• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄປ​ສະ​ນີ ຫວຽດ​ນາມ ມຸ່ງ​ໄປ​ເຖິງ​ພື້ນ​ຖານ​ໂຄງ​ລ່າງ logistics ແລະ ໄປ​ສະ​ນີ​ດີ​ຈີ​ຕອນ​ແຫ່ງ​ຊາດ

ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເນັ້ນໜັກເຖິງ 6 ເສົາຄ້ຳເຊິ່ງໄປສະນີ ຫວຽດນາມ ຕ້ອງຢຶດໝັ້ນປະຕິບັດຕາມແມ່ນ: ສະມັດຕະພາບ, ຄຸນນະພາບ, ເຕັກໂນໂລຢີ, ກຳລັງໜູນ, ລະບຽບວິໄນ ແລະ ກະທັດລັດ.
ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ວັນທີ 29 ທັນວາ, ຢູ່ຮ່າໂນ້ຍ, ບໍລິສັດໃຫຍ່ໄປສະນີ ຫວຽດນາມ (Vietnam Post) ໄດ້ຈັດກອງປະຊຸມຜັນຂະຫຍາຍແຜນການປີ 2026. ປີ 2026, ໄປສະນີ ຫວຽດນາມ ວາງເປົ້າໝາຍເຕີບໂຕຢູ່ໃນລະດັບ 17% ກ່ຽວກັບຂອບຂະໜາດລາຍຮັບ. ເພື່ອຫັນເປົ້າໝາຍນີ້ໃຫ້ປະກົດຜົນເປັນຈິງ, ບໍລິສັດໃຫຍ່ສືບຕໍ່ຍູ້ແຮງການເຕີບໂຕໂດຍອີງໃສ່ພື້ນຖານໂຄງລ່າງເຕັກໂນໂລຢີ, ຍົກສູງຄຸນນະພາບການບໍລິການ, ເພີ່ມທະວີຄວາມສາມາດແກ້ງແຍ້ງຜ່ານການພັດທະນາຜະລິດຕະພັນ ແລະ ເປີດກວ້າງບໍລິເວນຫັນການບໍລິການເປັນຫຼາຍຮູບຫຼາຍແບບບົນພື້ນຖານຂໍ້ມູນ. ໃນໄລຍະ 2026 – 2030, ໄປສະນີ ຫວຽດນາມ ວາງເປົ້າໝາຍກາຍເປັນວິສາຫະກິດເຕັກໂນໂລຢີດີຈີຕອນໃນຂົງເຂດໄປສະນີ - logistics, ໂດຍອີງໃສ່ບັນດາຍຸດທະສາດປາຍແຫຼມຄື: ປັນຍາປະດິດ (AI) ແລະ Big Data… ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມ, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເນັ້ນໜັກເຖິງ 6 ເສົາຄ້ຳເຊິ່ງໄປສະນີ ຫວຽດນາມ ຕ້ອງຢຶດໝັ້ນປະຕິບັດຕາມແມ່ນ: ສະມັດຕະພາບ, ຄຸນນະພາບ, ເຕັກໂນໂລຢີ, ກຳລັງໜູນ, ລະບຽບວິໄນ ແລະ ກະທັດລັດ.

(ແຫຼ່ງຄັດຈາກ VOV)


Top