ລົດຊາດຊາ ແຫ່ງແຄ້ວນ ເບີລາວ

ລົດຊາດຊາ ແຫ່ງແຄ້ວນ ເບີລາວ

ເບີລາວ ແມ່ນ​ຊື່​ເກົ່າ​ຂອງດິນ​ແດນ​ບ໋າວ​ລົກ, ແຂວງ​ເລີມດົ່ງ. ຕົ້ນຊາ ໄດ້ປະກົດຕົວຢູ່ ເກົ່າເດີດ, ເລີມດົ່ງ ເມື່ອປີ 1927. ຊາວຝຣັ່ງ ເຫັນວ່າດິນແດນແຫ່ງນີ້ເໝາະສົມກັບຕົ້ນຊາ, ສະນັ້ນ ເຂົາເຈົ້າຈຶ່ງນຳເອົາແນວພັນຊາ ແບັກມາວ ມາປູກຢູ່ທີ່ນີ້. ຈາກ​ນັ້ນ, ຕາມ​ຂະ​ບວນການ​ພັດທະນາ, ຕົ້ນ​ຊາ​ໄດ້​ປູກຫຼາຍຢູ່ ຢີລີງ​ແລະ ບ໋າວລົກ ​ໃນ​ຊຸມ​ປີ 1930. ຕົ້ນ​ຊາ​ໄດ້​ປູກຢູ່ ເບີລາວ ໃນນິຄົມຫຼາຍແຫ່ງຂອງຊາວ ​ຝຣັ່ງ ​ແລ້ວ​ໄດ້ຂະຫຍາຍ ກວ້າງອອກໄປສູ່ບັນດານິຄົມ, ສວນປູກ​ຊາ​ຂອງ​ບັນດາ​ຄອບຄົວຄົນ ຫວຽດນານ.

ຍ້ອນ​ໄດ້​ຮັບ​ການ​ຢືນຢັນ​ຊື່​ສຽງ​ຂອງ​ເຄື່ອງໝາຍການຄ້າ “​ຊາ ເບີ​ລາວ ເຊິ່ງເຮັດໃຫ້ ​ຊາຫຼາຍປະເພດທີ່ເກີດຂຶ້ມຕາມຫຼັງ​ລ້ວນ​ແຕ່​ໃຊ້​ຄຳ​ວ່າ ຊາ ເບີລາວ ​ໃນ​ບັນດາ​ຜະລິດ​ຕະ​ພັນ​ຂອງ​ຕົນ, ​ຄືເຄື່ອງໝາຍການຄ້າ ວັນ​ເຮືອງ-ລ່ານ​ເຮືອງ, ໂດ໋ຫືວ, ຫງອກ​ຈາງ...

 

ໃນ​ຈຳນວນປະເພດຊາ​ທີ່​ມີ​ຊື່​ສຽງ​ຂອງ​ບ໋າ​ວລົກ, ຊາ​ວັນເຮືອງ​ມີ​ຊື່​ສຽງ​ນັບ​ແຕ່​ຕົ້ນ​ຊຸມ​ປີ 60 ຂອງ​ສະຕະວັດກ່ອນ, ຊາ ວັນເຮືອງ​ໄດ້​ປະກອບສ່ວນ​ວາງ​ຮາກ​ຖານ​ທຳ​ອິດ ​ແລະ ສ້າງ​ຊື່ສຽງໂດ່ງດັງ ໃຫ້​ບັນດາ​ຜະລິດ​ຕະພັນ​ຊາ​​ພື້ນ​ເມືອງ​ຂອງພູມີພາກ ​ເບີລາວ.

ຊາ ເບີລາວແມ່ນເໝາະສົມສໍາລັບລົດຊາດຂອງຊາວອາຊີ. ຖ້າ​ຫາກ​ວ່າ​ຊາ​ຖ໋າຍ​ງວຽນ​ບໍ່​ໄດ້​ເອືອບກິ່ນຫອມ, ແຕ່ຊາ ເບີລາວສ້າງຊື່​ສຽງດ້ວຍບັນດາປະເພດຊາ ທີ່ເອືອບກິ່ນຫອມ ຢ່າງລະອຽດຖີ່ຖ້ວນ. ປະຊາຊົນໄດ້ໃຊ້ດອກໝາປ່າ, ດອກບົວ ແລະ ດອກມະລິ ເພື່ອເອືອບຊາ, ກິ່ນຫອມຂອງດອກໄມ້ເຫຼົ່ານີ້ ປະສານເຂົ້າກັບຊາ ແລ້ວສ້າງລົດຊາດພິເສດ.

