• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຢາ​ລາຍ 2026 “ພູ​ຜາ​ປ່າ​ໄມ້​ອັນ​ກວ້າງ​ໃຫຍ່ ແລະ ທະ​ເລ​ສີ​ຂຽວ”

ປີທ່ອງທ່ຽວແຫ່ງຊາດ ຢາລາຍ 2026 ດ້ວຍຫົວຂໍ້ “ພູຜາປ່າໄມ້ອັນກວ້າງໃຫຍ່ ແລະ ທະເລສີຂຽວ” ຖືກໄຂຂຶ້ນໃນຕອນຄ່ຳວັນທີ 28 ມີນາ ຢູ່ແຂວງ ຢາລາຍ.
  ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ກ່າວຄຳເຫັນທີ່ພິທີໄຂ  

ເມື່ອກ່າວຄຳເຫັນທີ່ເຫດການ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ຢັ້ງຢືນວ່າ ປີທ່ອງທ່ຽວແຫ່ງຊາດ ຢາລາຍ 2026 ບໍ່ພຽງແຕ່ແມ່ນວັນບຸນໃຫຍ່ເທົ່ານັ້ນ, ຫາກຍັງວາດພາບເຖິງວິໄສທັດພັດທະນາຍຸດທະສາດໃໝ່ຢ່າງຈະແຈ້ງ. ນັ້ນແມ່ນການຂຸດຄົ້ນເສັ້ນທາງເຊື່ອມຕໍ່ອົງຄະທາດລະຫວ່າງພູຜາປ່າໄມ້ອັນກວ້າງໃຫຍ່ໄພສານ ກັບທະເລໄດ້ຢ່າງມີປະສິດທິຜົນ, ຈາກນັ້ນ ສ້າງລະບົບນິເວດທ່ອງທ່ຽວທີ່ຫຼາຍຮູບຫຼາຍແບບ, ມີຄວາມແຕກຕ່າງ ແລະ ຫຼາກຫຼາຍສີສັນຢູ່ແຂວງ ຢາລາຍ.

ປີທ່ອງທ່ຽວແຫ່ງຊາດ ຢາລາຍ ປີ 2026 ໄດ້ດຳເນີນແຕ່ວັນທີ 23 – 30 ມີນາ ດ້ວຍ 244 ກິດຈະກຳ, ພົ້ນເດັ່ນແມ່ນ: ສິ່ງຍອດຍິ່ງທາງດ້ານອາຫານການກິນ ຢາລາຍ, ກອງປະຊຸມສົ່ງເສີມການລົງທຶນ, ເວທີປາໄສພັດທະນາເສດຖະກິດການທ່ອງທ່ຽວ, ກອງປະຊຸມລົງນາມໃນບົດທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືກັບ 4 ແຂວງ ພາກໃຕ້ຂອງ ລາວ ແລະ 3 ແຂວງ ທາງທິດຕາເວັນອອກສ່ຽງເໜືອ ກຳປູເຈຍ…

່(ແຫຼ່ງຄັດຈາກ VOV)

ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026: ປະ​ຢັດ​ໄຟ​ຟ້າ​ໄດ້ 463.000 kWh

ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026: ປະ​ຢັດ​ໄຟ​ຟ້າ​ໄດ້ 463.000 kWh

ຕາມຂໍ້ມູນຈາກບໍລິສັດບໍລິຫານລະບົບໄຟຟ້າ ແລະ ຕະຫຼາດໄຟຟ້າແຫ່ງຊາດ (NSMO), ພາຍຫຼັງ 1 ຊົ່ວໂມງມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2026 (ແຕ່ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີຂອງວັນທີ 28 ມີນາ 2026), ທົ່ວປະເທດປະຢັດໄຟຟ້າໄດ້ 463.000 kWh.

Top