• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ກວາງ​ນາມ ປີ 2025

ເຫດການເພື່ອແນໃສ່ສ້າງບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວໃໝ່, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດມາ ກວາງນາມ ໃນປີ 2025 ແລະ ຊຸມປີຕໍ່ໄປ.
ການສະແດງສິລະປະທີ່ເປັນເອກະລັກໃນພິທີໄຂ (ພາບ:baoquangnam.vn)

ຕອນຄ່ຳວັນທີ 6 ມິຖຸນາ, ຢູ່ນະຄອນ ໂຮ້ຍອານ, ຄະນະກຳມະການປະຊາຊົນແຂວງ ກວາງນາມ ໄດ້ດຳເນີນພິທີໄຂເຫດການສັບປະດາວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກວາງນາມ ປີ 2025. ເຫດການເພື່ອແນໃສ່ສ້າງບັນດາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວໃໝ່, ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດມາ ກວາງນາມ ໃນປີ 2025 ແລະ ຊຸມປີຕໍ່ໄປ.  ຜ່ານບັນດາການເຄື່ອນໄຫວໄດ້ປະກອບສ່ວນເຊີດຊູ, ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳ, ສິລະປະ, ການທ່ອງທ່ຽວແຂວງ ກວາງນາມ ແລະ ຂຸດຄົ້ນເຄື່ອງໝາຍການທ່ອງທ່ຽວ “ກວາງນາມ - ຈຸດນັດພົບຂອງການທ່ອງທ່ຽວສີຂຽວ” ຢ່າງມີປະສິດທິຜົນ.

ເຫດການໄດ້ດຳເນີນໃນວັນທີ 06 ມິຖຸນາ ຮອດວັນທີ 29 ມິຖຸນາ ຢູ່ບັນດາທ້ອງຖິ່ນຄື ໂຮ້ຍອານ, ຕາມກີ່, ດ້ຽນບ່ານ, ຢຸຍຊວຽນ ແລະ ບາງທ້ອງຖິ່ນອື່ນໃນແຂວງ ດ້ວຍກິດຈະກຳທີ່ເປັນເອກະລັກຫຼາຍຢ່າງ. ພົ້ນເດັ່ນຄື: Festival ໝີ່ກວາງ - ມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ; ງານບຸນໂດດຈ້ອງຜ່ານດິນແດນແຫ່ງມໍລະດົກ; ງານບຸນທະເລຕາມກີ ປີ 2025…

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top