 

ການເອືອບຊາແມ່ນຂັ້ນຕອນທ່ີໃຊ້ແຮງຫຼາຍ, ລະອຽດ. ຊາທີ່ມີລົດຊາດແຊບທີ່ສຸດຕ້ອງແມ່ນຊາ ແບັກມາວ ໄດ້ເກັບຕາມມາດຕະຖານ 1ຍອດ2 ໃບ. ດອກ​ໄມ້​ທີ່​ໃຊ້​ໃນ​ການ​ເອືອບຊາ ແມ່ນ​ໄດ້ເກັບໃນຈຸດ ​ເວລາ​ທີ່​ຖືກຕ້ອງ, ​ດອກ​ໄມ້ບານ​ທີ່​ເໝາະ​ສົມ, ​ເຊັ່ນ: ດອກ​ໝາ​ປ່າ​ເກັບ​ໃນ​ຕອນ​ເຊົ້າ, ດອກ​ມະລິ ເກັບ​ຕອນ​ບ່າຍ​ເພື່ອ​ໃຫ້​ໄດ້​ຄວາມ​ຫອມ​ສູງທີ່ສຸດ.

ດອກ​ໄມ້​ຫຼັງ​ຈາກ​​ເກັບ​ມາໄດ້​ເອືອບກັບຊາ ແລະ ບົ່ມ ໃນ​ເວ​ລາ​ທີ່​ເໝາະ​ສົມ​ກ່ອນ​ທີ່​ຈະ​ເອົາໄປອົບ​. ນອກຈາກດອກໄມ້ແລ້ວ, ບາງບ່ອນກໍ່ຍັງເອືອບຊາດ້ວຍສະໝູນໄພເຊັ່ນ: ສະເອມ, ແຄ່, ຜັກຊີ... ເຊິ່ງທັງດີຕໍ່ສຸຂະພາບ, ທັງຊ່ວຍໃຫ້ກິ່ນຫອມສົດຊື່ນ ແລະ ຊາມີລົດຊາດແຊບກວ່າ.

 

ນອກຈາກປະເພດຊາທີ່ມີຊື່ສຽງໂດ່ງດັງຢູ່ ເບີລາວ ມາແຕ່ດົນນານແລ້ວເຊັ່ນ: ຊາເອືອບດອກມະລິ, ຊາເອືອບດອກບົວ, ຊາເອືອບດອກໝາປ່າ... ດ້ວຍຄວາມຮັກ ແລະ ອຸທິດຕົນຕໍ່ຕົ້ນຊາ, ຊາວບ້ານ ເບີລາວ ຍັງສ້າງລົດຊາດ ໃໝ່ໃຫ້ແກ່ຜະລິດຕະພັນຊາ ເບີລາວ. ຈາກຊາທີ່ມີລົດຊາດ ໝາກນັດທົ່ວໄປ, ຜ່ານການຄົ້ນຄວ້າມາເປັນເວລາຫຼາຍປີ ຈຶ່ງຜະລິດອອກມາ ຜະລິດຕະພັນ ຊາໝາກນັດທີ່ມີສ່ວນ ປະສົມຈາກທຳມະຊາດ, ໄດ້ເຮັດໃຫ້ ຜະລິດຕະພັນຊາ ເບີລາວ ມີລົດຊາດຢ່າງຫຼາກຫຼາຍ.

ເກືອບ 1.500 ໂຮງງານຜະລິດ ແລະປຸງແຕ່ງຊາຂະໜາດໃຫຍ່ ແລະນ້ອຍ ແມ່ນຕົວເລກສະຖິຕິຂອງ ເມືອງຊາບ໋າວລົກ. ຊາ ເບີລາວບໍ່ພຽງແຕ່ເປັນຜະລິດຕະພັນເພື່ອບໍລິໂພກພາຍໃນປະເທດເທົ່ານັ້ນ, ແຕ່ຍັງໄດ້ສົ່ງອອກໄປສູ່ຕະຫຼາດຫຼາຍແຫ່ງໃນ ທົ່ວໂລກ ອີກດ້ວຍ.

 

 

ບົດ ແລະ ພາບ: ແທງຢາງ - ແປໂດຍ: ຢືຟຽນ


top