ໃນໄລຍະຈະມາເຖິງ ໂຮງໝໍ່ສືບຕໍ່ສ້າງນະໂຍບາຍໃຫ້ສຳເລັດ, ພັດທະນາການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ຖ່າຍທອດເຕັກນິກ, ບຳລຸງສ້າງ… ນຳໂຮງໝໍກາຍເປັນໂຮງໝໍຂັ້ນສຸດທ້າຍ, ຍົກສູງການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.
ໂຮງໝໍແບກມາຍສາຂາຢູ່ ນິງບິ່ງ (ພາບ: vnanet)
ໂຮງໝໍແບກມາຍ ສາຂານິງບິ່ງ ເຂົ້າເຄື່ອນໄຫວຢ່າງເປັນທາງການນັບແຕ່ວັນທີ 26 ມິຖຸນາ ເປັນຕົ້ນໄປ, ອັນໄດ້ສ້າງຂີດໝາຍບາດກ້າວຫັນປ່ຽນສຳຄັນໃນຍຸດທະສາດພັດທະນາລະບົບການແພດທີ່ມີຄຸນນະພາບສູງ ແລະ ຮັບປະກັນຄວາມສະເໝີພາບໃນການເບິ່ງແຍງດູແລສຸຂະພາບປະຊາຊົນທາງທິດໃຕ້ເຂດທົ່ງພຽງແມ່ນ້ຳແດງ ແລະ ພາກກາງຕອນເໜືອ.
ທີ່ພິທີໄຂໂຮງໝໍແບກມາຍສາຂານິງຍິງ ໄດ້ດຳເນີນໃນຕອນເຊົ້າວັນທີ 26 ມິຖຸນາ, ທ່ານຮສ, ປ.ອ ດ່າວຊວັນເກີ ຜູ້ອຳນວຍການໂຮງໝໍແບກມາຍ ໃຫ້ຮູ້ວ່າທົ່ວລະບົບຄຸ້ມຄອງ, ຂັ້ນຕອນວິຊາຊີບ, ມາດຖານຄຸນນະພາບ ແລະ ການເຄື່ອນໄຫວກວດປິ່ນປົວພະຍາດຢູ່ສາສຂາໃໝ່ໄດ້ຈັດຂຶ້ນເປັນເອກະພາບກັບສາຂາຢູ່ ຮ່າໂນ້ຍ, ຕາມຮູບແບບ “”ໂຮງໝໍແບກມາຍແຫ່ງດຽວ - ມາດຖານຄຸນນະພາບດຽວ”.
ເຂົ້າຮ່ວມ ແລະ ກ່າວຄຳເຫັນ ທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນວັນທັ້ງ ຮຽກຮ້ອງວ່າ ໃນໄລຍະຈະມາເຖິງ ໂຮງໝໍ່ສືບຕໍ່ສ້າງນະໂຍບາຍໃຫ້ສຳເລັດ, ພັດທະນາການໝູນໃຊ້ວິທະຍາສາດເຕັກໂນໂລຢີ, ຖ່າຍທອດເຕັກນິກ, ບຳລຸງສ້າງ… ນຳໂຮງໝໍກາຍເປັນໂຮງໝໍຂັ້ນສຸດທ້າຍ, ຍົກສູງການເບິ່ງແຍງດູແລສຸຂະພາບໃຫ້ແກ່ປະຊາຊົນ.
(ແຫຼ່ງຄັດຈາກ VOV)