມື ໝີ໊ດຶກ

ອາຊີບຖັກແສ່ວ ດ້ວຍມື ໝີ໊ດຶກ

ດ້ວຍຄວາມມຸ່ງຫວັງທີ່ຈະຮັກສາອາຊີບຖັກແສ່ວ ມູນເຊື້ອ ແລະ ປະກອບສ່ວນສ້າງວຽກເຮັດງານທໍາ ໃຫ້ແກ່ປະຊາຊົນ ທ້ອງຖິ່ນ, ທ່ານ ຄວາ ພ້ອມພັນລະຍາ ຊຶ່ງມີປະສົບການໃນການຖັກແສ່ວມາເປັນເວລາຫຼາຍປີ ໄດ້ເປີດຮູບແບບສະຫະກອນຖັກແສ່ວ ດ້ວຍມື ໝີ໊ດຶກ (ຮ່າໂນ້ຍ) ເພື່ອສອນອາຊີບ ແລະ ຜະລິດຕາມໃບສັ່ງຊື້ ຈຳ ນວນຫຼາຍ ເພື່ອນໍາເອົາຜະລິດຕະພັນ ອາຊີບຫັດຖະກໍາພື້ນເມືອງ ໃຫ້ນັບມື້ນັບພັດທະນາ ຍິ່ງຂຶ້ນ.

Top