ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີໄຂກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ສະໄໝ 2026 – 2031, ດ້ວຍການເຂົ້າຮ່ວມຂອງບັນດາການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ພ້ອມດ້ວຍຜູ້ແທນກວ່າ 1.100 ທ່ານ.
ໂດຍດຳເນີນແຕ່ວັນທີ 11 – 13 ພຶດສະພາ, ກອງປະຊຸມໃຫຍ່ມີຫົວຂໍ້ “ສາມັກຄີ - ປະຊາທິປະໄຕ - ປ່ຽນແປງໃໝ່ - ປະດິດຄິດສ້າງ - ພັດທະນາ”. ນີ້ແມ່ນເຫດການການເມືອງ - ສັງຄົມທີ່ສຳຄັນ, ສະແດງໃຫ້ເຫັນກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດໃນສັງກາດໃໝ່.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 11 ພຶດສະພາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝ 2026 – 2031 ໄດ້ສຳເລັດລາຍການເຮັດວຽກໃນມື້ທຳອິດ. ຕອນເຊົ້າ, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ເຂົ້າສຸສານວາງພວງມາລາ, ອາໄລຫາປະທານ ໂຮ່ຈີມິນ. ຕອນບ່າຍ, ກອງປະຊຸມໃຫຍ່ໄດ້ກ່າວເຂົ້າສູ່ວາລະເຮັດວຽກທຳອິດ, ເລືອກຄັ້ງຄະນະປະທານ ແລະ ຄະນະເລຂາຂອງກອງປະຊຸມໃຫຍ່; ຮັບຮອງເອົາລາຍການ, ລະບຽບການເຮັດວຽກຂອງກອງປະຊຸມ. ບັນດາຜູ້ແທນກໍໄດ້ປະກອບຄຳເຫັນໃສ່ບັນດາເນື້ອໃນກອງປະຊຸມ.
(ແຫຼ່ງຄັດຈາກ VOV)